ອາເມລິກາເຕືອນໄພກໍ່ການຮ້າຍຢູ່ເອີຣົບ

     ກະຊວງ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ອອກ​ຄຳ​ເຕືອນ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ເທື່ອ​ໃໝ່ ​ໃຫ້​ລະວັງ​ໄພ​ຄຸກ​ຄາມ​ຈາກ​ການ​ໂຈມ​ຕີ​ຂອງ​ຜູ້​ກໍ່​ການ​ຮ້າຍ​ທົ່ວ​ພາກພື້ນ​ເອີຣົບ ​ໂດຍ​ອ້າງ​ເຖິງ​ເຫດ​ກໍ່​ການ​ຮ້າຍ​ຫລາຍ​ເທື່ອ ທີ່​ຫາ​ກໍ​ເກີດ​ຂຶ້ນຢູ່​ຫລາຍ​ປະ​ເທດ​ເອີຣົບ ​​ເມື່ອ​ບໍ່​ດົນ​ມາ​ນີ້ ທັງ​ອັງກິດ, ຝຣັ່ງ, ຊູ​ແອດ ​ແລະ ຣັດ​ເຊຍ ​ແລະ ​ເຕືອນ​ວ່າ: ສະຖານ​ທີ່​ຕ່າງໆ​ ນັບ​ແຕ່​ຫ້າງ​ສັບພະ​ສິນຄ້າ, ໜ່ວຍ​ງານ​ຂອງ​ລັດ, ​ໂຮງ​ແຮມ, ຮ້ານ​ບັນ​ເທີ​ງ, ພັດ​ຕະຄານ, ສະຖານ​ທີ່​ສັກສິດ, ສວນສາທາລະນະ, ສະໜາມ​ບິນ ​ແລະ ສະຖານ​ທີ່​ອື່ນໆ ສາມາດ​ຕົກ​ເປັນ​ເປົ້າໝາຍ​ການ​ໂຈມ​ຕີ​ໄດ້​ທັງ​ໝົດ ​ແລະ ລະບຸ​ອີກ​ວ່າ: ກຸ່ມ​ລັດ​ອິສລາມ ຫລື IS ​ແລະ ກຸ່ມ​ອານ​ໄກ​ດາ ຍັງ​ມີ​ປະສິດທິພາບ​ໃນ​ການວາງ​ແຜນ ​ແລະ ກໍ່​​ເຫດ​ກໍ່​ການ​ຮ້າຍ​ຢູ່​ເອີຣົບ.