ລາຍງານເພີ່ມເຕີມຄະດີຊາຍຊູ້ ທີ່ຫລົງຮັກເມຍເຂົາ! ບຸກຍິງຄາພາເຂົ້າ ຕໍ່ໜ້າສາມີ ແລະ ລູກ ຕົວເອງ ກ່ອນຍິງປິດຊີບຕົນເອງດ້ວຍປືນ AK

ລາຍງານເພີ່ມເຕີມຄະດີຊາຍຊູ້ ທີ່ຫລົງຮັກເມຍເຂົາ! ບຸກຍິງຄາພາເຂົ້າ ຕໍ່ໜ້າສາມີ ແລະ ລູກ ຕົວເອງ ກ່ອນຍິງປິດຊີບຕົນເອງດ້ວຍປືນ AK

ອີງຕາມວາລະສານ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກຕຳຫລວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໄດ້ລາຍງານເພີ່ມເຕີມກ່ຽວກັບເຫດການຊາຍຊູ້ບຸກຍິງເມຍປະຊາຊົນຄາພາເຂົ້າຈົນເສຍຊີວິດຢູ່ບ້ານສວນສະຫວັນ ນະຄອນປາກເຊ ໃນເວລາປະມານ 18:30 ໂມງໃນວັນທີ 27 ທັນວາ 2022 ກ່ອນຍິງປິດຊີບຕົນເອງດ້ວຍປືນ AK ຍ້ອນເກີດຈາກການຫຶງຫວງ, ເນື່ອງຈາກຜູ້ເສຍຊີວິດທັງ 2 ຄົນ…

ລັດຖະບານອອກແຈ້ງການລຶບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊິນປ້ອງກັນໂຄວິດ-19 ຄົບໂດສ

ລັດຖະບານອອກແຈ້ງການລຶບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊິນປ້ອງກັນໂຄວິດ-19 ຄົບໂດສ

ວັນທີ 23 ທັນວາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1914/ຫສນຍ ເລື່ອງທິດຊີ້ນຳກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ວ່າ: ເຫັນດີໃຫ້ລຶບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊິນຄົບໂດສ ແລະ ລຶບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ…

ປີ 2022 ເມືອງນາຊາຍທອງ ປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 154 ເລື່ອງ ກັກຕົວຜູ້ຖືກຫາ 227 ຄົນ

ປີ 2022 ເມືອງນາຊາຍທອງ ປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 154 ເລື່ອງ ກັກຕົວຜູ້ຖືກຫາ 227 ຄົນ

ພັທ ກົງ ຄະນະລັງສຸກ ຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ  ລາຍງານ ເນື່ອງໃນໂອກາດ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ວັນທີ 21 ທັນວາ 2022 ຜ່ານມາ ວ່າ:…

ນໍ້າກະທ່ອມ ກະແສມອມເມົາໄວໜຸ່ມທີ່ຢາກຮູ້ຢາກລອງ ຕ້ອງມີມາດຕະການແກ້ໄຂຢ່າງຮີບດ່ວນ

ນໍ້າກະທ່ອມ ກະແສມອມເມົາໄວໜຸ່ມທີ່ຢາກຮູ້ຢາກລອງ ຕ້ອງມີມາດຕະການແກ້ໄຂຢ່າງຮີບດ່ວນ

ໄວໜຸ່ມ-ນັກຮຽນ ລາວເຮົາຈຳນວນບໍ່ໜ້ອຍ ໄດ້ຫັນຫົວເຂົ້າສູ່ວົງການກິນດື່ມນໍ້າກະທ່ອມ ເປັນກິດຈະວັດ ແລະ ເປັນກະແສກວ້າງຂວາງ ເນື່ອງຈາກເຂົ້າເຖິງໄດ້ງ່າຍກວ່າສານເສບຕິດຊະນິດອື່ນໆ ໂດຍມີການປຸກ ລະດົມພາຍໃນກຸ່ມວ່າ “ບໍ່ກິນນໍ້າກະທ່ອມບໍ່ແມ່ນໄວໜຸ່ມຍຸກໃໝ່, ກິນນໍ້າກະທ່ອມດີກວ່າກິນແນວອື່ນ” ຈົນເຮັດໃຫ້ບາງຄົນລືມຄິດເຖິງຜົນເສຍ ແລະ ຜົນກະທົບຢ່າງຫລວງຫລາຍ. ກະແສທີ່ຮືຮາ ແລະ ເປັນຜົນຕໍ່ໄວໜຸ່ມລາວ ເນື່ອງຈາກກົດໝາຍໄທ ໄດ້ປົດລັອກກະທ່ອມອອກຈາກພືດສານເສບຕິດ ແລະ…

