ຣັດເຊຍຂູ່ “ຕອບໂຕ້ຂັ້ນເດັດຂາດ” ຖ້າ EU ແຕະຕ້ອງຊັບສິນຂອງຣັດເຊຍ

              ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍ ເປີດເຜີຍໃນວັນທີ 2 ຕຸລາວ່າ: ຣັດເຊຍພ້ອມ “ຕອບໂຕ້ຂັ້ນເດັດຂາດ” ຖ້າສະຫະພາບເອີຣົບ (EU) ດໍາເນີນການໃດໆກໍຕາມໂດຍຕັ້ງເປົ້າໃສ່ຊັບສິນຂອງຣັດເຊຍ.

              “ພາຍໃຕ້ຫລັກການຂອງການຕອບໂຕ້ ຄວາມພະຍາຍາມໃດໆຂອງສະຫະພາບເອີຣົບໃນການລຸກລໍ້າຊັບສິນຂອງເຮົາຈະຖືກຕອບໂຕ້ຂັ້ນເດັດຂາດ ເຊິ່ງພວກເຂົາເນັ້ນໜັກດີຢູ່ແລ້ວ, ຣັດເຊຍມີມາດຕະການຕອບໂຕ້ຈໍານວນຫລາຍ ແລະ ມີຄວາມສາມາດຈະດໍາເນີນການຕອບໂຕ້ທາງການເມືອງ ແລະ ເສດຖະກິດຢ່າງສົມນໍ້າສົມເນື້ອ” ນາງ ຊາຄາໂຣວາ ກ່າວ.

              ນາງຍັງເນັ້ນວ່າ: ປະເທດໃດໃນເອີຣົບຕ້ອງປະຕິບັດຕາມພັນທະກໍລະນີລະຫວ່າງປະເທດຢ່າງເຂັ້ມງວດ. ພ້ອມເຕືອນວ່າ: ການຢຶດ ອາຢັດ ຫລື ໃຊ້ຊັບສິນຂອງລັດໂດຍປາສະຈາກຄວາມຍິນຍອມຈາກເຈົ້າຂອງ ຖືເປັນການລະເມີດຫລັກຄວາມເທົ່າທຽມລະຫວ່າງລັດອະທິປະໄຕຢ່າງຮ້າຍແຮງ.

              ສໍານັກຂ່າວຊິນຮົວລາຍງານວ່າ: ໃນເດືອນກັນຍາຜ່ານມາ, ທ່ານ ອົວຊູລາ ຟອນ ແດຣ ໄລເອິນ ປະທານຄະນະກໍາມາທິການເອີຣົບ (EU) ໄດ້ສະເໜີແນວຄິດໃນການປ່ອຍເງິນກູ້ຮອບໃໝ່ໃຫ້ອູແກຣນ ໂດຍເງິນກູ້ດັ່ງກ່າວມາຈາກຊັບສິນຂອງຣັດເຊຍທີ່ຖືກອາຢັດ. ພ້ອມລະບຸເງື່ອນໄຂວ່າອູແກຣນຈະຊໍາລະໜີ້ໄດ້ເມື່ອຣັດເຊຍຈ່າຍ “ຄ່າຊົດເຊີຍຄວາມເສຍຫາຍ” ໃຫ້ອູແກຣນ. ເຖິງຢ່າງໃດກໍຕາມ, ຂໍ້ສະເໜີດັ່ງກ່າວຍັງບໍ່ໄດ້ຮັບຄວາມເຫັນພ້ອມຈາກທຸກປະເທດສະມາຊິກ EU.

            ນັບແຕ່ຣັດເຊຍເລີ່ມປະຕິບັດການທາງທະຫານຢູ່ອູແກຣນ, ປະເທດສະມາຊິກ EU ແລະ G7 ໄດ້ດໍາເນີນການອາຢັດທຶນສໍາຮອງຕ່າງປະເທດຂອງຣັດເຊຍແລ້ວເກືອບເຄິ່ງໜຶ່ງ ມູນຄ່າປະມານ 3 ແສນລ້ານເອີໂຣ (ປະມານ 3.514 ແສນລ້ານໂດລາສະຫະລັດ) ໂດຍໃນຈໍານວນນີ້ ຫລາຍກວ່າ 2 ແສນລ້ານເອີໂຣ (ປະມານ 2.343 ແສນລ້ານໂດລາສະຫະລັດ) ຢູ່ໃນ EU ໂດຍສ່ວນຫລາຍຢູ່ໃນບັນຊີຂອງເອີໂຣເຄຼຍ (Euroclear) ໜຶ່ງໃນລະບົບຊໍາລະລາຄາ ແລະ ສົ່ງມອບຫລັກຊັບໃຫຍ່ທີ່ສຸດໃນໂລກ ເຊິ່ງມີສໍານັກງານໃຫຍ່ຢູ່ປະເທດແບນຊິກ.

            ໃນຕົ້ນເດືອນຕຸລາ, EC ປະກາດວ່າ: ໃນໄລຍະເດືອນມັງກອນ-ກັນຍາ 2025, EU ໄດ້ໂອນເງິນຈໍານວນ 1.4 ໝື່ນລ້ານເອີໂຣ (ປະມານ 1.64 ໝື່ນລ້ານໂດລາ) ໃຫ້ອູແກຣນ ໂດຍເປັນເງິນທີ່ໄດ້ຈາກຜົນຕອບແທນທີ່ເກີດຈາກຊັບສິນຂອງທະນາຄານກາງຣັດເຊຍເຊິ່ງຖືກອາຢັດໄວ້.

            ກະຊວງການຕ່າງປະເທດຣັດເຊຍໄດ້ປະນາມການອາຢັດຊັບສິນຂອງຣັດເຊຍໃນເອີຣົບມາໂດຍຕະຫລອດ ໂດຍລະບຸວ່າເປັນການ “ລັກ”. ພ້ອມເນັ້ນວ່າມາດຕະການຂອງ EU ຕັ້ງເປົ້າໃສ່ຊັບສິນຂອງພາກລັດ ແລະ ເອກະຊົນ.

             ທ່ານ ເຊີເກ ລາບຣອບ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຣັດເຊຍ ເຕືອນວ່າຣັດເຊຍຈະຕອບໂຕ້ຖ້າມີການຢຶດຊັບສິນ ໂດຍລະບຸວ່າຣັດເຊຍສາມາດດໍາເນີນໃນລັກສະນະດຽວກັນ ໂດຍການອາຢັດ ຫລື ຢຶດຊັບສິນຂອງປະເທດຕາເວັນຕົກທີ່ຢູ່ໃນຣັດເຊຍ.