4 ເຫດການພິເສດເກີດຂຶ້ນໃນວັນມາຄະບູຊາ

ຄຳວ່າ ມາຄະ ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ “ມາຄະປຸລະນະມີ” ດັັງນັ້ນ ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພະໃນວັນເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດຍ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນສາມ ຈະຕົກຢູ່ໃນເດືອນກຸມພາຫລືເດືອນມີນາ. ວັນມາຄະບູຊາ ເປັນວັນສຳ ຄັນໜຶ່ງຂອງພຸດທະສາສະໜາ ເນື່ອງຈາກມີເຫດການທີ່ສຳຄັນເກີດຂຶ້ນເມື່ອ 2500 ກວ່າປີມາແລ້ວຄື ພະສໍາມາສໍາພຸດທະເຈົ້າ ຊົງສະແດງໂອວາດປະຕິໂມກທ່າມກາງທີ່ປະຊຸມມະຫາສັງຄະສັນນິບາດຄັ້ງໃຫຍ່ເພື່ອ ໃຫ້ພະສົງ ນຳໄປປະພຶດປະຕິບັດ ເພື່ອສືບຕໍ່ພະພຸດທະສາສະໜາໃຫ້ຈະເລີນຮຸ່ງເຮືອງຕໍ່ໄປ. ວັນນີ້ມີເຫດການເກີດຂຶ້ນຢ່າງໜ້າອັດສະຈັນ 4 ປະການ ຫລື ຈະຮຽກວັນນີ້ອີກຢ່າງໜຶ່ງວ່າ ວັນຈາຕຸລົງສັນນິບາດ ຄືວັນທີ່ມີກອງປະຊຸມພ້ອມດ້ວຍອົງສີ່. ຄຳວ່າ ຈາຕຸລະ ແປວ່າ ສີ່, ອົງ ແປວ່າ ສ່ວນ ແລະ ສັນນິບາດ ແປວ່າ ປະຊຸມ.
ເຫດການພິເສດທີ່ເກີດຂຶ້ນໃນວັນມາຄະບູຊາ ມີ
1. ເປັນວັນທີ່ພະສົງສາວົກຂອງພະພຸດທະເຈົ້າ 1250 ອົງມາປະຊຸຸມໂດຍພ້ອມພຽງກັນທີ່ເວລຸວັນວິຫານ ນະຄອນຣາຊະຄຶ ແຄວ້ນມະຄົດ ໂດຍບໍ່ໄດ້ນັດໝາຍກັນມາກ່ອນ.
2. ພະພິກຂຸສົງເຫລົ່ານີ້ລ້ວນແຕ່ເປັນ “ເອຫິພິກຂຸອຸປະສໍາປາທາ” ຄື ເປັນຜູ້ທີ່ພະພຸດທະເຈົ້າຊົງເປັນຜູ້ບວດໃຫ້ເອງທັງສິ້ນ.
3. ພະພິກຂຸສົງທຸກອົງທີ່ມາຮ່ວມປະຊຸມຄັ້ງນີ້ ລ້ວນແຕ່ເປັນຜູ້ໄດ້ບັນລຸພະອໍລະຫັນແລ້ວຄືມີ ອະພິນຍາຫົກ.
4. ເປັນວັນທີ່ເດືອນເຕັມດວງກຳລັງສະເຫວີຍ “ມາຄະລືກ” (ເປັນປາກົດການທາງທໍາມະຊາດຂອງເດືອນທີ່ໂຄຈອນຜ່ານກຸ່ມດາວມາຄະໃນເດືອນສາມ ທາງຈັນທະລະຄະຕິ ແລະ ໃນໄລຍະນີ້ ກໍຈະມີວັນໜຶ່ງທີ່ເດືອນເພັງ ຂະນະໂຄຈອນຜ່ານກຸ່ມດາວມາຄະ ຈຶ່ງນິຍົມຮຽກວ່າ ເດືອນສະເຫວີຍມາຄະລືກ) .
