ຜູ້ນຳຕວກກີຊະນະປະຊາມະຕິເພີ່ມອຳນາດປະທານາທິບໍດີ

     ອິສຕັນ​ບູນ 17 ​ເມສາ: ປະທານາທິບໍດີ ​ເຣ​ເຈ​ບ ທາຍ​ຍິບ ​ແອ​ໂດ​ອານ ຂອງ​ຕວກກີ ຊະນະ​ລົງ​ປະຊາ​ມະຕິ​ຄັ້ງປະຫວັດສາດ​​ໃນ​ວັນ​ທີ 16 ​ເມສາ​ນີ້ ​ເຊິ່ງຈະ​ຊ່ວຍ​ເພີ່ມ​ອຳນາດ​ບໍລິຫານ​ໃຫ້​ແກ່​ທ່ານ​ຫລາຍ​ຂຶ້ນ, ​ແຕ່​ຜົນ​ຄະ​ແນນ​ທີ່​ສູ​ສີ​ກັນ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ແຍກ ​ແລະ ຝ່າຍ​ຄ້ານ​ຮ້ອງ​ຮຽນ​ວ່າ​ບໍ່​ຍຸຕິ​ທຳ. ປະຊາຊົນ​ຢູ່​ຕວກກີ​ລົງ​ປະຊາ​ມະຕິ​ຮັບ​ຮ່າງ​ແກ້​ໄຂ​ລັດຖະທຳ​ມະນູນ ​ເຊິ່ງຈະ​ຊ່ວຍ​ເພີ່ມ​ອຳນາດ​ໃຫ້​ແກ່​ປະທານາທິບໍດີ​ຕວກກີ​ຫລາຍ​ຂຶ້ນກວ່າ​ຜູ້ນຳ​ປະ​ເທດ​ຄົນ​ອື່ນ​ທີ່​ຜ່ານ​ມາ. ສຳນັກ​ຂ່າວ​ອານາ​ໂດ​ລູຂອງ​ທາງ​ການ​ລາຍ​ງານ​ວ່າ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງຕວກກີ​ຖະ​ແຫລ​ງວ່າ: ປະຊາຊົນ​ລົງ​ຄະ​ແນນ​ຮັບ…

ເສດຖະກິດຈີນເຕີບໃຫຍ່ 6,9% ໃນໄຕມາດທຳອິດປີນີ້

     ປັກ​ກິ່ງ 17 ​ເມສາ: ຂໍ້​ມູນ​ລັດຖະບານ​ຈີນ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 17 ​ເມສາ​ນີ້​ລະບຸ​ວ່າ: ​ເສດຖະກິດ​ຈີນ​ຂະຫຍາຍຕົວ 6,9% ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2017 ​ເຊິ່ງ​ເປັນ​ສັນຍານ​ວ່າ​ເສດຖະກິດ​ຈີນ​ທີ່​ມີ​ຂະໜາດ​ໃຫຍ່​ເປັນອັນ​ດັບ​ສອງ​ຂອ​ງ​ໂລກ​ເລີ່​ມມີ​ສະຖຽນ​ລະ​ພາບ​ຫລາຍ​ຂຶ້ນ. ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຈີນ​ລາຍ​ງານ​ຂໍ້​ມູນ​ເສດຖະກິດ​ວ່າ: ​ເສດຖະກິດ​ຈີນ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ຍັງ​ຢູ່​ໃນ​ອັດຕາ​ທີ່​ຊົງ​ຕົວ ​ແລະ ມີ​ຄວາມ​ກ້າວໜ້າ​ດີ​ຂຶ້ນ ​ແລະ ການ​ປ່ຽນ​ແປງ​ໃນ​ທາງ​ບວກ​ຍັງ​ມີ​ຂຶ້ນ​ເລື້ອຍໆ ​ແລະ ຂະ​ແໜງ​ທຸລະ​ກິດ​ທີ່​ເປັນ​ປັດ​ໄຈ​ບົ່ງ​ບອກ​ສຳຄັນ​ເຊິ່ງດີ​ເກີນ​ຂາດ….

