ຟີຟ່າ-ຢູຟ່າ ປະກາດ ຕັດ ຣັດເຊຍ ອອກຈາກການແຂ່ງຂັນທຸກລາຍການ
2 ອົງກອນກິລາບານເຕະໂລກ ໄດ້ຫ້າມບໍ່ໃຫ້ທີມຊາດ ຣັດເຊຍ ແລະ ສະໂມສອນຈາກຣັດເຊຍ ເຂົ້າຮ່ວມການແຂ່ງຂັນທຸກລາຍການແລ້ວ. ສະຫະພັນບານເຕະນາໆຊາດ (ຟີຟ່າ) ແລະ ສະຫະພັນບານເຕະເອີຣົບ (ຢູຟ່າ) ໄດ້ອອກຖະແຫຼງການຫ້າມທີມຊາດຣັດເຊຍ ແລະ ສະໂມສອນຂອງຣັດເຊຍ ລົງແຂ່ງຂັນທຸກລາຍການ ຈົນກວ່າຈະມີແຈ້ງການເພີ່ມເຕີມ. ກ່ອນໜ້ານີ້ ຟີຟ່າ ຍັງບໍ່ໄດ້ຕັດສິນໃຈຫ້າມທີມຊາດຣັດເຊຍ…










