ໂຣມ່າ ລັອກເປົ້າດຶງ ຄອນເຕ້ ຄຸມທີມ ແທນທີ່ ມູຣິນໂຢ ທີ່ອະນາຄົດບໍ່ແນ່ນອນ ອາດອຳລາສະໂມສອນຫລັງຈົບລະດູການນີ້
ອັນໂຕນີໂອ ຄອນເຕ້ ຄູຝຶກສອນຊາວອິຕາລີ ກາຍເປັນໂຕເຕັງທີ່ຈະເຂົ້າມາຮັບງານຄຸມໝາປ່າ ໂຣມ່າ ແທນທີ່ ໂຈເຊ ມູຣິນໂຢ ຫົວໜ້າຄູຝຶກໃນລະດູການໜ້າ. ຄູຝຶກສອນຊາວອິຕາລີ ກາຍເປັນຄົນຫວ່າງງານສົດໆໃໝ່ໆ ຫລັງຈາກແຍກທາງກັບ ທັອດແນມ ຮັອດສະເປີ ໂດຍການຍິນຍອມພ້ອມໃຈກັນທັງສອງຝ່າຍໃນວັນອາທິດຜ່ານມາ. ຂະນະທີ່ອະນາຄົດຂອງ ມູຣິນໂຢ ທີ່ປັດຈຸບັນຍັງບໍ່ແນ່ນອນວ່າຈະໄດ້ຮ່ວມງານນຳ “ຈາໂລ ໂຣສຊີ”…