ເຫຍື່ອລະເບີດຂະບວນລົດຜູ້ອົບພະຍົບຊີຣີ ຕາຍເພີ່ມເປັນ 126 ຄົນ ເປັນເດັກເຖິງ 68

     ຊີຣີ 17 ​ເມສາ: ຍອດ​ຜູ້​ເສຍ​ຊີວິດ​ຈາກ​ເຫດ​ລະ​ເບີດ​ລົດ​ຂ້າ​ຕົວ​ຕາຍ ​ໂຈມ​ຕີ​ຂະ​ບວນລົດ​ຂົນ​ຍ້າຍ​ຜູ້​ອົບ​ພະຍົບຊາວ​ຊີຣີຈາກ​ເມືອງ​ອາ​ເລັບ​ໂປ​ໃນ​ວັນ​ທີ 15 ​ເມສາ ​ເພີ່ມ​ຂຶ້ນ​ເປັນ 126 ຄົນ ​ໃນ​ຈຳນວນ​ນີ້​ເປັນ​ເດັກນ້ອຍ​ເຖິງ 68 ຄົນ. ສຳນັກງານ​ສັງ​ເກດ​ການ​ດ້ານ​ສິດທິ​ມະນຸດ​ຢູ່​ຊີຣີ ​ເຊິ່ງມີ​ສຳນັກງານ​ຢູ່​ນະຄອນຫລວງ​ລອນ​ດອນ​ຂອງ​ອັງກິດ​ລະບຸ​ວ່າ: ມີ​ຜູ້​ອົບ​ພະຍົບຈາກ​ພື້ນທີ່​ຄວບ​ຄຸມ​ຂອງ​ຝ່າຍ​ລັດຖະບານ​ຊີຣີ​ເສຍ​ຊີວິດ​ເຖິງ 109 ຄົນ ​ໃນ​ຈຳນວນ​ນີ້​ເປັນ​ເດັກນ້ອຍ​ເຖິງ…

ລະເບີດຮຸນແຮງໃກ້ບ່ອນເຮັດວຽກຂອງຕຳຫລວດປາບຈະລາຈົນຕວກກີ

      ດີ​ຢາ​ບາ​ກີ 11 ​ເມສາ: ​ເກີດ​ລະ​ເບີ​ດຮຸນ​ແຮງ​ໃກ້​ບ່ອນ​ເຮັດ​ວຽກ​ຕຳຫລວດ​ປາບ​ຈະລາຈົນ​ຢູ່​ເມືອງ​ດີ​ຢາ​ບາ​ກີ​ຂອງ​ຕວກກີ ກ່ອນ​ຈະ​ມີ​ການ​ລົງ​ປະຊາ​ມະຕິ​ຂະຫຍາຍ​ອຳນາດ​ປະທານາທິບໍດີ ​ເຣ​ເຈ​ບ ທາຍ​ຍິບ ​ແອ​ໂດ​ອານ ​ໃນ​ວັນ​ທີ 16 ​ເມສາ​ນີ້. ລະ​ເບີດ​ຮຸນ​ແຮງ​ໄດ້​ຍິນ​ໄກ​ໃນ​ຫລາຍ​ພື້ນທີ່​ຂອງ​ເມືອງ​ດີ​ຢາ​ບາ​ກີ ​ເປັນ​ເມືອງ​ທາງ​ຕາ​ເວັນ​ອອກສຽງ​ໃຕ້​ແຄມ​ແມ່ນ້ຳ​ໄທ​ກຣິສ, ປະຊາກອນ​ສ່ວນ​ຫລາຍ​ເປັນ​ຊາວ​ເຄຣີດ. ​ເຈົ້າໜ້າ​ທີ່​ແພດ​ແຈ້ງ​ໃນ​ເບື້ອງຕົ້ນວ່າ: ມີ​ຜູ​້ບາດ​ເຈັບ 4 ຄົນ ປັດຈຸບັນ​ນີ້​ຍັງ​ບໍ່​ຮູ້​ທີ່​ມາ​ຂອງ​ລະ​ເບີດ….

