ເກົາຫລີໃຕ້ ຄຽດໜັກ! ຫລັງ ຊອນ ເຮືອງ ມິນ ຕ້ອງຜ່າຕັດເບົ້າຕາທີ່ແຕກຈາກເກມ UCL ລຸ້ນຮັກສາໃຫ້ທັນກ່ອນໄປບານໂລກ
ໂອກາດໃນການເຂົ້າຮ່ວມບານໂລກ 2022 ຂອງ ຊອນ ເຮືອງ ມິນ ແມ່ນມີຄວາມສ່ຽງຫລັງຈາກທີ່ລາວໄດ້ຮັບບາດເຈັບຈາກການປະທະກັບ ຊານເຊສ ເອັມເບມບາ ກອງຫລັງຂອງ ມາກເຊີຍ ໃນລະຫວ່າງການແຂ່ງຂັນ ຢຸຟ່າ ແຊ້ມປຽນລີກ ເມື່ອວັນທີ 1 ພະຈິກ, ຈົນໄດ້ຮັບບາດເຈັບທີ່ຫົວເຮັດໃຫ້ລາວຖືກປ່ຽນໂຕອອກແຕ່ເຄິ່ງເວລາທໍາອິດ. ອັນສ້າງຄວາມກົດດັນໃຫ້ກັບທີມຕົ້ນສັງກັດ ທັອດແນມ…










