ເຈົ້າຂອງທີມເຊລຊີ ຖະແຫລງຕັດສິນໃຈຫລຸດບົດບາດບໍລິຫານ ມອບໃຫ້ມູນນິທິເບິ່ງແຍງແທນ

ໂຣມັນ ອະບຣາໂມວິດ ເຈົ້າຂອງທີມເຊລຊີ ຕັດສິນໃຈຫລຸດບົດບາດໃນການບໍລິຫານທີມ ແລະ ມອບຫມາຍໃຫ້ມູນນິທິຂອງເຊລຊີຮັບຫນ້າທີ່ເບິ່ງແຍງສະໂມສອນແທນ.

ເປັນທີ່ຮູ້ກັນດີວ່າ ເມື່ອວັນພະຫັດທີ່ຜ່ານມາ ວະລາດີເມຍ ປູຕິນ ປະທານາທິບໍດີຣັສເຊຍ ໄດ້ອອກຄຳສັ່ງໃຫ້ກອງກຳລັງຣັສເຊຍໂຈມຕີໃສ່ ຢູເຄຣນ ຈົນເຮັດໃຫ້ມີຫລາຍຝ່າຍອອກມາຕໍ່ຕ້ານການກະທຳຂອງ ປູຕິນ ໃນຄັ້ງນີ້ ເຊິ່ງຄວາມເຄື່ອນໄຫວດ່ັງກ່າວນຳໄປສູ່ການຮຽກຮ້ອງຈາກສະມາຊິສະພາຜູ້ແທນລາດຊະດອນຂອງອັງກິດໃຫ້ຍຶດຊັບສິນຂອງ ອະບຣາໂມວິດ ເນື່ອງຈາກເບິ່ງວ່າ ອະບຣາໂມວິດ ມີຄວາມສຳພັນທີ່ແຫນ້ນແຟ້ນກັບປູຕິນ.

ຈົນຫລ້າສຸດ ອະບຣາໂມວິດ ຕັດສິນໃຈມອບຫນ້າທີ່ບໍລິຫານສະໂມສອນໃຫ້ມູນນິທິການກຸສົນຂອງເຊລຊີຮັບຫນ້າທີ່ເບິ່ງແຍງເປັນທີ່ຮຽບຮ້ອຍແລ້ວ ໂດຍລະຸບຸວ່າ ‘‘ ເປັນເວລາເກືອບ 20 ປີ ທີ່ຂ້ອຍເປັນເຈົ້າຂອງທີມເຊລຊີ ຂ້ອຍໄດ້ເບິ່ງບົດບາດຂອງຕົວເອງໃນຖານະຜູ້ເບິ່ງແຍງສະໂມສອນສະເຫມີມາ ເຊິ່ງວຽກກໍຄືການເຮັດໃຫ້ເຮົາປະສົບຄວາມສຳເລັດຄືທີ່ເຮົາເຮັດໄດ້ໃນມື້ນີ້ ເຊ່ັນດຽວກັບການສ້າງທີມເພື່ອອະນາຄົດ ຂ້ອຍຕັດສິນໃນເພື່ອຜົນປະໂຫຍດຂອງສະໂມສອນຈາກຫົວໃຈຂອງຂ້ອຍສະເຫມີ ແລະ ຂ້ອຍຍັງຄຳນຶງເຖິງສິ່ງນີ້ ນັ້ນຄືເຫດຜົນທີ່ມື້ນີ້ຂ້ອຍຈຶ່ງໄດ້ມອບການເບິ່ງແຍງສະໂມສອນໃຫ້ກັບມູນນິທິການກຸສົນຂອງສະໂມສອນ ’’.

ທັງນີ້ ຂ່າວດັ່ງກ່າວນຫນ້າຈະສະເທືອນໄປເຖິງທີມເຊລຊີ ທີ່ພວມກຽມແຂ່ງຂັນລາຍການຄາຣາບາວ ຄັບ ນັດຊີງຊະນະເລີດ ພົບກັບ ລີເວີພູລ ໃນວັນອາທິດທີ 27 ກຸມພານີ້ຫລາຍພໍສົມຄວນ.