ຊາວຍີ່ປຸ່ນຫລັ່ງໄຫລໄປຊີມພິສະດານລາເມ໋ງໃສ່ແມງໄມ້
ໂຕກຽວ 10 ເມສາ: ລາຍງານລະບຸວ່າ: ຊາວຍີ່ປຸ່ນ ແລະ ນັກທ່ອງທ່ຽວຈຳນວນຫລາຍເດີນທາງມາເຂົ້າຄິວບໍລິເວນພາຍນອກຮ້ານນາກິລາເມ໋ງຢູ່ນະຄອນຫລວງໂຕກຽວໃນວັນທີ 9 ເມສານີ້ ເພື່ອລອງຊີມເມສາສຸດພິສະດານລາເມ໋ງໃສ່ແມງໄມ້. ເມນູດັ່ງກ່າວມີຊື່ວ່າ: ອິນເຊກ ສີເກະເມ໋ງ ທີ່ທາງຮ້ານສ້າງສັນຂຶ້ນມາສຳລັບບັນດາຜູ້ທີ່ມັກຮັບປະທານອາຫານແປກໂດຍສະເພາະ ໂດຍໃນຊຸດໜຶ່ງຈະປະກອບມີລາເມ໋ງໃສ່ແມງໄມ້, ເຂົ້າລາດໜ້າຈິ້ງຫລີດ 1 ຖ້ວຍ, ປໍເປຍໄສ້ໜອນທອດ…
