ໄບຣຕັນ ຈັບ ໄຄເຊໂດ້ ຕໍ່ສັນຍາໃຫມ່ເຖິງ 2027 ຢ່າງເປັນທາງການ
ມອຍເຊສ ໄຄເຊໂດ້ ກອງກາງໄບຣຕັນ ປະກາດຕໍ່ສັນຍາຫມ່ກັບສະໂມສອນຮຽບຮ້ອຍແລ້ວ ດ້ວຍສັນຍາຍາວເຖິງກາງປີ 2027 ແລະ ເປັນການຢຸດຂ່າວການຕ້ອງການຍ້າຍອອກຈາກທີມຂອງລາວໃນໄລຍະໃນໜ້າຮອນນີ້. ກອງກາງທີມຊາດເອກວາດໍ ອາຍຸ 21 ປີ ຕົກເປັນຂ່າວຢ່າງໜັກໃນຕະຫລາດການຊື້ຂາຍເດືອນມັງກອນທີ່ຜ່ານມາ ຫລັງຈາກລາວປະກາດຂໍຍ້າຍທີມຢ່າງເປັນທາງການຕໍ່ສະໂມສອນໄບຣຕັນ ໂດຍ ອາເຊນອລ ຄືທີມທີ່ໃຫ້ຄວາມສົນໃຈໃນຕົວລາວ ແຕ່ບໍ່ສາມາດບັນລຸຂໍ້ຕົກລົງຮ່ວມກັບໄບຣຕັນໄດ້ທັນເວລາການຊື້ຂາຍ ກັບຂໍ້ສະເໜີທີ່ໄບຣຕັນຮຽກຮ້ອງຫລາຍເຖິງ 75…









