ລັດກາລິຟໍເນຍກຽມຟ້ອງຮ້ອງລັດຖະບານເລື່ອງນະໂຍບາຍສິ່ງແວດລ້ອມ

      ລັດກາລິຟໍເນຍກຽມຟ້ອງຮ້ອງລັດຖະບານປະທານາທິບໍດີ ໂດນັນ ທຣຳ ເລື່ອງນະໂຍບາຍສິ່ງແວດລ້ອມ, ພາຍ ຫລັງທ່ານ ທຣຳ ລົງນາມຄຳສັ່ງຝ່າຍບໍລິຫານຍົກເລີກແຜນພະລັງງານສະອາດຂອງລັດຖະບານ ບາຣັກ ໂອບາມາ. ກາລິຟໍເນຍເປັນລັດທີ່ມີປະຊາກອນຫລາຍທີ່ສຸດ ແລະ ມີຕະຫລາດລົດຍົນໃຫຍ່ທີ່ສຸດຢູ່ອາເມລິກາ, ເປັນການ ນຳຕໍ່ສູ້ການປ່ຽນແປງສະພາບອາກາດ ສາມາດຫລຸດການປ່ອຍແກັສເຮືອນແກ້ວໄດ້ເຖິງ 35 ລ້ານໂຕນຕໍ່ປີ ໃນ…

ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU

      ນາຍົກລັດຖະມົນຕີ ເທເຣຊາ ເມ ຂອງອັງກິດ ລົງນາມໃນວັນທີ 28 ມີນານີ້ ໃນຈົດໝາຍສະບັບປະຫວັດສາດ ເພື່ອເລີ່ມຕົ້ນຂະບວນການທີ່ອັງກິດຖອນຕົວອອກຈາກການເປັນສະມາຊິກຂອງສະຫະພາບເອີຣົບ ຫລື Brexit. ພ້ອມກັນນັ້ນ ທ່ານກໍໄດ້ຮຽກຮ້ອງໃຫ້ທຸກຝ່າຍມີຄວາມສາມັກຄີ. ລັດຖະບານອັງກິດຈະນຳ ຈົດໝາຍຂອງນາຍົກລັດຖະມົນຕີ ອັງກິດໄປສົ່ງໃຫ້ທ່ານ ໂດນັນ ທັດ ປະທານຄະນະ…

ຈະສ້າງທາງເດີນເຮືອຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ເຮືອຂະໜາດບັນທຸກ 500 ໂຕນແລ່ນໄດ້

     ວັນ​ທີ 28 ມີນາ​ນີ້, ​ໄດ້​ເລີ່​ມ​ດຳ​ເນີນໂຄງການກໍ່ສ້າງທາງ​ເດີນ​ເຮືອ​ຊັ້ນ 4 ​ແຕ່ຫຼັກໝາຍ​ຊາຍ​ແດນ​ເລກ 244 ຫາ​ ທ່າ​ເຮືອຫຼິນຊາງ ຕາມ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ​ ແຂວງ​ຢຸນນານ ສປ ຈີນ ​ໂດຍ​ໂຄງການ​ນີ້​ແມ່ນ​ໂຄງການ​ພື້ນຖານ​ໂຄງ​ ລ່າງ​ການ​ຄົມມະນາຄົມ​ທາງ​ນ້ຳ​ທີ່​ສຳຄັນ ​ເພື່ອ​ຊຸກຍູ້ການ​ພັດທະນາ​ເສດຖະກິດ​ໃນ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ ​ແລະ ​ເຂດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ. ຫຼັງສຳ​ເລັດ​ການ​ກໍ່ສ້າງໂຄງການ,…