ມີຜູ້ເສຍຊີວິດຈາກກຸ່ມຕິດອາວຸດໂຈມຕີເກາະທ່ອງທ່ຽວຢູ່ຟີລິບປິນ

     ມາ​ນິລາ 11 ​ເມສາ: ​ເຈົ້າໜ້າ​ທີ່​ຟີ​ລິບ​ປິນລາຍ​ງານ​ວ່າ: ມີ​ຜູ້​ເສຍ​ຊີວິດ 5 ຄົນ ​ເຊິ່ງລວມທັງ​ຕຳຫລວດ​ຟີ​ລິບ​ປິນຈາກ​ເຫດ​ປະ​ທະ​ກັບ​ຜູ້​ຖືກ​ສົງ​ໄສ​ວ່າ​ເປັນ​ສະມາຊິກ​ກຸ່ມ​ອາ​ບູ​ໄຊ​ຍາບ 10 ຄົນ ຢູ່​ເກາະ​ໂບ​ໂຮ​ນ ສະຖານ​ທີ່​ຕາກ​ອາກາດ​ຂອງ​ຟີ​ລິບ​ປິນ. ​ໂຄສົກ​ກອງທັບ​ຟີ​ລິບ​ປິນຖະ​ແຫລ​ງຜ່ານ​ທາງ​ສະຖານີ​ໂທລະພາບ ABS-CBN ຢູ່​ນະຄອນຫລວງ​ມາ​ນິລາ​ວ່າ: ພົບ 5 ສົບ​ໃນ​ຈຸດ​ເກີດ​ເຫດ​ປະ​ທະ​ກັນ ​ເປັນ​ຕຳຫລວດ​ຢ່າງ​ໜ້ອຍ…

ຈີນ-ອາຊຽນ ປະກາດຍົກລະດັບການຮ່ວມມມື ຫລັງເປັນຄູ່ເຈລະຈາກັນຄົບ 25 ປີ

     ຈາ​ກາ​ຕາ 11 ​ເມສາ: ສຳນັກ​ຂ່າວ​ຊິນ​ຮົວຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ: ຈີນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ປະກາດ​ເດີນ​ໜ້າ​ພັດທະນາ​ການ​ເປັນ​ຫຸ້ນ​ສ່ວນ​ທາງ​ດ້ານ​ຍຸດ​ທະ​ສາດ ​ເນື່ອງ​ໃນ​ໂອກາດ​ຄົບຮອບ 25 ປີ ​ໃນ​ຖານະ​ກຸ່ມ​ປະ​ເທດ​ຄູ່​ເຈລະຈາ. ລາຍ​ງານ​ລະບຸ​ວ່າ: ພັນທະ​ສັນຍາ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື ຈີນ-ອາ​ຊຽນ ຄັ້ງທີ 18 ​ເຊິ່ງຈັດ​ຂຶ້ນຢູ່​ສຳນັກງານ​ເລຂາທິການ​ອາ​ຊຽນ ​ໃນ​ນະຄອນຫລວງ​ຈາ​ກາ​ຕາ…

ສາຍການບິນຢູໄນເຕັດຖືກວິຈານໜັກ ໃຊ້ກຳລັງບັງຄັບຜູ້ໂດຍສານໃຫ້ເສຍສະຫລະບ່ອນນັ່ງ (ມີພາບວິດີໂອ)

ສັງຄົມອ່ອນລາຍໃນອາເມລິການ ກຳລັງພາກັນແຊສ ວິດີໂອບັນທຶກເຫດການເທິງຖ້ຽວຍົນ 3411 ຂອງສາຍການບິນຢູ່ໃນເຕັດ ຊຶ່ງກຳລັງຈະອອກເດີນທາງຈາກ ເມືອງຊິຄາໂກ ໄປຍັງເມືອງ ຫລຸຍວິວ, ໂດຍພາບວິດີໄດ້ສະແດງໃຫ້ເຫັນເຈົ້າຫນ້າທີ່ຮັກສາຄວາມປອດໄພກຳລັງໃຊ້ກຳລັງເຂົ້າດຶງເສື້ອຜູ້ໂດຍສານໃຫ້ລຸກຈາກບ່ອນນັ່ງ ທ່າມກາງສຽງທັກທ້ວງຂອງຜູ້ໂດຍສານອື່ນຯ ແລະ ລາກຕົວຜູ້ຊາຍດັ່ງກ່າວໄປກັບພື້ນ ທີ່ມີຫນ້າເຕັມໄປດ້ວຍເລືອດ ອອກຈາກເຮືອບິນ. ຜູ້ທີ່ບັນທຶກວິດີໂອ ໄດ້ເຜີຍແຜ່ທາງອອ່ນລາຍ ລະບຸວ່າສາຍການບິນຢູ່ໃນເຕັດ ໄດ້ຂໍອາສາສະມັກ 4…