ແມ່ບ້ານ ອາຍຸ 22 ປີ ລັກຄຳເຈົ້າຂອງເຮືອນ ລວມມູນຄ່າ 40 ລ້ານກີບ ແລ້ວຫລົບໜີໄປ

ແມ່ບ້ານ ອາຍຸ 22 ປີ ລັກຄຳເຈົ້າຂອງເຮືອນ ລວມມູນຄ່າ 40 ລ້ານກີບ ແລ້ວຫລົບໜີໄປ

ອີງຕາມບົດບັນທຶກແຈ້ງຄວາມຂອງຜູ້ເສຍຫາຍ ຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ແຈ້ງຄວາມຕໍ່ໜ່ວຍງານສືບສວນ-ສອບສວນ ປກສ ເມືອງສີໂຄດຕະບອງ ລະບຸໄວ້ວ່າ: ໃນວັນທີ 16 ພະຈິກ 2022 ຜ່ານມາ, ແມ່ຂອງຕົນໄດ້ອອກໄປວຽກນອກ ກັບແມ່ບ້ານຊື່ ນາງ ນິດາ ແກ້ວພອນໄຊ ອາຍຸ 22…

ສະຖານະການໂຄວິດຈີນຍັງໜ້າເປັນຫ່ວງ ຫລັງຈາກທີ່ເມືອງໃຫຍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນລາຍວັນບໍ່ຕໍ່າກວ່າ 18 ພັນຄົນ

ສະຖານະການໂຄວິດຈີນຍັງໜ້າເປັນຫ່ວງ ຫລັງຈາກທີ່ເມືອງໃຫຍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນລາຍວັນບໍ່ຕໍ່າກວ່າ 18 ພັນຄົນ

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງປະເທດຈີນວ່າ: ໃນວັນທີ 13 ພະຈິກ ຄະນະກໍາມາທິການສາທາລະນະສຸກແຫ່ງຊາດຈີນ (NHC) ລາຍງານສະຖິຕິຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫລາຍຈາກການລາຍງານຜູ້ຕິດເຊື້ອຂອງວັນທີ 11 ພະຈິກ ມີຜູ້ຕິດເຊື້ອ 11.950 ຄົນ ແລະ ມາວັນເສົາ ທີ 12 ພະຈິກ ມີຜູ້ຕິດເຊື້ອເພີ່ມ 18.478…

ບຸນນະມັດສະການພຣະທາດຫລວງວຽງຈັນ ປີນີ້ ມີປະກົດການຫຍໍ້ທໍ້ແຫກກະເປົາ-ລ່ວງກະເປົາ ເກີດຂຶ້ນ 3 ເລື່ອງ

ບຸນນະມັດສະການພຣະທາດຫລວງວຽງຈັນ ປີນີ້ ມີປະກົດການຫຍໍ້ທໍ້ແຫກກະເປົາ-ລ່ວງກະເປົາ ເກີດຂຶ້ນ 3 ເລື່ອງ

ອີງຕາມຄວາມສະຫງົບລາຍງານວ່າ: ໃນໄລຍະດຳເນີນງານບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2022 5 ວັນຜ່ານມາ ແຕ່ວັນທີ 4-8 ພະຈິກ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ສາມາດແກ້ໄຂໄດ້ 1 ເລື່ອງ. ເຈົ້າໜ້າທີ່ອະນຸກໍາມະການປ້ອງກັນໃຫ້ວ່າ: ການມາທ່ຽວຊົມງານບຸນດັ່ງກ່າວມີມວນຊົນໄປທ່ຽວຊົມໃນແຕ່ລະວັນມີຈໍານວນຫລວງຫລາຍ ເຮັດໃຫ້ສະຖານທີ່ທ່ຽວຊົມພາຍໃນງານຄັບຄາໜາແໜ້ນ…

