ຊາບີ ເຮີນັລເດສ ຕັ້ງເປົ້າພາ ບາເຊໂລນາ ຄວ້າ ຢູໂຣປາລີກ ຊົດເຊີຍຄວາມຜິດຫວັງ ທີ່ຕົກຮອບ ຢູຟ່າ ແຊ້ມປຽນລີກ

ຊາບີ ເຮີນັລເດສ ຄູຝຶກຂອງ ບາເຊໂລນາ ກ່າວວ່າຈະຕັ້ງເປົ້າພາທີມຄວ້າແຊ້ມ ຢູໂຣປາລີກ ໃນລະດູການນີ້ມາຄອງໃຫ້ໄດ້ ຫລັງຈາກທີ່ພວກເຂົາຕ້ອງຕົກໄປຫລິ້ນໃນລາຍການດັ່ງກ່າວ

ຫລາຍຄົນຕັ້ງຄວາມຄາດຫວັງເອົາໄວ້ສູງວ່າ ບາເຊໂລນາ ຈະໄປໄດ້ໄກກັບ ຢູຟ່າ ແຊ້ມປ້ຽນລີກ ໃນລະດູການ 2022-23 ຫລັງຈາກທີ່ໃນຊ່ວງລະດູຮ້ອນທີ່ຜ່ານມາພວກເຂົາໄດ້ເສີມທີມຢ່າງໜັກ, ແຕ່ໃນທີ່ສຸດ “ກໍ່ເຮັດຜົນງານໜ້າຜິດຫວັງຂອງ ຈົນເປັນພຽງອັນດັບ 3 ຂອງກຸ່ມ C. ເຊິ່ງເປັນໂຄຕ້າທີ່ຈະໄດ້ໄປຫລິ້ນ ຢູໂຣປາລີກ

ຊາບີ ໄດ້ໃຫ້ສໍາພາດຫລັງເກມທີ່ນໍາທີມໄປເອົາຊະນະ ວິກຕໍເຣຍ ເພີເຊັນ 4-2 ໃນວັນອັງຄານທີ 1 ພະຈິກທີ່ຜ່ານມາ, ໂດຍກ່າວວ່າ: “ບາຊ່າ ແມ່ນຕົວເຕັງທີ່ຈະໄດ້ແຊ້ມ ຢູໂຣປາລີກ ແລະ ເປົ້າຫມາຍຂອງພວກເຮົາແມ່ນໄປໃຫ້ເຖິງທີ່ສຸດ ແລະ ຄວ້າແຊ້ມມາຄອງໃຫ້ໄດ້ ນັ້ນແມ່ນສິ່ງທ້າທາຍສໍາລັບທັງສະໂມສອນ ແລະ ທີມຊຸດນີ້

ອະດີດກອງກາງຄົນດັງຍັງບອກວ່າ ບໍ່ພໍໃຈກັບຜົນງານຂອງນັກເຕະໃນນັດຫລ້າສຸດ “ຂ້ອຍພໍໃຈກັບບາງເລື່ອງ ແຕ່ກໍ່ບໍ່ພໍໃຈກັບບາງເລື່ອງຄືກັນ. ພວກເຮົາເຮັດໄດ້ດີໃນເຄິ່ງທໍາອິດເວລາທຳອິດ ແຕ່ຫລັງຈາກນັ້ນກັບຕ້ອງພົບປັນຫາຢ່າງໜັກ  ພວກເຮົາເສຍຟາວທີ່ບໍ່ຈໍາເປັນຫລາຍເກີນໄປ.”

“ວິກຕໍເຣຍ ຫລິ້ນດ້ວຍຄວາມກະຕືລືລົ້ນ ແລະ ພວກເຮົາປ່ອຍໃຫ້ພວກເຂົາມີໂອກາດຍິງປະຕູຫລາຍກວ່າປົກກະຕິ ພວກເຮົາມີບັນຫາກັບລູກເຕະມຸມ ແລະ ລູກນິ້ງ. ເຮົາຮູ້ດີຢູ່ແລ້ວວ່ານີ້ຈະເປັນເກມທີ່ຫຍຸ້ງຍາກ ​ທີ່​ຈິງ​ແລ້ວ​ຂ້າ​ພະ​ເຈົ້າ​ມັກ​ເກມ​ບຸກຂອງ​ພວກເຂົາ ແຕ່ການປ້ອງກັນຂອງພວກເຮົາປ່ອຍໃຫ້ເຂົາມີໂອກາດຫລາຍເກີນໄປ.”