ຍົກຍ້ອງຜູ້ປະກາດຂ່າວຍິງ ອິນເດຍ ລາຍງານສົດ ສາມີເກີດອຸບັດຕິເຫດເສຍຊິວິດ

ເມື່ອບໍ່ດົນນີ້ ເວັບໄຊ້ ໄອອີເນຊັ້ນ ໄດ້ຍົກຍ້ອງ ນາງ ສຸປິຮດ ອາຍຸ 28 ປີ ຜູ້ປະກາດຂ່າວສະຖານີໂທລະທັດໄອບີຊີ24 ຂອງອິນເດຍ ຫລັງລາຍງານສົດເຖີງອຸບັດຕິເຫດທາງລົດທີ່ມີສາມີຕົນເອງເສຍຊີວິດຢູ່ໃນເຫດການ. ອຸບັດຕິເຫດດັ່ງກ່າວແມ່ນລົດບັນທຸກແລ່ນຕຳໃສ່ລົດຄອບຄົວ 7ບ່ອນນັ້່ງ ໃນເມືອງ ມະດຸ ລັດເຊັດສຕິ່ງກາດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ…

ສິງກະໂປຈະເອົາລົດໂດຍສານບໍ່ມີຄົນຂັບອອກຮັບໃຊ້ປະຊາຊົນໃນປີ 2020

     ສິງກະ​ໂປ 10 ​ເມສາ: ສິງກະ​ໂປ​ຈະ​ມີ​ລົດ​ໂດຍສານ​ບໍ່​ມີ​ຄົນ​ຂັບ​ອອກ​ໃຫ້​ບໍລິການ​ພາຍ​ໃນ​ປີ 2020 ຕາມ​ສຳນັກງານ​ຂົນ​ສົ່ງ​ທາງບົກ​ລົງ​ນາມ​ພັດທະນາ​ຮ່ວມ​ກັບ​ສິງກະ​ໂປ ​ເຕັກ​ໂນ​ໂລ​ຈີ ຄີ​ເນຕິ​ກ (​ເອສທີ ຄີ​ເນຕິ​ກ) ບໍລິສັດ​ວິ​ສະ​ວະ​ກຳ​ດ້ານ​ລົດຍົນ ​ໃນ​ວັນ​ທີ 10 ​ເມສາ​ນີ້. ​ເວັບ​ໄຊ​ແຊນ​ເນິນິວ​ອາຊີ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ: ລົດ​ໂດຍສານ 40 ບ່ອນ​ນັ່ງ​ບໍ່​ມີ​ຄົນ​ຂັບ​ຈຳນວນ​ສອງ​ຄັນ​ຈະ​ທົດ​ລອງ​ແລ່ນ​ຕາມ​ສະຖານ​ທີ່​ຕ່າງໆ​ເຊັ່ນ: ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ…

ສ.ເກົາຫລີ ຈະອອກໜັງສືເດີນທາງອັກສອນເບວໃຫ້ແກ່ຜູ້ພິການທາງສາຍຕາ

     ​​ເຊ​ອຸນ 10 ​ເມສາ: ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫລີ ​ເປີດ​ເຜີຍ​ວ່າ: ລັດຖະບານ​ກຽມ​ຈະ​ອອກ​ໜັງສື​ເດີນທາງ​ໃນ​ຮູບ​ແບບ​ອັກສອນ​ເບ​ວພາຍ​ໃນ​ເດືອນ​ນີ້ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ພິການ​ທາງ​ສາຍຕາ​ໃນ​ການ​ເດີນທາງ​ໄປ​ຕ່າງປະ​ເທດ. ກະຊວງ​ຕ່າງປະ​ເທດ​ລະບຸ​ວ່າ: ຈະ​ເລີ່​ມ​ໃຫ້​ບໍລິການ​ໜັງສື​ເດີນທາງ​ອັກສອນ​ເບ​ວຕາມ​ສຳນັກງານ​ບໍລິການ​ໜັງສື​ເດີນທາງ​ໃນ​ປະ​ເທດ 240 ​ແຫ່ງ ​ແລະ ຕ່າງປະ​ເທດ 170 ​ແຫ່ງ ນັບ​ແຕ່​ວັນ​ທີ 20 ​ເມສາ​ເປັນຕົ້ນ​ໄປ…