ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືທະຫານອາສາສະໝັກທີ່ເສຍຊີວິດໃນປາງສົງຄາມຢູ່ລາວ

ຄະນະສະເພາະກິດລາວ-ຫວຽດນາມ ເພື່ອຊອກ ແລະ ຂຸດຄົ້ນອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນປາງສົງຄາມຢູ່ລາວ ຈະເພີ່ມທະວີການຮ່ວມມືປະຕິບັດງານຢູ່ 3 ແຂວງຂອງລາວຄື: ແຂວງຊຽງຂວາງ, ແຂວງວຽງຈັນ ແລະ ແຂວງໄຊສົມບູນໃຫ້ບັນລຸເປົ້າໝາຍ, ຊຶ່ງກອງປະຊຸມພົບປະ ແລະ ເຊັນບົດບັນທຶກຊ່ວຍຈຳ, ມອບຕົວເລກຄາດໝາຍການຊອກຫາ ແລະ ຂຸດຄົ້ນອັດຖິດັ່ງກ່າວໄດ້ມີຂຶ້ນໃນວັນທີ 26 ກັນຍານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍມີທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ, ທ່ານພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງໄຊສົມບູນ ແລະ ຝ່າຍຫວຽດນາມ ນຳໂດຍທ່ານ ເລ ຫງ໋ອກ ຮວາ ຮອງປະທານຄະນະກຳມະການປະຊາ ຊົນແຂວງເຫງະອານ.

