ຟີຟາ ຖະແຫລງ 6 ຂໍ້ຫ້າມຂອງ ຣັສເຊຍ ໃນເກມເພລອອບໂກຕ້າເຂົ້າຮອບບານໂລກ

ພາຍຫລັງທີ່ມີລາຍງານວ່າ ສະມາຄົມບານເຕະຂອງ ໂປແລນ, ສະວີເດັນ ແລະ ສາທາລະນະລັດ ເຊັກ ວ່າຈະບໍ່ລົງຫລິ້ນໃນແຜນດິນຣັສເຊຍໃນການຫລິ້ນເພລອອບຄວ້າປີ້ບານໂລກ 2022 ເຊິ່ງສົ່ງຜົນໃຫ້ ຟີຟາ ຖືກກົດດັນຢ່າງຫນັກໃຫ້ຕັດສິດຣັສເຊຍ ອອກຈາກການຄັດເລືອກໄປຫລິ້ນບານໂລກ 2022 ໃນຄັ້ງນີ້.
ແນວໃດກໍຕາມ ຟີຟາ ຫລື ສະຫະພັນບານເຕະນາໆຊາດ ໄດ້ອອກຖະແຫລງການເຖິງເຫດການນີ້ແລ້ວ ເຊິ່ງມີລາຍງານວ່າຈະຕັດສິດການເປັນເຈົ້າພາບຂອງຣັສເຊຍ ເຊິ່ງທຸກເກມທີ່ ຣັສເຊຍ ແຂ່ງຂັນໃນຄັ້ງນີ້ ຈະຕ້ອງຫລິ້ນໃນສະຫນາມທີ່ເປັນກາງທັງຫມົດ ແລະ ບໍ່ມີຜູ້ຊົມເກມ ນອກຈາກນີ້ຍັງຫ້າມໃຊ້ທຸງຊາດ, ເພງຊາດ ແລະ ຫ້າມໃຊ້ຊື່ ຣັສເຊຍ ໃນການແຂ່ງຂັນ ແລະ ຈະໃຊ້ຊື່ເປັນ Football Union of Russia (RFU) ຫລື ສະມາຄົມບານເຕະຣັສເຊຍເທົ່ານັ້ນ.
ສະຖານະການລະຫວ່າງ ຢູເຄຣນ ແລະ ຣັສເຊຍ ໃນເວລານີ້ພວມເຂົ້າສູ່ໄລຍະແຕກຫັກ ເຊິ່ງມີຈຳນວນຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວຫລາຍ ນອກຈາກນີ້ ຣັສເຊຍ ຍັງເດີນຫນ້າຍຶດເມືອງ ແລະ ພື້ນທີ່ ໃນຢູເຄຣນຈຳນວນຫລາຍ ເຊິ່ງເປົ້າຫມາຍຢູ່ທີ່ນະຄອນຫລວງຄຽບ ເມືອງຫລວງຂອງປະເທດ.