ກຳປູເຈຍປະກາດຫ້າມສົ່ງອອກນົມແມ່ໄປອາເມລິກາ

     ຂ່າວຕ່າງປະເທດລາຍງານວ່າ: ທາງການກຳປູເຈຍປະກາດຫ້າມຈຳໜ່າຍ ແລະ ສົ່ງອອກນ້ຳນົມຈາກແມ່ລູກອ່ອນໄປອາເມລິກາ, ພາຍຫລັງມີລາຍງານວ່າ: ທຸລະກິດດັ່ງກ່າວຖືກໃຊ້ເປັນຊ່ອງທາງໃນການຄ້າເຮັດກຳໄລຂອງບັນດາຍິງສາວໃນປະເທດທີ່ເອີ້ນໄດ້ວ່າທຸກຍາກປະເທດໜຶ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້. ຄຳສັ່ງດັ່ງກ່າວມີຂຶ້ນ ພາຍຫລັງລັດຖະບານສັ່ງຫ້າມບໍ່ໃຫ້ບໍລິສັດ ແອມໂບຣຊີ ແລບ ສົ່ງອອກນົມແມ່ໄປອາເມລິກາຊົ່ວຄາວ. ບໍ ລິສັດດັ່ງກ່າວອ້າງວ່າເປັນຜູ້ສົ່ງອອກນົມແມ່ໄປອາເມລິກາເປັນຜູ້ທຳອິດ ໂດຍໄດ້ຮັບນ້ຳນົມຈາກແມ່ລູກອ່ອນທຸກຍາກຊາວກຳປູເຈຍຢູ່ນະຄອນຫລວງພະນົມເປັນກ່ອນຈະສົ່ງໄປຂາຍຕໍ່ໃຫ້ບັນດາລູກຄ້າຢູ່ອາເມລິກາໃນລາຄາເພັກລະ 20 ໂດລາສະຫະລັດ ໂດຍແຕ່ລະເພັກບັນຈຸນໍ້ານົມ 5 ອອນ…

ອີຣານເຜີຍໃຫ້ຣັດເຊຍໃຊ້ຖານທັບທະຫານໄດ້ໃນບາງກໍລະນີ

     ທ່ານ ໂມຮຳໝັດ ຈາວັດ ຊາຣີບ ລັດຖະມົນຕີຕ່າງປະເທດອີຣານ ກ່າວໃນວັນທີ 28 ມີນານີ້ວ່າ: ຣັດເຊຍສາມາດໃຊ້ຖານທັບທະຫານອີຣານ ເພື່ອປາບປາມກຸ່ມກໍ່ການຮ້າຍຢູ່ຊີຣີໄດ້ເປັນບາງກໍລະນີ. ທ່ານ ຊາຣີບ ກ່າວວ່າ: ບັນຫາໃນພາກພື້ນ ເຊິ່ງລວມທັງສະຖານະການຢູ່ຊີຣີຈະເປັນຫົວຂໍ້ຫາລືໃນກອງປະຊຸມຢູ່ທຳນຽບເຄຣມລິນຂອງຣັດເຊຍ ໂດຍມີຄະນະຜູ້ແທນລະດັບສູງຂອງອີຣານ ລວມທັງປະທານາທິບໍດີ ຮັດຊັນ ໂຣວຮານີ…

ສ.ເກົາຫລີ ປັບເພີ່ມຕົວເລກ GDP ປີ 2016

     ເຈົ້າໜ້າທີ່ ສ.ເກົາຫລີ ກ່າວວ່າ: ຕົວເລກເສດຖະກິດ ສ.ເກົາຫລີ ຂະຫຍາຍຕົວເລັກໜ້ອຍມາຢູ່ 2,8% ຫລາຍກວ່າທີ່ຄາດຄະເນໄວ້ໃນປີຜ່ານມາ. ທະນາຄານກາງ ສ.ເກົາຫລີ ເພີ່ມຕົວເລກເສດຖະກິດເຕີບໃຫຍ່ປີ 2016 ອີກ 0,1 ຈຸດ ມາຢູ່ 2,8% ໂດຍເບິ່ງວ່າຂະແໜງການຜະລິດມີຜົນກຳໄລດີເກີນຄາດ. ການປັບຕົວເລກລວມຍອດຜະລິດຕະພັນພາຍໃນ…

