ອາເມລິກາ ສະເໜີເງິນ 2,500 ໂດລາ ຫວັງຈິງໃຈເດັກອົບພະຍົບເດີນທາງກັບປະເທດ
ລັດຖະບານຂອງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ສະເໜີມອບເງິນ 2,500 ໂດລາ ໃຫ້ເດັກຜູ້ອົບພະຍົບທີ່ບໍ່ມີຜູ້ປົກຄອງ ຫລື ຜູ້ເບິ່ງແຍງຕາມກົດໝາຍ ເພື່ອກະຕຸ້ນໃຫ້ເດີນທາງອອກຈາກອາເມລິກາດ້ວຍຄວາມສະໝັກໃຈ ຕາມຈົດໝາຍທີ່ສົ່ງໄປຫາສູນສໍາລັບຜູ້ລີ້ໄພໃນວັນທີ 3 ຕຸລາ.
ສໍານັກງານຈັດຫາທີ່ພັກຜູ້ລີ້ໄພຂອງກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ (DHS) ລະບຸວ່າ: ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ ຈະມອບເງິນສະໜັບສະໜູນການຈັດຫາທີ່ພັກຄັ້ງດຽວໃຫ້ເດັກທີ່ບໍ່ມີຜູ້ປົກຄອງອາຍຸ 14 ປີຂຶ້ນໄປ ໂດຍເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະ ອາກອນ (ICE) ລະບຸວ່າ: ຂໍ້ສະເໜີນີ້ເລີ່ມມອບໃຫ້ເດັກອາຍຸ 17 ປີເປັນອັນດັບທໍາອິດ.
ຂໍ້ຄວາມໃນຈົດໝາຍຍັງລະບຸວ່າ: ເດັກທີ່ມາຈາກແມັກຊິກບໍ່ສາມາດເຂົ້າຮ່ວມໂຄງການນີ້ໄດ້, ແຕ່ເດັກທີ່ສະໝັກໃຈອອກຈາກອາເມລິກາກ່ອນວັນທີ 3 ຕຸລາ ຈະໄດ້ຮັບສິດຕາມຂໍ້ສະເໜີນີ້.
ເຈົ້າໜ້າທີ່ຂອງ ICE ແລະ DHS ຢືນຢັນວ່າມີຂໍ້ສະເໜີທາງການເງິນເກີດຂຶ້ນແທ້, ແຕ່ບໍ່ໄດ້ລະບຸຈໍານວນເງິນຊັດເຈນ.
ທັງນີ້, ຂໍ້ສະເໜີນີ້ຖືເປັນຂໍ້ສະເໜີທາງການເງິນຫລ້າສຸດຈາກ DHS ພາຍໃຕ້ການນໍາຂອງປະທານາທິບໍດີ ໂດນັລ ທຣໍາ ເພື່ອສົ່ງເສີມການເນລະເທດໂດຍສະໝັກໃຈ ໂດຍໃນເດືອນມິຖຸນາຜ່ານມາ ກະຊວງການຕ່າງປະເທດອາເມລິກາໄດ້ໂອນເງິນ 250 ລ້ານໂດລາ ໃຫ້ DHS ສໍາລັບການເນລະເທດໂດຍສະໝັກໃຈ ພ້ອມສະເໜີເງິນ 1,000 ໂດລາ ໃຫ້ຜູ້ລີ້ໄພທີ່ເດີນທາງກັບປະເທດດ້ວຍຕົນເອງ.
ຈາກຂໍ້ມູນຂອງລັດຖະບານອາເມລິການັ້ນ ເດັກອົບພະຍົບ 600,000 ກວ່າຄົນໄດ້ຂ້າມແດນອາເມລິກາ-ແມັກຊິກໂດຍບໍ່ມີຜູ້ປົກຄອງ ຫລື ຜູ້ເບິ່ງແຍງຕາມກົດໝາຍນັບແຕ່ປີ 2019.

