ຫລວງນ້ຳທາປ່ອຍສັດປ່າທີ່ຍືດມາໄດ້ຈຳນວນ 570 ໂຕຄືນສູ່ທໍາມະຊາດ

ໃນວັນທີ 1 ຕຸລານີ້, ກອງກວດກາປ່າໄມ້ແຂວງຫລວງນ້ຳທາ, ໄດ້ນຳເອົາສັດປ່າຈໍານວນ 570 ໂຕທີ່ຢຶດໄດ້ຢູ່ດ່ານສາກົນບໍ່ເຕ່ນໄປປ່ອຍຢູ່ຖ້ຳເກົາເລົາ, ເມືອງວຽງພູຄາ ແລະ ດໍາເນີນຄະດີປັບໃໝຜູ້ກະທໍາຜິດຕາມລະບຽບກົດໝາຍ.
ໃນໄລຍະຜ່ານມາ, ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ໄດ້ລົງກວດກາລາດຕາະເວນຕາມເສັ້ນທາງທີ່ມີການລັກລອບຊື້-ຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ, ທີ່ມີບັນຊີຄຸ້ມຄອງຫ້າມການນຳເຂົ້າ-ສົ່ງອອກ, ຫ້າມຊື້-ຫ້າມຂາຍດັ່ງກ່າວ.