ແນວໃດກໍດີສຳລັບປີທໍາອິດຂອງການຕັດສະຮູ້ຂອງພະພຸດທະອົງ ຄືຫລັງຈາກຕັດສະຮູ້ມາແລ້ວ 9 ເດືອນ, ພະອໍລະຫັນຕ່າງລະລຶກໄດ້ວ່າ ໃນເດືອນສາມເພັງນັ້ນ ເປັນວັນສຳຄັນຂອງສາສະໜາພາມທີ່ເປັນສາສະໜາ ເດີມ ກ່ອນພະອໍລະຫັນເຫລົ່ານັ້ນຈະປ່ຽນມານັບຖື ພະທໍາມະວິໄນຂອງພະພຸດທະເຈົ້າ. ໃນສາສະໜາພາມນັ້ນ, ເມື່ອເຖິງມື້ເພັງ ເດືອນມາຄະ ຈະຖືວ່າເປັນວັນສິວາລາຕີ ໂດຍຈະບູຊາພະ ສິວະດ້ວຍການລອຍບາບຫລືລ້າງບາບດ້ວຍນໍ້າ. ແຕ່ມາບັດນີ້ຕົນໄດ້ເລີກລັດທິເດີມແລ້ວ ຈຶ່ງພ້ອມໃຈກັນໄປເຂົ້າເຝົ້າພະພຸດທະເຈົ້າໂດຍບໍ່ໄດ້ນັດໝາຍ.
ການປະຕິບັດໃນວັນມາຄະບູຊາມີ ການຕັກບາດ, ໃຫ້ທານ, ຖວາຍເພນ ແລະ ຟັງພະທໍາມະເທສະໜາໃນຕອນເຊົ້າເຖິງບ່າຍ ແລະ ຕອນກາງຄືນ ບາງວັດ ຊາວພຸທຈະພາກັນໄປຮັກສາສີນ, ສູດມົນ ແລະ ນັ່ງສະມາທິ ແຕ່ສ່ວນຫລາຍແລ້ວຕາມບ້ານທົ່ວໄປ ນິຍົມເອົາດອກໄມ້ ທູບທຽນໄປວັດເພື່ອຮ່ວມພິທີວຽນທຽນ ອ້ອມສີມ ໂດຍພະສົງຈະກ່າວຄຳຖວາຍ ດອກໄມ້ທູບທຽນ ແລ້ວໃຫ້ທຸກຄົນວ່າຕາມຈົບແລ້ວ ຍ່າງວຽນທາງຂວາ. ຕະຫລອດເວລາວຽນທຽນນັ້ນໃຫ້ລະລຶກເຖິງພະພຸດທະຄຸນ ພະທໍາມະຄຸນ ພະສັງຄະຄຸນຈົນຄົບສາມຮອບແລ້ວນຳດອກໄມ້ທູບທຽນໄປປັກບູຊາຕາມບ່ອນທີ່ວັດນັ້ນໆກຽມໄວ້ໃຫ້ເປັນອັນວ່າຈົບພິທີ.
ການບໍ່ທຳຄວາມຊົ່ວທັງປວງ, ການບໍາເພັນແຕ່ຄວາມດີ, ການທໍາຈິດຂອງຕົນໃຫ້ຜ່ອງໃສ ນັ້ນ ເປັນຄໍາສອນຂອງພະພຸດທະເຈົ້າ. ຂັນຕິ ຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ, ພະພຸດທະເຈົ້າທັງຫລາຍກ່າວວ່າ ນິບພານ ເປັນບໍລົມມະທໍາ, ຜູ້ທຳຮ້າຍຄົນອື່ນ ບໍ່ໄດ້ຊື່ວ່າເປັນບັນພະຊິດ, ຜູ້ບຽດບຽນຄົນອື່ນບໍ່ໄດ້ຊື່ວ່າເປັນສະມະນະ. ການບໍ່ທຳຮ້າຍ, ການສຳລວມໃນປະຕິໂມກ, ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ,ທີ່ນັ່ງນອນສະຫງັດ, ຄວາມພຽນໃນອະທິຈິດ(ສະມາທິ) ທໍາເຫລົ່ານີ້ເປັນຄຳສັ່ງສອນຂອງພະພຸດທະເຈົ້າ.

