ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 24 ກັນຍາ 2020

- ຢ່າງໜ້ອຍ 22 ລັດໃນອາເມລິກາ ມີການລາຍງານຜູ້ຕິດເຊື້ອ COVID-19 ໃໝ່ເພີ່ມຂຶ້ນຫລາຍກວ່າ 2 ເທົ່າຂອງຈຳນວນທີ່ລາຍງານວ່າເພີ່ມຂຶ້ນໃນອາທິດຜ່ານມາ.
ຂະນະດຽວກັນ ຫລາຍປະເທດຢູ່ເອີຣົບເບິ່ງຄືວ່າຈະເຂົ້າສູ່ “ຄື້ນເທື່ອທີ 2” ຂອງການລະບາດຮຽບຮ້ອຍແລ້ວ, ສ່ວນອົງການແຮງງານສາກົນ (The International Labour Organisation) ກ່າວວ່າ ລາຍໄດ້ຂອງຄົນຈາກການເຮັດວຽກຫລຸດລົງປະມານ 10,7% ໃນໄລຍະ 9 ເດືອນທຳອິດຂອງປີ 2020 ເຊິ່ງຄິດເປັນມູນຄ່າຄວາມເສຍຫາຍທົ່ວໂລກປະມານ 3,5 ຕື້ໂດລາ.
- ຫລາຍກວ່າ 1.000 ຄົນລວມຕົວກັນຢູ່ Washington D.C ເພື່ອສະແດງຄວາມເຄົາລົບຕໍ່ Ruth Bader Ginsburg ອະດີດຜູ້ພິພາກສາຍິງຄົນທີ 2 ໃນສານດີກາອາເມລິກາ ທີ່ເສຍຊີວິດໃນອາທິດຜ່ານມາ.
ຫລັງຈາກພິທີລະນຶກແລ້ວ ໂລງສົບຂອງນາງຈະຖືກວາງໄວ້ຢູ່ຂັ້ນໄດທາງນອກສານ. ຂະນະທີ່ ປະທານາທິບໍດີ ໂດນັລ ທຣຳ ຈະປະກາດການສະເໜີຊື່ໃຫ້ບຸກຄົນຕໍ່ໄປທີ່ຈະເຂົ້າດຳລົງຕຳແໜ່ງຂອງນາງໃນທ້າຍອາທິດນີ້, ສ່ວນພັກ Republican ລະບຸວ່າ: ພວກເຂົາຈະສະໜັບສະໜູນການລົງຄະແນນຢ່າງວ່ອງໄວ ເພື່ອຫາຄົນມາແທນນາງ.
- ຄະນະສານຢູ່ເມືອງ Louisville ລັດ Kentucky ໄດ້ຕັ້ງຂໍ້ຫາອະດີດເຈົ້າໜ້າທີ່ຕຳຫລວດວ່າ “ທຳຮ້າຍເພື່ອນບ້ານຂອງ Breonna Taylor ແມ່ຍິງຜິວສີດຳດ້ວຍການຍິງປືນໂດຍປະໝາດ” ໃນລະຫວ່າງການບຸກຄົ້ນອາພາດເມັນຂອງນາງໃນເດືອນມີນາຜ່ານມາ ແຕ່ບໍ່ແມ່ນຂໍ້ຫາຂອງ “ການສັງຫານນາງ”.
- Anwar Ibrahim ຜູ້ນຳຝ່າຍຄ້ານຂອງມາເລເຊຍ ອ້າງວ່າທ່ານໄດ້ຮັບສຽງສ່ວນຫລາຍຈາກຝ່າຍນິຕິບັນຍັດເພື່ອຈັດຕັ້ງລັດຖະບານໃໝ່, ແຕ່ Muhyiddin Yassin ນາຍົກລັດຖະມົນຕີ ຜູ້ກຸມອຳນາດຫລັງຈາກ Mahathir Mohamad ລາອອກເມື່ອ 7 ເດືອນກ່ອນ ໄດ້ທຳລາຍຂໍ້ຮຽກຮ້ອງເຫລົ່ານີ້ ໂດຍ Yassin ຢືນຢັນວ່າທ່ານໄດ້ຮັບການສະໜັບສະໜູນທີ່ຈຳເປັນຈາກລັດຖະສະພາໃນການດຳລົງຕຳແໜ່ງຜູ້ນຳຕໍ່ໄປ. ຂະນະທີ່ບໍ່ມີພັກການເມືອງໃຫຍ່ໆພັກໃດທີ່ອອກມາສະໜັບສະໜູນ Ibrahim.
