ບໍ່ວ່າຈະກໍລະນີໃດເຖິງວ່າເຮົາລົ້ມແລ້ວ ກໍຂໍໃຫ້ຮູ້ວ່າ: ນັ້ນຄືການເລີ່ມຕົ້ນຊີວິດທີ່ເຂັ້ມແຂງ, ແຕ່ເມື່ອລົ້ມແລ້ວ ກໍຢ່າກົ້ມໜ້າ, ຢ່ານອນແນບພື້ນດິນຈົ່ງຕັ້ງໝັັ້ນໄວ້ ພຽງແຕ່ເງີຍໜ້າຂຶ້ນມາແລ້ວຢືນຂຶ້ນ ເຊິ່ງຖ້າເຮັດໄດ້ແບບນີ້ເຖິງວ່າຈະລົ້ມຈັກເທື່ອກໍບໍ່ອາດຖ່ວງດຶງຊີວິດເຮົາພົບຄວາມພ່າຍແພ້ໄດ້. ພວກເຮົາລອງວາດພາດ ຫລື ທົບທວນຄືນຕອນເຮົາຍັງເປັນເດັກນນ້ອຍເຍົາໄວ ຫລື ບໍ່ກໍລອງເບິ່ງຊີວິດທີ່ຜ່ານມາ, ເຮົາເຄີຍເຫັນເດັກນ້ອຍແລ່ນ, ຍ່າງແລ້ວລົ້ມມານັບເທື່ອບໍ່ໄດ້, ແຕ່ຍັງບໍ່ເຄີຍເຫັນເດັກນ້ອຍຄົນໃດລົ້ມແລ້ວຈະນອນແຊ່ຢູ່ຈົນຂ້າມມື້ຂ້າມຄືນໂດຍບໍ່ຍອມລຸກຂຶ້ນມາ ຢ່າງໜ້ອຍກໍພຽງແຕ່ໄຫ້ເພາະຄວາມເຈັບປວດ, ແຕ່ນັ້ນເປັນຄວາມຮູ້ສຶກທຳມະດາຂອງເດັກນ້ອຍທຸກຄົນເພາະເຂົາເປັນເດັກນ້ອຍທີ່ອ່ອນແອຄົນໜຶ່ງເທົ່ານັ້ນ. ນີ້ຄືພາບທີ່ສະທ້ອນໃຫ້ເບິ່ງເຫັນສັດຈະທຳຊີວິດ ແລະ…