ໂທນີ ໂຄຣສ ຖືກໃບແດງຄັ້ງທຳອິດໃນຮອບ 15 ປີໃນຊີວິດນັກເຕະ

ຍອດກອງກາງຂອງໂລກ ໂທນີ ໂຄຣສ ຖືກໃບແດງໄລ່ອອກຈາກສະໜາມເປັນຄັ້ງທຳອິດຂອງການເປັນນັກເຕະບານອາຊີບ ທັງທີ່ຈະຈົບເກມຢູ່ແລ້ວ.
ຄວັນຫລົງ ການແຂ່ງຂັນບານເຕະ ລາ ລີກາ ສະເປນ ລະດູການ 2022-23 ເກມທີ່ ຣຽວ ມາດຣິດ ທີມຮອງຜູ້ນຳ ເປີດສະໜາມ ຊານຕີອາໂກ ເບີນາເບລ ສະເຫມີກັບ ກິໂຣນາ ທີມອັນດັບ 19 ຂອງຕາຕະລາງ 1-1.
ເກມນີ້ ຣຽວ ມາດຣິດ ຂຶ້ນນຳ 1-0 ຈາກ ວິນິຊິອຸສ ຈູເນຍ ນາທີ 70 ກ່ອນທີ່ນາທີ 80 ກິໂຣນາ ຕາມຕີສະເຫມີເປັນ 1-1 ຈາກລູກໂທດຂອງ ຄຣິສຕຽນ ສະຕູອານີ.
ແນວໃດກໍຕາມ ນາທີທີ 90+2 ຣຽວ ມາດຣິດ ຕ້ອງມາເຫລືອ 10 ຄົນ ເມື່ອ ໂທນີ ໂຄຣສ ຖືກໃບເຫລືອງໄປຕັດຟາວໃສ່ ອາເລັກ ກາເຊຍ ກາຍເປັນໃບແດງຖືກໄລ່ອອກຈາກສະໜາມໄປ ເຊິ່ງໃບແດງນີ້ຖືເປັນໃບແດງທຳອິດຂອງການເປັນນັກເຕະບານ ອາຊີບຂອງລາວໃນໄວ 32 ປີ ໂດຍກ່ອນໜ້ານັ້ນທີ່ຖືກໃບແດງ ຕ້ອງຢ້ອນໄປເຖິງສະໄຫມທີ່ຫລິ້ນຊຸດ U-19 ກັບ ບາເຢິນ ມິວນິກ ກ່ອນຈະກາຍເປັນນັກເຕະອາຊີບເມື່ອປີ 2007 ໃຫ້ກັບ ບາເຢິນ ທີມສຳຮອງ.
ນອກຈາກນັ້ນ ແຟນບານໃນໂລກສັງຄົມອອນລາຍ ຍັງຕົກໃຈວ່ານີ້ຄືໃບແດງໃນອາຊີບນັກເຕະຂອງລາວ ຈາກການລົງ ຫລິ້ນມາທັງຫມົດ 740 ນັດ ໄດ້ໃບເຫລືອງມາ 84 ໃບ.

