ບຸນນະມັດສະການພຣະທາດຫລວງວຽງຈັນ ປີນີ້ ມີປະກົດການຫຍໍ້ທໍ້ແຫກກະເປົາ-ລ່ວງກະເປົາ ເກີດຂຶ້ນ 3 ເລື່ອງ

ອີງຕາມຄວາມສະຫງົບລາຍງານວ່າ: ໃນໄລຍະດຳເນີນງານບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2022 5 ວັນຜ່ານມາ ແຕ່ວັນທີ 4-8 ພະຈິກ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ສາມາດແກ້ໄຂໄດ້ 1 ເລື່ອງ.
ເຈົ້າໜ້າທີ່ອະນຸກໍາມະການປ້ອງກັນໃຫ້ວ່າ: ການມາທ່ຽວຊົມງານບຸນດັ່ງກ່າວມີມວນຊົນໄປທ່ຽວຊົມໃນແຕ່ລະວັນມີຈໍານວນຫລວງຫລາຍ ເຮັດໃຫ້ສະຖານທີ່ທ່ຽວຊົມພາຍໃນງານຄັບຄາໜາແໜ້ນ ເຊິ່ງມີທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫລັ່ງໄຫລເຂົ້າມາທ່ຽວຊົມ ແລະ ກາບໄຫວ້ອົງພຣະທາດຫລວງ, ເມື່ອຜູ້ຄົນມີຈໍານວນຫລວງຫລາຍເຈົ້າໜ້າທີ່ປ້ອງກັນງານບຸນຈຶ່ງເຂັ້ມງວດກວດກາ ແລະ ປ້ອງກັນຢ່າງເຕັມທີ່ ແຕ່ກໍປະສະຈາກບໍ່ໄດ້ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນງານດັ່ງກ່າວໄລຍະ 5 ວັນມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ໃນນີ້, ແຫກກະເປົາ 2 ເລື່ອງ, ລ່ວງກະເປົາ 1 ເລື່ອງ.
ເລື່ອງທີ 1 ເກີດຂຶ້ນໃນມື້ທີ 4 ຂອງວັນທີ 7 ພະຈິກ ເວລາ 20:50 ໂມງ ຜູ້ເສຍເປັນເພດຍິງ ຢູ່ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ມາທ່ຽວຊົມງານບຸນໂດຍຍ່າງທ່ຽວຊົມຢູ່ບໍລິເວນຈຸດຂາຍລົດໃຫຍ່ ຖືກຄົນຮ້າຍແຫກຖົງພາຍ, ລວມມູນຄ່າເສຍຫາຍເປັນເງິນ 435.000 ກີບ, ທະບຽນລົດຮຸ່ນໄດ ກສ 6389 ແລະ ເອກະສານຈໍານວນໜຶ່ງ; ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຈັບຄົນຮ້າຍໄດ້ 1 ຄົນສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງນຳຕົວໄປດຳເນີນຄະດີ.
ເລື່ອງທີ 2 ເກີດຂຶ້ນໃນເວລາ 8:00 ໂມງຂອງວັນທີ 8 ພະຈິກ ເກີດເຫດຄົນຮ້າຍລ່ວງກະເປົາຂອງຜູ້ເສຍຫາຍ ເປັນເພດຍິງ ອາຊີບຄ້າຂາຍຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທີ່ຍ່າງມາໃສ່ບາດຢູ່ເດີ່ນພຣະທາດຫລວງ ພໍຮອດບໍລິເວນເຮືອນຊົງລາວຈຶ່ງຮູ້ໂຕວ່າຖືກລ່ວງກະເປົາ ລວມມູນຄ່າເສຍຫາຍເປັນເງິນ 2.500.000 ກີບ, 2.000 ບາດ, ບັດເອທີເອັມ 1 ບັດ ແລະ ເອກະສານອື່ນໆ.
ເລື່ອງທີ 3 ເກີດຂຶ້ນໃນເວລາ 20:32 ໂມງ ຂອງວັນທີ 8 ພະຈິກ ຜູ້ເສຍຫາຍເປັນເພດຊາຍ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ ຖືກຄົນຮ້າຍແຫກກະເປົາຢູ່ພາຍໃນງານບຸນ ເຮັດໃຫ້ປຶ້ມບັນຊີເງິນຝາກທະນາຄານ ຈໍານວນ 2 ຫົວ, ບັດເອທີເອັມ 1 ບັດ, ບັດປະຈໍາຕົວ 1 ບັດ ແລະ ເງິນກີບຈໍານວນ 300.000 ກີບ ເສຍຫາຍ.

