ຟີຟາ-ຢູຟາ ປະກາດລົງໂທດຫ້າມຣັສເຊຍທຸກລາຍການຮຽບຮ້ອຍແລ້ວ

ຟີຟາ ແລະ ຢູຟາ ປະກາດແບນທີມຊາດ ແລະ ສະໂມສອນຈາກຣັສເຊຍຈາກການແຂ່ງຂັນບານເຕະທຸກລະດັບແລ້ວ ຫລັງກອງທັບຣັສເຊຍບຸກໂຈມຕີ ຢູເຄຣນ.

ສະຫະພັນບານເຕະນາໆຊາດ (FIFA) ແລະສະຫະພັນບານເຕະຢູໂຣບ (EUFA) ປະກາດຫ້າມທີມຊາດຣັສເຊຍ ແລະ ສະໂມສອນຈາກຣັສເຊຍ ຈາກການແຂ່ງຂັນບານເຕະລະດັບຊາດ ແລະ ລະດັບສະໂມສອນແລ້ວ ຫລັງການເປີດສາກບຸກເຂົ້າໂຈມຕີ ຢູເຄຣນ ຂອງກອງທັບຣັສເຊຍ.

ຈາກການຖືກສັ່ງຫ້າມດັ່ງກ່າວເຮັດໃຫ້ທີມຊາດຣັສເຊຍ ຈະຫມົດສິດລົງຫລິ້ນໃນການແຂ່ງຂັນບານໂລກ 2022 ຮອບເພລອອຟ ເຂດຢູໂຣບ ຮອບຕັດເຊືອກກັບ ໂປແລນ ໃນວັນທີ 24 ມີນາແນ່ນອນແລ້ວ.

ຂະນະທີ່ ສະປາຕັກ ມອສໂກ ສະໂມສອນດັງຂອງຣັສເຊຍ ກໍຈະບໍ່ໄດ້ຫລິ້ນກັບ ແອເບ ໄລຊິກ ຈາກເຢຍລະມັນ ໃນການແຂ່ງຂັນບານເຕະຢູໂຣປາ ລີກ ຮອບ 16 ທີມສຸດທ້າຍເຊັ່ນດຽວກັນ ເຮັດໃຫ້ ໄລຊິກ ຈະໄດ້ຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດແບບອັດຕະໂນມັດທັນທີ.

ຖະແຫລງການຮ່ວມຂອງ ຟີຟາ ແລະ ຢູຟາ ລະບຸວ່າ : ‘‘ ຟີຟາ ແລະ ຢູຟາ ຕັດສິນໃຈຮ່ວມກັນໃນມື້ນີ້ວ່າ ທີມບານເຕະຈາກຣັສເຊຍທັງຫມົດບໍ່ວ່າຈະເປັນທີມຊາດ ຫລື ສະໂມສອນຈະຖືກຫ້າມຈາກການແຂ່ງຂັນຂອງ ຟີຟາ ແລະ ຢູຟາ ຈົນກວ່າຈະມີປະກາດປ່ຽນແປງຕໍ່ໄປ ’’.