ກໍາປູເຈຍເຝົ້າລະວັງຢ່າງເຂັ້ມງວດພະຍາດໝາກສຸກລີງ-ພະຍາດຕິດເຊື້ອຕາມດ່ານຊາຍແດນ

ກໍາປູເຈຍເຝົ້າລະວັງຢ່າງເຂັ້ມງວດພະຍາດໝາກສຸກລີງ-ພະຍາດຕິດເຊື້ອຕາມດ່ານຊາຍແດນ

 ວັນທີ 25 ສິງຫາ 2024, ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ຊຽງ ຣາ ລັດຖະມົນຕີກະຊວງສາທາລະນະສຸກຂອງກໍາປູເຈຍ ກ່າວຜ່ານຈົດໝາຍສົ່ງເຖິງເຈົ້າແຂວງຕິດຊາຍແດນຂອງປະເທດວ່າ: ອົງການອະນາໄມໂລກ (WHO) ປະກາດໃຫ້ພະຍາດໝາກສຸກລີງ ຫລື Mpox ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ໃນວັນທີ 14 ສິງຫາຜ່ານມາ ເນື່ອງຈາກການແຜ່ລະບາດຢ່າງວ່ອງໄວໃນຫລາຍປະເທດຂອງທະວີບອາຟຣິກາ….

ເບຣຊິນຜະເຊີນໄຟໄໝ້ປ່າຮຸນແຮງທຸບສະຖິຕິໃນຮອບຫລາຍສິບປີ ສ້າງຄວາມເສຍຫາຍໜັກ

ເບຣຊິນຜະເຊີນໄຟໄໝ້ປ່າຮຸນແຮງທຸບສະຖິຕິໃນຮອບຫລາຍສິບປີ ສ້າງຄວາມເສຍຫາຍໜັກ

      ໄຟໄໝ້ປ່າຢູ່ລັດເຊົາເປົາໂລທາງຕອນໃຕ້ຂອງເບຣຊິນ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ ຕາມລາຍງານໃນວັນທີ 24 ສິງຫາຜ່ານມາ ໂດຍມີເມືອງຢ່າງໜ້ອຍ 36 ແຫ່ງທີ່ປະກາດເຕືອນໄພຂັ້ນສູງແລ້ວ.       ຂະນະທີ່ເຈົ້າໜ້າທີ່ໃນລະດັບທ້ອງຖິ່ນ ແລະ ສູນກາງກໍາລັງເລັ່ງຄວບຄຸມສະຖານະການ ເຊິ່ງເຈົ້າຄອງລັດເຊົາເປົາໂລເປີດເຜີຍວ່າ: ທາງການໄດ້ສົ່ງເຈົ້າໜ້າທີ່ ແລະ ອາສາສະໝັກ 7,300…

ອິດສະລາແອນປະກາດສະຖານະການສຸກເສີນ 48 ຊົ່ວໂມງ ເປີດການໂຈມຕີລີບັງສະກັດກຸ່ມແຮັດໂບລາ

ອິດສະລາແອນປະກາດສະຖານະການສຸກເສີນ 48 ຊົ່ວໂມງ ເປີດການໂຈມຕີລີບັງສະກັດກຸ່ມແຮັດໂບລາ

      ອິດສະລາແອນເປີດການໂຈມຕີເປົ້າໝາຍຫລາຍແຫ່ງຢູ່ລີບັງ ເພື່ອປ້ອງກັນຕົນເອງຈາກກຸ່ມແຮັດໂບລາ ໂດຍໃນເວລາດຽວກັນມີການປະກາດສະຖານະການສຸກເສີນ 48 ຊົ່ວໂມງ.      ວັນທີ 25 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ໂຢອາບ ກັລລັນ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ກ່າວວ່າ: ຄະນະລັດຖະບານອິດສະລາແອນມີມະຕິປະກາດສະຖານະການສຸກເສີນທົ່ວປະເທດ ເປັນເວລາ 48 ຊົ່ວໂມງ…

ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ

ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ

      ອົງການອະນາໄມໂລກປະກາດລະດົມທຶນຢ່າງໜ້ອຍ 135 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນພາລະກິດຮັບມືການແຜ່ລະບາດຄັ້ງໃໝ່ຂອງເຊື້ອໄວຣັສໝາກສຸກລີງ.       ວັນທີ 24 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເທດຣອສ ແອດຮານອມ ເກເບຣເຢຊຸສ ຜູ້ອໍານວຍການອົງການອະນາໄມໂລກ (WHO) ກ່າວເຖິງສະຖານະການການແຜ່ລະບາດຂອງພະຍາດໝາກສຸກລີງ ຫລື Mpox ຮອບໃໝ່…

ກອງປະຊຸມຜູ້ນຳປາຊີຟິກກຽມຫາລືອະນາຄົດຂອງພາກພື້ນຈາກວິກິດສະພາບອາກາດ

ກອງປະຊຸມຜູ້ນຳປາຊີຟິກກຽມຫາລືອະນາຄົດຂອງພາກພື້ນຈາກວິກິດສະພາບອາກາດ

      ກອງປະຊຸມສຸດຍອດ Pacific Islands Forum (PIF) ເຊິ່ງເປັນອີກໜຶ່ງກອງປະຊຸມສໍາຄັນທີ່ສຸດໃນພາກພື້ນປາຊີຟິກ ຈະເລີ່ມຂຶ້ນໃນອາທິດນີ້ຢູ່ປະເທດຕອງກາ ເຊິ່ງກອງປະຊຸມຄັ້ງນີ້ຈະເນັ້ນໃສ່ບັນຫາການປ່ຽນແປງສະພາບອາກາດທີ່ເປັນໄພຄຸກຄາມສໍາຄັນຕໍ່ພາກພື້ນທີ່ມີຄວາມບອບບາງທີ່ສຸດໃນໂລກ ແລະ ບັນຫານີ້ກະທົບຕໍ່ການເພີ່ມຂຶ້ນຂອງລະດັບນໍ້າທະເລ ແລະ ການປ່ຽນແປງຂອງອຸນຫະພູມ.      ກອງປະຊຸມ PIF ເປັນການລວມຕົວຂອງຜູ້ນໍາປະເທດສະມາຊິກ 18 ປະເທດໃນພາກພື້ນປາຊີຟິກ ເພື່ອຕັດສິນໃຈບັນຫາສໍາຄັນທີ່ສົ່ງຜົນກະທົບຕໍ່ພາກພື້ນ…

ມີຜູ້ເສຍຊີວິດຫລາຍກວ່າ 40 ຄົນ ຈາກນໍ້າຖ້ວມຄັ້ງໃຫຍ່ຢູ່ອິນເດຍ-ບັງກະລາເທດ

ມີຜູ້ເສຍຊີວິດຫລາຍກວ່າ 40 ຄົນ ຈາກນໍ້າຖ້ວມຄັ້ງໃຫຍ່ຢູ່ອິນເດຍ-ບັງກະລາເທດ

      ວັນທີ 24 ສິງຫາ 2024, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຍ້ອນຝົນຕົກໜັກ ແລະ ຕໍ່ເນື່ອງໃນອາທິດນີ້ ເຮັດໃຫ້ເກີດນ້ຳຖ້ວມຢູ່ພາກຕາເວັນອອກຂອງບັງກະລາເທດ ແລະ ມີຈຳນວນຜູ້ເສຍຊີວິດເພີ່ມອີກຢ່າງໜ້ອຍ 18 ຄົນ ແລະ ອີກ 4.5 ລ້ານຄົນໄດ້ຮັບຜົນກະທົບ, ເມືອງ ເຟນີ ໄດ້ຮັບຄວາມເດືອດຮ້ອນຫລາຍທີ່ສຸດ. …

ອາຟຣິກາມີຜູ້ຕິດເຊື້ອພະຍາດໝາກສຸກລີງສະສົມເກີນ 21,000 ຄົນ ເສຍຊີວິດແລ້ວ 591 ຄົນໃນປີນີ້

ອາຟຣິກາມີຜູ້ຕິດເຊື້ອພະຍາດໝາກສຸກລີງສະສົມເກີນ 21,000 ຄົນ ເສຍຊີວິດແລ້ວ 591 ຄົນໃນປີນີ້

