ຊາວ ອາເຈນຕີນາ ອອກມາໂຮມຊຸມນຸມປະທ້ວງເພື່ອຂັບໄລ່ລັດຖະບານ

ແຫຼ່ງຂ່າວຕ່າງປະເທດລາຍງານໃຫ້ຮູ້ເມື່ອວັນທີ 20 ກັນຍານີ້ວ່າ: ຜູ້ປະທ້ວງໄດ້ຂັບລົດສ່ວນຕົວມາຮ່ວມການປະທ້ວງ ເຮັດໃຫ້ການຈະລາຈອນຕິດຂັດຢ່າງໜັກ. ຜູ້ປະທ້ວງອ້າງເຫດຜົນໃນການໂຮມຊຸມນຸມຂັບໄລ່ລັດຖະບານໃນຫຼາຍເລື່ອງນັບຕັ້ງແຕ່ເລື່ອງເສດຖະກິດ, ຄ່າຄອງຊີບ, ການໃຊ້ມາດຕະການລ໊ອກດາວຄວບຄຸມໂຄວິດ-19 ທົ່ວປະເທດ ແລະ ການລ້າຊ້າໃນປະຕິຮູບລະບົບຕຸລາການ.

ອາເຈນຕີນາ ມີເສດຖະກິດໃຫ່ຍເປັນອັນດັບ 3 ໃນແຖບ ອາເມລິກາລາຕິນ ແຕ່ປະເທດໄດ້ເຂົ້າສູ່ວິກິດກ່ອນໜ້າທີ່ການລະບາດຂອງໂຄວິດ-19. ມີການຄາດການກັນວ່າ ການແຜ່ລະບາດຈະເຮັດໃຫ້ເສດຖະກິດຂອງອາເຈນຕີນາ ຫົດຕົວ 12% ໃນປີນີ້ ຊຶ່ງຈະສົ່ງຜົນໃຫ້ປະຊາຊົນຫຼາຍລ້ານຄົນເຂົ້າສູ່ພາວະຍາກຈົນ.

ຂ່າວ: ລູກເມືອງພວນ.