ກາຕ້າ ຍົກເລີກມາດຕະການສະແດງຜົນກວດໂຄວິດກ່ອນເຂົ້າປະເທດ
ແຟນບານດີໃຈ ຫລັງກະຊວງສາທາລະນະສຸກກາຕາ ສັ່ງຍົກເລີກມາດຕະການທີ່ໃຫ້ທຸກຄົນສະແດງຜົນກວດໂຄວິດທີ່ເປັນລົບກ່ອນເຂົ້າປະເທດ ລວມເຖິງຍົກເລີກການສວມຫນ້າກາກໃນສາທາລະນະນຳອີກ ຫລັງຕົວເລກຜູ້ຕິດເຊື້ອໃນປະເທດຫລຸດລົງຕໍ່ເນື່ອງ. ກະຊວງສາທາລະນະສຸກກາຕາ ອອກມາຢືນຢັນເມື່ອວັນພຸດທີ່ຜ່ານມາວ່າ ໄດ້ມີການຍົກເລີກມາດຕະການທີ່ກຳນົດໃຫ້ຜູ້ທີ່ຈະເດີນທາງເຂົ້າປະເທດຕ້ອງສະແດງຜົນກວດເຊື້ອໂຄວິດ-19 ສົ່ງຜົນໃຫ້ແຟນບານທີ່ຄາດວ່າຈະເດີນທາງໄປຊົມບານໂລກ 2022 ທີ່ກາຕາ ລະຫວ່າງວັນທີ 20 ພະຈິກ ເຖິງ 18 ທັນວານີ້ ປະມານ 1,2 ລ້ານຄົນນັ້ນ…










