ຟີຟ່າ-ຢູຟ່າ ປະກາດ ຕັດ ຣັດເຊຍ ອອກຈາກການແຂ່ງຂັນທຸກລາຍການ

2 ອົງກອນກິລາບານເຕະໂລກ ໄດ້ຫ້າມບໍ່ໃຫ້ທີມຊາດ ຣັດເຊຍ ແລະ ສະໂມສອນຈາກຣັດເຊຍ ເຂົ້າຮ່ວມການແຂ່ງຂັນທຸກລາຍການແລ້ວ.
ສະຫະພັນບານເຕະນາໆຊາດ (ຟີຟ່າ) ແລະ ສະຫະພັນບານເຕະເອີຣົບ (ຢູຟ່າ) ໄດ້ອອກຖະແຫຼງການຫ້າມທີມຊາດຣັດເຊຍ ແລະ ສະໂມສອນຂອງຣັດເຊຍ ລົງແຂ່ງຂັນທຸກລາຍການ ຈົນກວ່າຈະມີແຈ້ງການເພີ່ມເຕີມ.
ກ່ອນໜ້ານີ້ ຟີຟ່າ ຍັງບໍ່ໄດ້ຕັດສິນໃຈຫ້າມທີມຊາດຣັດເຊຍ ແຕ່ເລືອກທີ່ຈະບັງຄັບໃຊ້ມາດຕະການກົດດັນເຊັ່ນ: ຫ້າມຈັດການແຂ່ງຂັນພາຍໃນປະເທດ, ໃຫ້ພວກເຂົາລົງຫລິ້ນໃນສະຫນາມກິລາທີ່ບໍ່ມີແຟນບານ, ໃຫ້ໃສ່ຊື່ຂອງສະຫະພັນບານເຕະຣັດເຊຍແທນຣັດເຊຍ, ຫ້າມໃຊ້ທຸງຊາດ ແລະ ເພງຊາດໃນການແຂ່ງຂັນ.
ຢ່າງໃດກໍຕາມ, ຫຼັງຈາກປຶກສາຫາລືກັບ ຢູຟ່າ ທັງສອງອົງການກິລາບານເຕະໂລກໄດ້ຕົກລົງຫ້າມຣັດເຊຍ ຊຶ່ງໝາຍຄວາມວ່າຣັດເຊຍຈະບໍ່ໄດ້ລົງແຂ່ງຂັນໃນເຕະບານໂລກປີ 2022 ທີ່ຈະແຂ່ງຂັນກັບໂປແລນໃນເດືອນມີນາ ແລະ ຕົກຮອບໄປໂດຍອັດຕະໂນມັດ ເຊັ່ນດຽວກັບ ສະປາຕາກ ມັອສໂຄ ທີ່ມີໂປຼແກມລົງດວນກັບ ແອເບ ໄລ້ຊິກ ໃນຮອບ 16 ທີມຂອງຢູໂຣປ້າ ລີກ ກໍ່ຈະຖືກປັບຕົກຮອບດ້ວຍ.
ຂະນະດຽວກັນ ຢູຟ່າ ຍັງປະກາດຢຸດຕິສັນຍາກັບ Gazprom ບໍລິສັດພະລັງງານຍັກໃຫຍ່ຂອງຣັດເຊຍ ຈາກການເປັນຜູ້ສະຫນັບສະຫນູນໃນ ຢູຟ່າ ແຊ້ມປ້ຽນລີກ, ບານເຕະທີມຊາດ ແລະ ຢູໂຣ 2024 ຮອບສຸດທ້າຍ.

