ຄຄຊ ເຮັດສໍາເລັດວຽກງານສຳຄັນຫຼາຍດ້ານ

ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2018 ໄດ້ຈັດຂຶ້ນໃນວັນທີ 26 ກັນຍານີ້ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານ ຄະນະກໍາມະການຄຸ້ມຄອງຫຼັກຊັບ.
ກອງປະຊຸມຄັ້ງນີ້ ເປີດຂຶ້ນໃນທ່າມກາງທີ່ປະເທດເຮົາ ພວມປະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ແລະ ປະເຊີນກັບຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ ແລະ ພ້ອມດຽວກັນນີ້, ກໍ່ໄດ້ມີການປັບປຸງຄະນະກໍາມະການ ຄຄຊ ຊຸດໃໝ່ຕາມການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານຊຸດໃໝ່ ໂດຍທ່ານ ສອນໄຊ ສິດພະໄຊ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ, ເປັນຮອງປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ມະໄລທອງ ກົມມະສິດ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນຄະນະກໍາມະການຄຸ້ມຄອງຫຼັກຊັບ ແທນຜູ້ເກົ່າ.
ທີ່ປະຊຸມ ຍັງໄດ້ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ I ປີ 2018 ແລະ ໄດ້ປຶກສາຫາລືບາງໜ້າວຽກທີ່ສຳ ຄັນ ໂດຍມີການລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງຜ່ານມາ; ຄຽງຄູ່ກັນນັ້ນ, ຍັງຮັບຟັງການລາຍງານການຈັດຕັ້ງການເຄື່ອນໄຫວວຽກງານ ສຄຄຊ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2018, ການຈັດຕັ້ງການເຄື່ອນໄຫວວຽກງານຕະຫຼາດຫຼັກຊັບ (ຕລຊລ) ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2018, ຄວາມຄືບໜ້າກ່ຽວກັບການກະກຽມສະໝັກເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO), (ຮ່າງ) ກົດໝາຍວ່າດ້ວຍຫຼັກຊັບ ສະ ບັບປັບປຸງ, ການກະກຽມອອກຈໍາໜ່າຍຮຸ້ນ ແລະ ຈົດທະບຽນຂອງ 1 ບໍລິສັດ, ຜົນສໍາເລັດການຂາຍຮຸ້ນຂອງບໍລິສັດມະຫາທຶນເຊົ່າສິນເຊື່ອ ແລະ ບໍລິສັດລາວອາໂກຣເທັກ ມະຫາຊົນອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນເປັນຄັ້ງທຳອິດ ເຊິ່ງສາມາດລະດົມທຶນໄດ້ທັງໝົດ 39,6 ຕື້ກີບ; ການປັບປຸງຕົວຊີ້ວັດການປົກປ້ອງຜູ້ລົງທຶນລາຍຍ່ອຍ, ການກະກຽມຄວາມພ້ອມໃນການນໍາເອົາພັນທະບັດລັດຖະບານເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະ ການປັບປຸງແຈ້ງການຂອງ ຄຄຊ ສະບັບເລກທີ 014/ຄຄຊ ລົງວັນທີ 25 ທັນວາ 2013 ວ່າດ້ວຍການ ຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ສໍາລັບບໍລິສັດຈົດທະບຽນ; ແຕ່ຢ່າງໃດກໍ່ຕາມ ຍັງຕ້ອງສືບຕໍ່ເອົາໃຈໃສ່ພັດທະນາຕະຫຼາດທຶນລາວ ໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ ມີມາດຕະຖານສາກົນ.
ທ່ານປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ຍັງເນັ້ນໃຫ້ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບ ໂດຍສະເພາະສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ບັນດາຜົນງານທີ່ດີເດັ່ນຂອງ ຄຄຊ ໃຫ້ມີຜົນສຳເລັດດີຂຶ້ນກ່ວາເກົ່າ ແລະ ພ້ອມກັນ ຈັດຕັ້ງປະຕິບັດຜົນກອງປະຊຸມໃນເທື່ອນີ້ໃຫ້ແທດເໝາະ ແລະ ມີປະສິດທິພາບສູງ ບົນພື້ນຖານເພື່ອຜົນປະໂຫຍດ ລວມຂອງຊາດ, ຂອງທຸກພາກສ່ວນໃຫ້ມີປະສິດທິຜົນສູງ ແນໃສ່ສ້າງຊາດ ແລະ ພັດທະນາ.
ໂດຍ : ຣັດສະໝີ ດວງສັດຈະ

