ນັກວິໄຈພົບຢາຂ້າແມງໄມ້ຊຶມເຂົ້າໃນໝາກໄມ້ ລ້າງນໍ້າທໍາມະດາບໍ່ສາມາດກໍາຈັດໄດ້!

ນັກວິໄຈພົບຢາຂ້າແມງໄມ້ຊຶມເຂົ້າໃນໝາກໄມ້ ລ້າງນໍ້າທໍາມະດາບໍ່ສາມາດກໍາຈັດໄດ້!

ວາລະສານ Nano Letters ລາຍງານຜົນການສຶກສາຈາກ ສະມາຄົມເຄມີຂອງອາເມລິກາ (American Chemical Society) ທີ່ພົບວ່າ: “ການລ້າງໝາກໄມ້ດ້ວຍນໍ້າທໍາມະດາ ບໍ່ສາມາດກໍາຈັດຢາຂ້າແມງໄມ້ໄດ້” ຫລື ການປອກເປືອກກໍບໍ່ກໍາຈັດໄດ້ດີເທົ່າທີ່ຄວນ ຜົນການສຶກສານີ້ ທົດລອງຈາກການນໍາເອົາໝາກແອັບເປິ້ນ ທີ່ຊື້ມາຕາມທ້ອງຕະຫລາດ ແລະ ພົບວ່າມີຢາຂ້າແມງໄມ້ກະຈາຍຕົວຢູ່ໃນຊັ້ນເປືອກ ແລະ ຊຶມເຂົ້າເນື້ອຂອງໝາກແອັບເປິ້ນ…

ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ

ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ

      ບໍລິສັດຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງເປີດເຜີຍວ່າ: ໄດ້ຮັບລາຍການສັ່ງຊື້ 440,000 ໂດສ ຈາກປະເທດແຫ່ງໜຶ່ງໃນເອີຣົບ.       ວັນທີ 22 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດບາວາຣຽນ ນໍດິກ ຜູ້ພັດທະນາດ້ານເຕັກໂນໂລຊີຊີວະພາບສັນຊາດດານມາກ ເປັນຜູ້ຜະລິດວັກຊີນທີ່ມີຊື່ທາງການຄ້າວ່າ: Imvanex ຫລື JYNNEOS ສໍາລັບພະຍາດໝາກສຸກລີງ ເຊິ່ງອົງການອະນາໄມໂລກ…

ອິດສະລາແອນສັງຫານແກນນໍາສາຍທະຫານຟາຕາ ເຈລະຈາຢຸດຍິງກາຊາຢຸດສະງັກ

ອິດສະລາແອນສັງຫານແກນນໍາສາຍທະຫານຟາຕາ ເຈລະຈາຢຸດຍິງກາຊາຢຸດສະງັກ

     ອິດສະລາແອນຢືນຢັນການສັງຫານໜຶ່ງໃນສະມາຊິກລະດັບສູງຂອງກອງກໍາລັງໃນສັງກັດພັກຟາຕາ. ຂະນະທີ່ລັດຖະມົນຕີຕ່າງປະເທດອາເມລິກາສໍາເລັດພາລະກິດຫລ້າສຸດຢູ່ຕາເວັນອອກກາງ ໂດຍບໍ່ສາມາດຊຸກຍູ້ໃຫ້ການເຈລະຈາຢຸດຍິງຢູ່ເຂດກາຊາຄືບໜ້າໄດ້.       ວັນທີ 22 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການວ່າ: ປະຕິບັດການໂຈມຕີທາງອາກາດຢູ່ເມືອງໄຊດອນ ທາງພາກໃຕ້ຂອງລີບັງ ໃນວັນທີ 21 ສິງຫາຜ່ານມາ ເພື່ອສັງຫານພີ່ນ້ອງຂອງທ່ານ ມູເນຍ ອັລ ມັກດາ ຜູ້ນໍາກອງກໍາລັງທາງທະຫານຂອງພັກຟາຕາ…

ກໍາປູເຈຍເປີດຕົວແອັບພລິເຄຊັນຈ່າຍເງິນຜ່ານມືຖື ອໍານວຍຄວາມສະດວກນັກທ່ອງທ່ຽວ

ກໍາປູເຈຍເປີດຕົວແອັບພລິເຄຊັນຈ່າຍເງິນຜ່ານມືຖື ອໍານວຍຄວາມສະດວກນັກທ່ອງທ່ຽວ

      ກໍາປູເຈຍເປີດຕົວລະບົບຈ່າຍເງິນຜ່ານໂທລະສັບມືຖື ເພື່ອຊ່ວຍໃຫ້ນັກທ່ອງທ່ຽວສາມາດສະແກນ ແລະ ຈ່າຍເງິນຄ່າສິນຄ້າ ແລະ ບໍລິການຕາມຮ້ານຄ້າ 3.3 ລ້ານແຫ່ງທົ່ວປະເທດ ໄດ້ຢ່າງມີປະສິດທິພາບ ແລະ ສະດວກສະບາຍ.       ວັນທີ 20 ສິງຫາ, ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ນາງ ເຈຍ…

