ຍາມຝັ່ງອີຕາລີຊ່ວຍຜູ້ອົບພະຍົບ 6.000 ຄົນຈາກທະເລເມດິເຕຣາເນ

ໂຣມ 7 ພຶດສະພາ: ຜູ້ອົບພະຍົບປະມານ 6.000 ຄົນ ທີ່ຫວັງເດີນທາງມາເອີຣົບໄດ້ຮັບການຊ່ວຍເຫລືອທາງທະເລເມດິເຕຣາເນໃນວັນທີ 5 ແລະ 6 ພຶດສະພາ ຈາກການປະສານການຮ່ວມມືຂອງໜ່ວຍຍາມຝັ່ງອີຕາລີ.
ໜ່ວຍຍາມຝັ່ງຖະແຫລງວ່າ: ກອງທັບເຮືອ, ໜ່ວຍຍາມຝັ່ງ ແລະ ໜ່ວຍຟຣອນເອັກຂອງສະຫະພາບເອີຣົບ (EU) ລວມທັງກຸ່ມທີ່ຖືກນຳຕົວຂຶ້ນຝັ່ງທາງອີຕາລີ. ຂະນະທີ່ກຸ່ມແພດບໍ່ມີຊາຍແດນນຳເອົາຜູ້ອົບພະຍົບທາງເຮືອ 730 ຄົນເຂົ້າມານຳ. ການກູ້ໄພມີຂຶ້ນພາຍຫລັງຜູ້ອົບພະຍົບປະມານ 3.000 ຄົນ ຢູ່ເຮືອຢາງ ແລະ ເຮືອເກົ່າທີ່ອອກເດີນທາງມາຈາກລີບີ ເພື່ອມຸ່ງໜ້າເຂົ້າອີຕາລີ ໂດຍໄດ້ທະຍອຍຊ່ວຍເຫລືອເອົາພວກເຂົາມາທາງຝັ່ງແລ້ວ. ອີຕາລີ ແລະ ລີບີໄດ້ຮັດແໜ້ນການຮ່ວມມືກັນຫລາຍຂຶ້ນໃນໄລຍະມໍ່ໆມານີ້ ເພື່ອຫລຸດຜູ້ເສຍຊີວິດຈາກຄວາມພະຍາຍາມສ່ຽງອັນຕະລາຍອົບພະຍົບຂ້າມທະເລເມດິເຕຣາເນ.

