ປະທານາທິບໍດີຟີລິບປິນເລັ່ງໃຊ້ກົດໄອຍະການເສິກແກ້ໄຂບັນຫາພາຍໃນປະເທດ
ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ກ່າວວ່າ: ອາດໃຊ້ກົດໄອຍະການເສິກແກ້ໄຂບັນຫາພາຍໃນປະເທດ ແລະ ອາດປ່ຽນໄປໃຊ້ວິທີການແຕ່ງຕັ້ງຜູ້ນຳລະດັບເມືອງແທນການເລືອກຕັ້ງ ສົ່ງຜົນໃຫ້ເກີດຄວາມກັງວົນກ່ຽວກັບປະຊາທິປະໄຕພາຍໃຕ້ການປົກຄອງຂອງທ່ານ. ປະທານາທິບໍດີ ດູເຕີເຕ ກ່າວວ່າ: ທ່ານພວມພິຈາລະນາໃຊ້ມາດຕະການທັງສອງຢ່າງ ເພື່ອກວາດລ້າງຢາເສບຕິດໃນສັງຄົມໃຫ້ໝົດໄປ ເພາະການປະກາດກົດໄອຍະການເສິກຈະຊ່ວຍຢຸດບັນຫາທຸກຢ່າງທີ່ເກີດຂຶ້ນ ບໍ່ພຽງແຕ່ເລື່ອງຢາເສບຕິດເທົ່ານັ້ນ. ທ່ານ ດູເຕີເຕ ຫາກໍເດີນທາງກັບຈາກການຢ້ຽມຢາມໄທຢ່າງເປັນທາງການກ່າວວ່າ:…