ຫວຽດນາມ-ຈີນ ລົງນາມຂໍ້ຕົກລົງຮ່ວມມືດ້ານການຄ້າ-ການລົງທຶນ 14 ສະບັບ ສ້າງລາງລົດໄຟຂ້າມຊາຍແດນ ແລະ ການຊື້-ຂາຍ ຊີ້ນແຂ້

ຫວຽດນາມ-ຈີນ ລົງນາມຂໍ້ຕົກລົງຮ່ວມມືດ້ານການຄ້າ-ການລົງທຶນ 14 ສະບັບ ສ້າງລາງລົດໄຟຂ້າມຊາຍແດນ ແລະ ການຊື້-ຂາຍ ຊີ້ນແຂ້

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 19 ສິງຫາ 2024 ທ່ານ ໂຕ ເລີມ ປະທານປະເທດ ຫວຽດນາມ ໄດ້ພົບປະກັບ ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ທີ່ນະຄອນຫລວງປັກກິ່ງ ເພື່ອຮ່ວມລົງນາມໃນຂໍ້ຕົກລົງ 14 ສະບັບ ກ່ຽວກັບການຄ້າ…

ໄອວໍຣີໂຄສຢືນຢັນຜູ້ເສຍຊີວິດຈາກພະຍາດໝາກສຸກລີງ ຂໍທຸກຝ່າຍຢ່າແຕກຕື່ນ

ໄອວໍຣີໂຄສຢືນຢັນຜູ້ເສຍຊີວິດຈາກພະຍາດໝາກສຸກລີງ ຂໍທຸກຝ່າຍຢ່າແຕກຕື່ນ

     ໜ່ວຍງານສາທາລະນະສຸກຂອງໄອວໍຣີໂຄສ ເຊື່ອໝັ້ນວ່າຄວບຄຸມສະຖານະການໄດ້ ພາຍຫລັງພົບຜູ້ເສຍຊີວິດຈາກເຊື້ອໄວຣັສພະຍາດໝາກສຸກລີງ.       ວັນທີ 21 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກໄອວໍຣີໂຄສ ລາຍງານສະຖານະການການແຜ່ລະບາດຂອງພະຍາດໝາກສຸກລີງ ຫລື Mpox ພາຍໃນປະເທດວ່າມີຜູ້ຕິດເຊື້ອສະສົມຢ່າງໜ້ອຍ 28 ຄົນ ແລະ ເສຍຊີວິດແລ້ວ 1 ຄົນ…

ຜູ້ຊ່ຽວຊານຈາກ WHO ກ່າວວ່າ Mpox ບໍ່ລະບາດໜັກຄືໂຄວິດ ຢືນຢັນຮູ້ວິທີຮັບມື

ຜູ້ຊ່ຽວຊານຈາກ WHO ກ່າວວ່າ Mpox ບໍ່ລະບາດໜັກຄືໂຄວິດ ຢືນຢັນຮູ້ວິທີຮັບມື

      ດຣ. ຮານ ຄລູກ ຜູ້ອໍານວຍການພາກພື້ນເອີຣົບຂອງອົງການອະນາໄມໂລກ (WHO) ຖະແຫລງສະຫລຸບສະຖານະການການແຜ່ລະບາດຂອງພະຍາດຕິດເຊື້ອພະຍາດໝາກສຸກລີງ (Mpox) ໂດຍຢືນຢັນວ່າ: ຄວາມສ່ຽງໃນການແຜ່ລະບາດຂອງ Mpox ຕໍ່ປະຊາກອນທົ່ວໄປນັ້ນຢູ່ໃນລະດັບຕໍ່າ.       ໂດຍທ່ານປະຕິເສດການປຽບທຽບຄວາມຮຸນແຮງຂອງການແຜ່ລະບາດລະຫວ່າງ Mpox ກັບ ໂຄວິດ ເນື່ອງຈາກຜູ້ຊ່ຽວຊານຮູ້ດີວ່າຕ້ອງຄວບຄຸມການແຜ່ລະບາດແນວໃດ ແລະ ຮູ້ວ່າແມ່ນຫຍັງຄືຂັ້ນຕອນທີ່ຈໍາເປັນເພື່ອແກ້ໄຂການແຜ່ລະບາດໃຫ້ໝົດໄປ….

