ລັດຖະບານປະເທດຝຣັ່ງ ປະກາດໃຫ້ທຶນ 550.000 ໂດລາ ສົ່ງເສີມວຽກງານໂພຊະນາການ ຢູ່ແຂວງສາລະວັນ
ອົງການອາຫານໂລກລາຍງານວັນທີ 5 ທັນວາ 2023 ນີ້ວ່າ: ສະຖານທູດຝຣັ່ງ ປະຈຳ ສປປ ລາວ ປະກາດທຶນງົບປະມານ 550.000 ໂດລາສະຫະລັດ ເພື່ອສະໜັບສະໜູນວຽກງານຮັບປະກັນການເຂົ້າເຖິງອາຫານໃຫ້ແກ່ປະຊາຊົນ 10.000 ກວ່າຄົນ ຫລື 1.818 ຄອບຄົວ ໃນແຂວງສາລະວັນ ພາຍໃຕ້ການຈັດຕັ້ງປະຕິບັດຜ່ານໂຄງການຂອງອົງການອາຫານໂລກ…










