ເຄວິນ ເດິ ບຣອຍ ຍອມຮັບ ບານໂລກ 2022 ອາດເປັນຄັ້ງສຸດທ້າຍໃນອາຊີບນັກເຕະ

ເຄວິນ ເດິ ບຣອຍ ກອງກາງຄົນເກ່ັງທີມຊາດເບລຢ້ຽມ ແລະ ແມນເຊສເຕີ ຊິຕີ ຍອມຮັບວ່າ ບານໂລກ 2022 ອາດຈະເປັນຄັ້ງສຸດທ້າຍ ໃນອາຊີບນັກເຕະຂອງລາວ.

ສຳລັບ ເດິ ບຣອຍ ເຄີຍລົງແຂ່ງຂັນໃນບານໂລກກັບທີມຊາດເບລຢ້ຽມມາແລ້ວ 2 ສະໄຫມຄືໃນປີ 2014 ແລະ 2018 ເຊິ່ງຜົນງານທີ່ດີທີ່ສຸດຄືການພາທີມຊາດຄວ້າອັນດັບ 3 ຂອງບານໂລກ 2018.

ຈົນຫລ້າສຸດດາວເຕະ ແມນຊິຕີ ອອກມາເປີດເຜີຍວ່າ ບານໂລກຄັ້ງນີ້ອາດຈະເປັນລາຍການສຸດທ້າຍຂອງລາວໃນອາຊີບນັກເຕະ ແລະ ຕ້ອງການໃຫ້ລູກໆໄດ້ເດີນທາງມາເບິ່ງລາວລົງສະໜາມ “ ຄອບຄົວຂອງຂ້ອຍພວມຈະໄປຮອບແບ່ງກຸ່ມ ເຫັນໄດ້ຈະແຈ້ງວ່າ ຂ້ອຍອາຍຸ 31 ປີ ແລະ ຂ້ອຍບໍ່ຮູ້ວ່າຈະເກີດຫຍັງຂຶ້ນໃນອີກ 4 ປີຂ້າງໜ້າ ນີ້ເປັນຄັ້ງທຳອິດທີ່ລູກຂ້ອຍສາມາດໄປເບິ່ງບານໂລກໄດ້ ”.