ກະບົດຊີຣີລອບໂຈມຕີເມືອງຫລວງດາມັດກັດ ປະທະກອງທັບລັດຖະບານ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງກຳລັງກະບົດຕໍ່ຕ້ານລັດຖະບານຊີຣີເປີດສາກໂຈມຕີເທື່ອໃຫຍ່ໃນພື້ນທີ່ ທາງຕາເວັນອອກສຽງເໜືອຂອງນະຄອນຫລວງດາມັດກັດ ໃນວັນທີ 19 ມີນານີ້ ເຮັດໃຫ້ເກີດການປະທະກັນຢ່າງຮຸນ ແຮງກັບກອງທັບລັດຖະບານຊີຣີ. ນອກຈາກນີ້ ຝ່າຍລັດຖະບານຍັງຕອບໂຕ້ ໂດຍການສົ່ງເຮືອບິນຖິ້ມລະເບີດໃນພື້ນທີ່ ທີ່ຝ່າຍກະບົດຄວບຄຸມຢູ່.
ຕາມການເປີດເຜີຍຂອງປະຊາຊົນທ້ອງຖິ່ນວ່າ: ເຫດຄວາມຮຸນແຮງເລີ່ມຂຶ້ນພາຍຫລັງມືລະເບີດຂ້າຕົວຕາຍຈູດລະເບີດ ທີ່ເຊື່ອງໄວ້ໃນລົດ 2 ຄັນ ຢູ່ເຂດໂຈບາ ກ່ອນນັກຮົບກະບົດຈະພະຍາຍາມບຸກຝ່າແນວປ້ອງກັນຂອງກອງທັບລັດຖະ ບານ, ສ່ວນປະຊາຊົນໃນເຂດທິຈາຣາ ເຊິ່ງຢູ່ຕິດກັນ ກ່າວວ່າ: ຖະໜົນຢູ່ເມືອງເຕັມແຕ່ທະຫານ ແລະ ມີລົດຖັງຖືກສົ່ງ ເຂົ້າມານຳ, ຂະນະທີ່ສຽງປືນໃຫຍ່ຈາກເຂດໂຈບາຍັງດັງບໍ່ເຊົາ.
ສ່ວນສື່ຢູ່ຊີຣີລາຍງານວ່າ: ກອງທັບຊີຣີເສລີ (FAS), ກຸ່ມກະບົດສາຍກາງ ແລະ ກຸ່ມຍິຮາດອື່ນໆ ມີສ່ວນຮ່ວມໃນ ການໂຈມຕີຢູ່ເຂດໂຈບາ ແລະ ເຂດອັບບາຊິຍິນ ເຊິ່ງຫ່າງຈາກກຳແພງເຂດເມືອງເກົ່າໄປທາງຕາເວັນອອກປະມານ 2 ກມ ໂດຍຝ່າຍກະບົດຍິງປືນໃຫຍ່ ແລະ ຈະຫລວດຕົກໃກ້ໃຈກາງເມືອງ ແລະ ມີການໃຊ້ອຸມົງລັບຊ່ວຍໃນການໂຈມຕີ.
ທັງນີ້, ຄາດວ່າການໂຈມຕີເທື່ອຫລັງສຸດຂອງຝ່າຍກະບົດຕໍ່ຕ້ານລັດຖະບານຂອງປະທານາທິບໍດີ ບາຊາ ອານ ອັດຊັດ ເປັນຄວາມພະຍາຍາມທີ່ຈະຫລຸດຄວາມກົດດັນຂອງພວກເຂົາທີ່ຖືກກອງກຳລັງຝ່າຍລັດຖະບານໂຈມຕີຢູ່ເຂດບາຊີ, ທິຊຣີນ ແລະ ກາບຸນໃນໄລຍະຜ່ານມາ.

