ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ
ໂບໂກຕາ 20 ເມສາ: ລັດຖະບານໂກລົມບີຖະແຫລງວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ ແລະ ສູນຫາຍ 7 ຄົນ ພາຍຫລັງດິນເຈື່ອມເຮັດໃຫ້ກອງດິນ ແລະ ຫີນໄຫລເຂົ້າບ້ານຫລາຍແຫ່ງຢູ່ເມືອງມານິຊາເລສ ຖືເປັນເຫດດິນເຈື່ອນທີ່ມີຜູ້ເສຍຊີວິດຫລາຍເປັນເທື່ອທີສອງຂອງປະເທດໃນເດືອນນີ້. ຝົນຕົກໜັກໃນໄລຍະຜ່ານມາເປັນອັນຕະລາຍຫລາຍຕໍ່ຜູ້ຢູ່ອາໄສຫລາຍສິບຄົນໃນເຂດຊານເມືອງ ເຊິ່ງອາໄສຢູ່ໃນແຫລ່ງກໍ່ສ້າງຊົ່ວຄາວຕາມຕີນພູຂອງພູແອນດີສ ທີ່ມີຄວາມສ່ຽງຕໍ່ໄພຫິມະຖະຫລົ່ມ ແລະ…