ຫວຽດນາມດຶງດູດທຶນຕ່າງປະເທດໄດ້ຫລາຍກວ່າ 300 ຕື້ໂດລາສະຫະລັດ

     ໜັງສືພິມ​​ເສດຖະກິດ​ຫວຽດນາມ​ລາຍ​ວັນລາຍ​ງານໃນ​ວັນ​ທີ 27 ມີນາ​ນີ້​ວ່າ: ສະຖິຕິ​ຫຼັງສຸດ​ຈາກກົມ​ລົງທຶນ​ຕ່າງປະ​ເທດຂອງ​ກະຊວງ​ແຜນການ ​​ແລະ​ ການ​ລົງທຶນ​ຫວຽດນາມ​ ສະ​ແດງ​ໃຫ້​ເຫັນ​ວ່າ: ​ມາ​ຮອດ​ວັນ​ທີ 20 ມີນາ​ນີ້, ໂຄງການ​ທຶນ​ຕ່າງປະ​ເທດ​ທີ່​ມີ​ປະສິດທິ​ຜົນ​ຢູ່​ປະ​ເທດ​ຕົນມີ​ເຖິງ 23.071 ​ໂຄງການ ​ໂດຍ​ມີຍອດ​ມູນ​ຄ່າ​ການ​ລົງທຶນຕາມ​ສັນຍາເຖິງ 300 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ ​ແລະ…

ທ່ານ ທຣຳ ຈະອອກດຳລັດຍົກເລີກນະໂຍບາຍການປ່ຽນແປງດິນຟ້າອາກາດຂອງທ່ານ ໂອບາມາ

     ທ່ານ ​ເຊ​ນ ສະປິ​ເຊີ ​ໂຄສົກ​ ທໍານຽບຂາວ​ອາ​ເມ​ລິ​ກາ ກ່າວ​ໃນ​ວັນ​ທີ 27 ມີນາ​ນີ້​ວ່າ: ທ່ານ ​ທຣຳ ປະທານາທິບໍດີ​ອາ​ເ​ມລິ​ກາ ​ຈະ​ອອກດຳລັດເພື່ອ​ຍົກ​ເລີກນະ​ໂຍບາຍ​​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດທີ່​ບໍ່​ຈຳ​ເປັນ ​​ແລະ​ ປະຕິບັດ​ໃນ​ສະ​ໄໝ​ລັດຖະບານ ​ໂອບາ​ມາ. ທ່ານ ​ສະປິ​ເຊີ ກ່າວຕື່ມ​ວ່າ: ດຳລັດ​ໃໝ່ຈະ​ເຮັດ​ໃຫ້​ລາຄາພະລັງງານ…

ຫລາຍຮ້ອຍຄົນຖືກຈັບກຸມໃນລະຫວ່າງການປະທ້ວງການຕໍ່ຕ້ານສໍ້ລາດບັງຫລວງໃນ ປະເທດຣັດເຊຍ

ຕາມສຳນັກຂ່າວ Reuters, ຫລາຍພັນກວ່າຄົນລົງໄປທາງເພື່ອປະທ້ວງຕໍ່ຕ້ານໃນການ ສໍ້ລາດບັງຫລວງ. ໃນການປະທ້ວງຄັ້ງນີ້ແມ່ນການປະທ້ວງຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ປີ 2011 ແລະ 2012

ຈີນພົບບັນຫາສານເສບຕິດສັງເຄາະລະບາດໜັກ

     ລັດຖະບານຈີນຖະແຫລງໃນວັນທີ 27 ມີນານີ້ວ່າ: ສະຖານະການຢາເສບຕິດຢູ່ຈີນເຂົ້າຂັ້ນຮ້າຍແຮງ ແລະ ລະບາດໜັກຂຶ້ນ ໂດຍສະເພາະຢ່າງຍິ່ງມີການເສບ ແລະ ຜະລິດສານເສບຕິດສັງເຄາະ ເຊິ່ງກາຍເປັນໄພຄຸກຄາມ ສາທາລະນະສຸກຄັ້ງໃຫຍ່ທົ່ວໂລກ. ທ່ານ ຫລິວ ເຢຈິນ ຮອງຜູ້ອຳນວຍການຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດຈີນ ກ່າວໃນການຖະແຫລງຂ່າວວ່າ: ຈີນຢຶດຢາບ້າ,…