ນະຄອນຫລວງວຽງຈັນພົບຄວາມຫຍຸ້ງຍາກ 9 ດ້ານໃນໄລຍະທົດລອງເປີດການຮຽນ-ການສອນ

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ເປີດ ເຜີຍ ວ່າ: ປັດຈຸບັນ, ທົ່ວ ນວ ມີບາງຊັ້ນຮຽນໃນໂຮງຮຽນທີ່ທົດລອງເປີດການຮຽນ-ການສອນທັງໝົດ 1.072 ແຫ່ງ ແລະ ຍັງບໍ່ທັນໄດ້ເປີດ 124 ແຫ່ງ ເຊິ່ງຜ່ານການປະເມີນເຫັນວ່າຍັງພົບຄວາມຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍຫລາຍດ້ານ. ຈາກນີ້ຈຶ່ງເວົ້າໄດ້ວ່າ: ການທີ່ຈະເປີດການຮຽນ-ການສອນ ເປັນເອກະພາບກັນທຸກຊັ້ນຮຽນນັ້ນຕ້ອງເບິ່ງຜົນຮັບຈາກການເປີດທົດລອງ.

ການທົດລອງເປີດການຮຽນ-ການສອນຢູ່ ນວ ໄດ້ເລີ່ມແຕ່ເດືອນທັນວາ 2021 ໂດຍສະເພາະຊັ້ນຮຽນ ມ.4, ມ.7 ແລະ ວິທະຍາໄລປີສຸດທ້າຍ ນອກນີ້ຍັງມີການຮຽນອອນລາຍ ຫລື ຜັດປ່ຽນກັນມາຮຽນ ເຊິ່ງສະຖາບັນການສຶກສາຕ່າງໆທັງພາກລັດ ແລະ ເອກະຊົນ ນັບແຕ່ຂັ້ນລ້ຽງເດັກ-ອະນຸບານຈົນຮອດວິທະຍາ ໄລ ທີ່ໄດ້ອອກອະນຸຍາດໃຫ້ເປີດຮຽນແລ້ວ ແລະ ຍັງບໍ່ໄດ້ເປີດມີ ຊັ້ນຮຽນລ້ຽງເດັກ-ອະນຸບານໂຮງຮຽນລັດ ແລະ ເອກະຊົນທັງໝົດ 405 ແຫ່ງໄດ້ເປີດການຮຽນ-ການສອນແລ້ວ 364 ແຫ່ງ, ຍັງບໍ່ທັນເປີດ 41 ແຫ່ງ; ຊັ້ນປະຖົມ 553 ແຫ່ງ, ເປີດແລ້ວ 503 ແຫ່ງ, ຍັງບໍ່ທັນເປີດ 50 ແຫ່ງ; ຊັ້ນມັດທະຍົມສຶກສາ 188 ແຫ່ງ, ເປີດແລ້ວ 180 ແຫ່ງ, ຍັງ 8 ແຫ່ງ ແລະ ວິທະຍາໄລ 50 ແຫ່ງ, ເປີດແລ້ວ 25 ແຫ່ງ, ຍັງ 25 ແຫ່ງ.

อาจเป็นรูปภาพของ 1 คน และ กำลังยืน

ຜ່ານການປະເມີນເຫັນວ່າຍັງພົບບາງຂໍ້ຫຍຸ້ງຍາກ ເປັນຕົ້ນ

1. ຄວາມເຂົ້າໃຈຂອງຜູ້ບໍລິຫານສະຖານການສຶກສາບາງບ່ອນຍັງບໍ່ເລິກເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງມີບາງອັນ ຍັງບໍ່ທັນເຮັດໄດ້ດີ;

2. ການຈັດຕາຕະລາງຮຽນ, ແບ່ງເວລາຮຽນຫຍຸ້ງຍາກສຳລັບໂຮງຮຽນທີ່ມີນັກຮຽນຫລາຍ, ຄູສອນໜ້ອຍເນື່ອງຈາກຄູຈະໄດ້ສອນເພີ່ມຂຶ້ນຈາກເວລາສອນປົກກະຕິຫລາຍກວ່າເກົ່າ, ນັກຮຽນກໍບໍ່ໄດ້ຮຽນເຕັມເວລາ;