ແຈ້ງການ ການຊໍາລະພັນທະ ດ້ວຍເງິນຕາຕ່າງປະເທດ ພາຍໃນປະເທດ

ແຈ້ງການ ການຊໍາລະພັນທະ ດ້ວຍເງິນຕາຕ່າງປະເທດ ພາຍໃນປະເທດ

ອີງຕາມ ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019; ອີງຕາມ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ…

ຟີລິບປິນພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທໍາອິດຂອງປີນີ້ ຍັງບໍ່ແນ່ນອນເປັນເຊື້ອສາຍພັນໃໝ່ ຫລື ບໍ່

ຟີລິບປິນພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທໍາອິດຂອງປີນີ້ ຍັງບໍ່ແນ່ນອນເປັນເຊື້ອສາຍພັນໃໝ່ ຫລື ບໍ່

      ໜ່ວຍງານສາທາລະນະສຸກຂອງຟີລິບປິນກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທໍາອິດຂອງປີນີ້ ແລະ ກໍາລັງລໍຖ້າການຢືນຢັນຢ່າງເປັນທາງການອີກເທື່ອໜຶ່ງຈາກຜູ້ຊ່ຽວຊານວ່າເປັນເຊື້ອສາຍພັນໃໝ່ທີ່ທຸກຝ່າຍກໍາລັງກັງວົນຢູ່ຕອນນີ້ ຫລື ບໍ່. ທັງນີ້, ໜ່ວຍງານທີ່ກ່ຽວຂ້ອງກໍາລັງກວດຢ່າງລະອຽດວ່າເຊື້ອໄວຣັດດັ່ງກ່າວເປັນກຸ່ມສາຍພັນໃໝ່ ເຄລດ 1B ຫລື ບໍ່. ສະວີເດັນເປັນປະເທດທໍາອິດທີ່ຢືນຢັນໃນອາທິດຜ່ານມາວ່າພົບຜູ້ຕິດເຊື້ອພະຍາດໝາກສຸກລີງຈາກເຊື້ອໄວຣັດສາຍພັນດັ່ງກ່າວ ນອກທະວີບອາຟຣິກາ. ສ່ວນອົງການອະນາໄມໂລກ (WHO) ປະກາດໃນອາທິດຜ່ານມາໃຫ້ການແຜ່ລະບາດຂອງພະຍາດ ໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ, ນີ້ເປັນຄັ້ງທີສອງ ຕໍ່ຈາກການປະກາດໃນປີ…

ມາເລເຊຍຍົກລະດັບຄັດກອງຕາມຈຸດຜ່ານແດນ ສະກັດພະຍາດໝາກສຸກລີງ

ມາເລເຊຍຍົກລະດັບຄັດກອງຕາມຈຸດຜ່ານແດນ ສະກັດພະຍາດໝາກສຸກລີງ

      ລັດຖະບານມາເລເຊຍເພີ່ມການເຝົ້າລະວັງຕາມຈຸດຜ່ານແດນລະຫວ່າງປະເທດ ພາຍຫລັງອົງການອະນາໄມໂລກປະກາດສະຖານະການສຸກເສີນຈາກພະຍາດໝາກສຸກລີງອີກເທື່ອໜຶ່ງ.       ວັນທີ 19 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກມາເລເຊຍອອກຖະແຫລງການກ່ຽວກັບການຍົກລະດັບມາດຕະການກວດຄັດກອງພະຍາດໝາກສຸກລີງ ຫລື ເອັມພັອກ ຢູ່ຈຸດຜ່ານແດນລະຫວ່າງປະເທດທຸກແຫ່ງ ລວມທັງຂໍການຮ່ວມມືໃຫ້ນັກເດີນທາງທີ່ມາຈາກປະເທດທີ່ມີການຢືນຢັນວ່າພົບຜູ້ຕິດເຊື້ອພະຍາດໝາກສຸກລີງສັງເກດອາການຂອງຕົນເອງຢ່າງໃກ້ຊິດເປັນເວລາ 21 ວັນ ນັບແຕ່ເດີນທາງມາເຖິງມາເລເຊຍ, ແຕ່ຍັງບໍ່ມີການລະບຸຈະແຈ້ງວ່າໜ່ວຍງານລັດຈະຕິດຕາມຜົນແນວໃດ.       ຂະນະດຽວກັນ, ກະຊວງສາທາລະນະສຸກມາເລເຊຍຢືນຢັນວ່າ:…