- Ursula von der Leye ປະທານຄະນະກຳມາທິການແຫ່ງສະຫະພາບເອີຣົບ (President of the European Commission) ໄດ້ປະກາດແຜນການທີ່ຈະຍົກເຄື່ອງຂັ້ນຕອນການຂໍລີ້ໄພຂອງສະຫະພາບເອີຣົບອອກມາແລ້ວ.
ຂໍ້ສະເໜີດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ Angela Merkel ນາຍົກລັດຖະມົນຕີຂອງເຢຍລະມັນ ເຊິ່ງຮຽກຮ້ອງໃຫ້ມີ “ການມີສ່ວນຮ່ວມທີ່ຍືດຍຸ່ນ” ຈາກປະເທດສະມາຊິກ ເພື່ອແບ່ງປັນຄວາມຮັບຜິດຊອບຕໍ່ຜູ້ອົບພະຍົບຢ່າງເທົ່າທຽມກັນຫລາຍຂຶ້ນ, ຄຽງຄູ່ກັບຂະບວນການທີ່ເຂັ້ມງວດໃນການສົ່ງກັບຜູ້ທີ່ຖືກປະຕິເສດໃນການລີ້ໄພ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ແຜນດັ່ງກ່າວປະສົບຜົນສຳເລັດ ຈະຕ້ອງໄດ້ຮັບການສະໜັບສະໜູນຈາກລັດສະມາຊິກທັງ 27 ປະເທດ.
- Alexander Lukashenko ປະທານາທິບໍດີຂອງເບລາຣຸສ ໄດ້ຈັດພິທີສາບານຕົນເພື່ອເຂົ້າຮັບຕຳແໜ່ງໃນສະໄໝທີ 6 ເຊິ່ງເປັນພິທີທີ່ດຳເນີນໂດຍບໍ່ມີການແຈ້ງລ່ວງໜ້າ.
ຂະນະດຽວກັນ ຜູ້ປະທ້ວງພາຍໃນປະເທດຍັງຮຽກຮ້ອງການລາອອກຂອງ Lukashenko ເນື່ອງຈາກທ່ານຖືກປະຊາຊົນຕັດສິນວ່າສໍ້ໂກງການເລືອກຕັ້ງໃນເດືອນສິງຫາຜ່ານມາ, ສ່ວນ Lukashenko ໃຊ້ວິທີຕອບໂຕ້ຕໍ່ຜູ້ປະທ້ວງດ້ວຍຄວາມຮຸນແຮງ ເຮັດໃຫ້ປັດຈຸບັນ ເບລາຣຸສຜະເຊີນການຂວ້ຳບາດຈາກອາເມລິກາ ແລະ ສະຫະພາບເອີຣົບ.
7. ໂຮງໝໍແຫ່ງໜຶ່ງໃນນະຄອນຫລວງເບີລິນ ຂອງເຢຍລະມັນ ໄດ້ປ່ອຍຕົວ Alexei Navalny ນັກວິຈານຊັ້ນນຳກ່ຽວກັບ Valdimir Putin ປະທານາທິບໍດີຂອງຣັດເຊຍ ໃຫ້ສາມາດປິ່ນປົວຕົນເອງໃນພື້ນທີ່ສ່ວນຕົວໄດ້.
Navalny ກຳລັງໄດ້ຮັບການປິ່ນປົວ ຫລັງຈາກບໍ່ສະບາຍກະທັນໃນຖ້ຽວບິນຈາກພາກພື້ນໄຊບີເຣຍຂອງຣັດເຊຍ ໃນເດືອນສິງຫາ ຫລັງຈາກນັ້ນລາວຖືກສົ່ງຕົວໄປປະເທດເຢຍລະມັນ ເຊິ່ງລັດຖະບານຂອງປະເທດລະບຸວ່າ ພວກເຂົາໄດ້ມີການກວດສອບຢູ່ບ່ອນນັ້ນ ແລະ ພົບວ່າ Navalny ຖືກວາງຢາພິດດ້ວຍຊະນິດຢາ Novichok ເຊິ່ງສົ່ງຜົນຕໍ່ລະບົບປະສາດ (ເຊັ່ນດຽວກັບທີ່ສະວີເດັນ ແລະ ຝຣັ່ງກ່າວ). ຂະນະທີ່ ລັດຖະບານຣັດເຊຍປະຕິເສດການມີສ່ວນຮ່ວມໃດຕໍ່ເລື່ອງນີ້.