3. ການຮຽນ-ການສອນທັງ 2 ຮູບແບບພ້ອມກັນຄື ນັກຮຽນຈຳນວນໜຶ່ງຮຽນແບບປົກກະຕິໃນໂຮງຮຽນ ຈຳນວນໜຶ່ງຍັງຮຽນໃນຮູບແບບອື່ນໆຢູ່ເຮືອນ ເຮັດໃຫ້ຄູພົບຄວາມຫຍຸ້ງຍາກໃນການສິດສອນ;

4. ນັກຮຽນຢູ່ເຂດຫ່າງໄກພົບຄວາມຫຍຸ້ງຍາກໃນການມາຮຽນ ເນື່ອງຈາກບາງຄອບຄົວບໍ່ມີພາຫະນະທຽວມາຮຽນ ອາໄສມານຳໝູ່ຄູ່, ມານຳລົດຮັບສົ່ງແຕ່ເວລາຮຽນແຕກຕ່າງກັນ;

5. ການສະໜອງອຸປະກອນ ແລະ ເຄື່ອງປ້ອງກັນພະຍາດໂຄວິດ-19 ຂອງໂຮງຮຽນຈຳນວນໜຶ່ງມີໜ້ອຍບໍ່ພຽງພໍກັບຄວາມຕ້ອງການ ເນື່ອງຈາກງົບປະມານຈຳກັດ;

6. ບາງໂຮງຮຽນຍັງຖືເບົາປະຕິບັດຕາມມາດຕະການຕ່າງໆ ສະແດງອອກບາງຫ້ອງຮຽນຍັງບໍ່ສາມາດຮັກ ສາໄລຍະຫ່າງໄດ້ດີໃນເວລາຮຽນໃນຫ້ອງ, ເວລາເລີກພັກຜ່ອນ ແລະ ນັກຮຽນບາງຈຳນວນຍັງບໍ່ໃສ່ຜ້າປິດປາກ-ດັງ, ນັກຮຽນຍັງບໍ່ທັນລຶ້ງເຄີຍກັບມາດຕະການຕ່າງໆທີ່ໄດ້ກຳນົດ;

7. ຜູ້ປົກຄອງຈຳນວນໜຶ່ງຍັງບໍ່ພ້ອມເອົາລູກເຂົ້າມາຮຽນແບບປົກກະຕິ ຍັງບໍ່ທັນເຊື່ອໝັ້ນເຖິງວ່າຈະມີມາດຕະການຮອງຮັບກໍຕາມ ແຕ່ກໍຍັງບໍ່ທັນໄດ້ຕັດສິນໃຈໃຫ້ລູກມາຮຽນເທື່ອ;

8. ຍັງມີຜູ້ບໍລິຫານຈຳນວນໜຶ່ງ ບໍ່ທັນໄດ້ເອົາໃຈໃສ່ກຽມຄວາມພ້ອມໃນການເປີດການຮຽນ-ການສອນແບບປົກກະຕິພາຍໃນໂຮງຮຽນ, ຄອງຄອຍຄຳສັ່ງຂັ້ນເທິງ ບໍ່ກ້າຕັດສິນໃຈຂາດຫົວຄິດປະດິດສ້າງ ເຊິ່ງສະແດງອອກການປະເມີນຍັງບໍ່ທັນໄດ້ຄົບຖ້ວນຕາມ 10 ມາດຕະການ 40 ຂໍ້ແນະນໍາ;

9. ໂຮງຮຽນບາງແຫ່ງຍັງຂາດອຸປະກອນການຮຽນ-ການສອນເຊັ່ນ: ໂຕະ, ຕັ່ງມີຈຳກັດ, ຫ້ອງຮຽນໜ້ອຍ, ຄູ-ອາຈານຍັງບໍ່ພຽງພໍ ນັກຮຽນຫລາຍເຮັດໃຫ້ການຂະຫຍາຍຫ້ອງຮຽນພົບຄວາມຫຍຸ້ງຍາກ.