ມຽນມາມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 264 ຄົນ ສັ່ງປະຊາຊົນຢູ່ຢາງກຸ້ງກັກຕົວຢູ່ໃນເຮືອນ

ວັນທີ 21 ກັນຍາ, ກະຊວງສາທາລະນະສຸກ ແລະ ກິລາຂອງມຽນມາ ລາຍງານການກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 264 ຄົນ ສົ່ງຜົນໃຫ້ຈຳນວນລວມຜູ້ຕິດເຊື້ອໃນປະເທດມີ 5.805 ຄົນ.
ຂະນະດຽວກັນ ມຽນມາຍັງລາຍງານການກວດພົບຜູ້ຕິດເຊື້ອທີ່ເສຍຊີວິດຈາກໂຄວິດ-19 ເພີ່ມຂຶ້ນ 2 ຄົນ ເຮັດໃຫ້ຈຳນວນຜູ້ເສຍຊີວິດໃນປະເທດລວມມີ 94 ຄົນ.
ທັງນີ້, ໃນວັນທີ 20 ກັນຍາ, ລັດຖະບານມຽນມາໄດ້ບັງຄັບໃຊ້ຄຳສັ່ງໃຫ້ປະຊາຊົນຢູ່ແຕ່ໃນເຮືອນໃນທຸກເຂດຂອງຢາງກຸ້ງ ຍົກເວັ້ນເຂດ Cocokyun ເນື່ອງຈາກຈຳນວນຜູ້ຕິດເຊື້ອໃນທ້ອງຖິ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ເຖິງຢ່າງໃດກໍດີ, ມຽນມາມີຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຈົນຫາຍດີ ແລະ ອອກຈາກໂຮງໝໍທັງໝົດ 1.260 ຄົນແລ້ວ.