ອຸບັດຕິເຫດລົດພວງ ແລະ ລົດບັນທຸກໜັກ ຕຳກັນຢູ່ເສັ້ນທາງບ້ານ ສີລາເລກ ເມືອງຊຽງເງິນ ມີຜູ້ເສຍຊີວິດ 1 ຄົນ

ອຸບັດຕິເຫດລົດພວງ ແລະ ລົດບັນທຸກໜັກ ຕຳກັນຢູ່ເສັ້ນທາງບ້ານ ສີລາເລກ ເມືອງຊຽງເງິນ ມີຜູ້ເສຍຊີວິດ 1 ຄົນ

ອີງຕາມໜ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ ລາຍງານວ່າ: ວັນທີ 4 ພະຈິກ 2022 ເວລາ​ ​08:52 ໂມງ ເກີດອຸບັດຕິເຫດລົດພວງ ແລະ ລົດບັນທຸກໜັກ ຕຳກັນຢູ່ເສັ້ນທາງບ້ານ ສີລາເລກ ເມືອງຊຽງເງິນ ແຂວງຫລວງພະບາງ ​ ​ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບເຫັນຜູ້ບາດເຈັບຕິດຢູ່ພາຍໃນລົດເພດຍິງ…

ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ

ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ

ເວລາປະມານ 13:00 ໂມງ ຂອງວັນທີ 26 ຕຸລາ 2022 ເກີດເຫດການເຮືອຫລົ້ມຢູ່ສາຍເຊບັ້ງໄຊ ບ້ານເວີນສະນັນ ເມືອງເຊບັ້ງໄຟແຂວງຄຳມ່ວນ ຊຶ່ງເຫດການນີ້ສົ່ງຜົນເຮັດໃຫ້ຄູ່ຜົວເມຍຈົມນ້ຳສູນຫາຍ. ຂະນະ ທີ່ວັນທີ 27 ຕຸລາ, ໜ່ວຍງານກູ້ຊີບອົງການກາແດງລາວແຂວງຄຳມ່ວນ ແລະ ປະຊາຊົນບ້ານດັ່ງກ່າວໄດ້ ຮ່ວມກັນຄົ້ນຫາ ແລະ…

ເຕືອນສັງຄົມ!!ຜູ້ເດີນທາງຜູ້ດຽວໃນເສັ້ນທາງບ້ານນ້ຳປູນອ້ຍ-ບ້ານໂພນລະຫວາງ ເມືອງແມດ ແຂວງວຽງຈັນ ມີໂຈນລັດເອົາລົດຈັກ

ເຕືອນສັງຄົມ!!ຜູ້ເດີນທາງຜູ້ດຽວໃນເສັ້ນທາງບ້ານນ້ຳປູນອ້ຍ-ບ້ານໂພນລະຫວາງ ເມືອງແມດ ແຂວງວຽງຈັນ ມີໂຈນລັດເອົາລົດຈັກ

ເວລາປະມານ 20:06 ໂມງວັນທີ 21 ຕຸລາ 2022 ມີຜູ້ໃຊ້ເຟສບຸກຊື່ ປາ ກີ່ ‘ໂຕດຳ ໄດ້ເຜີຍແຜ່ເຫດ ການທີ່ເປັນປາກົດການຫຍໍ້ທໍ້ເກີດຂຶ້ນໃນຄອບຄົວຕົນເອງ ທັງເຕືອນສັງຄົມໂດຍສະເພາະຜູ້ຈະເດີນທາງຜູ້ດຽວໃນເສັ້ນທາງລະຫວ່າງກາງບ້ານນ້ຳປູນອ້ຍ-ບ້ານໂພນລະຫວາງ ເມືອງແມດ ແຂວງວຽງຈັນ ໃຫ້ມີສະຕິລະວັງຕົວ ແລະ ລະມັດລະວັງທີ່ສຸດ. ເຫດການນີ້ເກີດຂຶ້ນໃນຂະນະພໍ່ຂອງຜູ້ໃຊ້ເຟສບຸກຊື່ ປາ…