      ຈໍານວນຜູ້ຕິດເຊື້ອພະຍາດໝາກສຸກລີງຢູ່ທະວີບອາຟຣິກາສະສົມຫລາຍກວ່າ 21,000 ຄົນແລ້ວໃນປີນີ້ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 591 ຄົນ.       ວັນທີ 25 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດອາຟຣິກາ (ອາຟຣິກາ ຊີດີຊີ) ລາຍງານສະຖານະການພະຍາດໝາກສຸກລີງ ຫລື…

ສິງກະໂປຍົກລະດັບຄັດກອງພະຍາດໝາກສຸກລີງ ປີນີ້ພົບຜູ້ຕິດເຊື້ອ Clade 2 ແລ້ວ 13 ຄົນ

ສິງກະໂປຍົກລະດັບຄັດກອງພະຍາດໝາກສຸກລີງ ປີນີ້ພົບຜູ້ຕິດເຊື້ອ Clade 2 ແລ້ວ 13 ຄົນ

     ລັດຖະບານສິງກະໂປປະກາດເພີ່ມຄວາມເຂັ້ມງວດຂອງການກວດຄັດກອງດ້ານສາທາລະນະສຸກຕາມຈຸດຜ່ານແດນ ທ່າມກາງການແຜ່ລະບາດຮອບໃໝ່ຂອງພະຍາດໝາກສຸກລີງ ເຊິ່ງໃນປະເທດພົບຜູ້ຕິດເຊື້ອສາຍພັນທີ 2 ສະສົມແລ້ວ 13 ຄົນໃນປີນີ້.      ວັນທີ 23 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກສິງກະໂປອອກຖະແຫລງການກ່ຽວກັບການເພີ່ມຄວາມເຂັ້ມງວດຂອງມາດຕະການຄັດກອງທາງສາທາລະນະສຸກຕາມຈຸດກວດຜ່ານແດນລະຫວ່າງປະເທດຢູ່ສະໜາມບິນສາກົນຊາງງີ ແລະ ສະໜາມບິນເຊເລຕາ ຕະຫລອດຮອດທ່າເຮືອທຸກແຫ່ງ ເພື່ອເຝົ້າລະວັງພະຍາດໝາກສຸກລີງ ຫລື Mpox…

ສີລັງກາ ອະນຸມັດ ຟຣີວີຊາ 35 ປະເທດ ເພື່ອກະຕຸ້ນການທ່ອງທ່ຽວ

ສີລັງກາ ອະນຸມັດ ຟຣີວີຊາ 35 ປະເທດ ເພື່ອກະຕຸ້ນການທ່ອງທ່ຽວ

ສີລັງກາປະກາດອະນຸມັດຟຣີວີຊາທ່ອງທ່ຽວໃຫ້ 35 ປະເທດ ລວມທັງອິນເດຍ, ຈີນ, ອັງກິດ ແລະ ໄທ ເພື່ອກະຕຸ້ນເສດຖະກິດ. ວັນທີ 23 ສິງຫາ 2024, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສີລັງກາປະກາດອະນຸມັດຟຣີວີຊາທ່ອງທ່ຽວໃຫ້ 35 ປະເທດ ລວມທັງອິນເດຍ, ຈີນ, ອັງກິດ…

ພາກຕາເວັນອອກຂອງບັງກະລາເທດນໍ້າຖ້ວມໜັກຄັ້ງໃຫຍ່ ມີຜູ້ເສຍຊີວິດແລ້ວ 13 ຄົນ

ພາກຕາເວັນອອກຂອງບັງກະລາເທດນໍ້າຖ້ວມໜັກຄັ້ງໃຫຍ່ ມີຜູ້ເສຍຊີວິດແລ້ວ 13 ຄົນ

       ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະ ອີກຫລາຍລ້ານຄົນໄດ້ຮັບຄວາມເດືອດຮ້ອນຈາກອຸທົກກະໄພຄັ້ງໃຫຍ່ຢູ່ພາກຕາເວັນອອກຂອງບັງກະລາເທດ.       ວັນທີ 23 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງບໍລິຫານຈັດການສະຖານະການສຸກເສີນບັງກະລາເທດລາຍງານ ສະຖານະການອຸທົກກະໄພຢູ່ທາງພາກຕາເວັນອອກຂອງປະເທດ ເຊິ່ງເປັນຜົນມາຈາກຝົນຕົກຢ່າງໜັກໃນອາທິດນີ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 13 ຄົນ ແລະ ປະຊາຊົນອີກປະມານ 4.5…