ເປີດລາຍຊື່ຊາດອາຊຽນໄດ້ລິດຂະສິດບານໂລກ 2022

ນັບຖອຍຫລັງການແຂ່ງຂັນບານໂລກ 2022 ທີ່ປະເທດກາຕາ ແຂ່ງຂັນວັນທີ 20 ພະຈິກ -18 ທັນວາ, ໂດຍຊາດອາຊຽນທີ່ໄດ້ ລິຂະສິດຖ່າຍທອດສົດບານໂລກ 2022 ໄປແລ້ວປະກອບດ້ວຍ 8 ປະເທດ ປະກອບດ້ວຍ ບຣູໄນ (ຊ່ອງ Kristal-Astro), ກຳປູເຈຍ (ຊ່ອງ TVK), ຕີມໍ ເລສເຕ (ຊ່ອງ ETO-Telco), ອິນໂດນີເຊຍ (ຊ່ອງ Emtek), ຟີລິບປິນ (TAP DMV), ສິງກະໂປ (MediaCorp, Singtel, StarHub), ຫວຽດນາມ (ຊ່ອງ VTV), ມາເລເຊຍ (Astro and RTM) ສ່ວນລາວ, ໄທ ແລະ ມຽນມາ ຍັງບໍ່ມີລິຂະສິດເທື່ອ.

