ຄູ້ເຂົ່າຫາ ຄູ້ຂາໄຫວ້ ທັງດ່ອມຫົວເຂົ້າຍາງ ດ່ອມຫົວເຂົ້າລົກ ຄຳກ່າວໂອມຂໍ ຂອງຄົນລາວດັ້ງເດີມ

ການກ່າວໂອມຂໍ ຫລື ເອີ້ນວ່າ: ການສູ່ຂໍ ຫລື ຂໍສາວ ນັ້ນ ລືມບໍ່ໄດ້ກໍມີຂັນ 5, ຄຳໝາກ 2 ຄຳ,​ ຢາ ສູບ 2 ກອກ ແລະ ເຫລົ້າຂາວໜຶ່ງແກ້ວປ່ອນໃສ່ຂັນຢ່າງຄັກແນ່ ເຊິ່ງຄວາມເປັນຈິງນັ້ນ ການກ່າວໂອມຂໍມີ 2 ຮູບແບບ ໂດຍຮູບແບບທີໜຶ່ງ ເມື່ອຮອດເຮືອນພໍ່ແມ່ຜູ້ສາວແລ້ວ ກໍນັ່ງລົມທັກທາຍປາໄສກັນ ໂດຍພໍ່ແມ່ຜູ້ບ່າວ (ຝ່າຍຊາຍ) ເລີ່ມເອີ່ຍຂຶ້ນວ່າ: ຈັ່ງໃດ ພີ່ນ້ອງມາເຕົ້າໂຮມກັນໝົດແລ້ວບໍນໍ?” ຝ່າຍຜູ້ສາວ(ຝ່າຍ ຍິງ)ຕອບຄືນວ່າ:ເອີ! ໄດ້ມາເຕົ້າໂຮມກັນໝົດແລ້ວໄປມາຈັ່ງໃດເດ? ມີຈຸດປະສົງຫຍັງເດ? ຄືມາກັນຫລາຍ ຄົນແທ້?”. ຝ່າຍຜູ້ບ່າວ ນອກຈາກຕອບແລ້ວກໍໄດ້ຖາມຄືນວ່າ: “ເອີ! ຢາກມາສັບຊ່າວລ່າວປ່ານີ້ແລ້ວ ທົ່ງໄຮ່ເຈົ້າຍັງໜາ ທົ່ງນາເຈົ້າຍັງກວ້າງ ບ່ອນລ້ຽງຊ້າງປ່າໄລ່ເຈົ້າມີຢູ່ບໍ?. ຝ່າຍຜູ້ສາວຕອບຄືນວ່າ: “ເອີ! ຍັງມີຢູ່ດອກ”. ຝ່າຍຜູ້ບ່າວ ເວົ້າຕໍ່ວ່າ: “ເອີ! ດຽວນີ້ເວລານີ້ ຝ່າຍລູກເຕົ້າໄດ້ມີຂັນດອກໄມ້ເຜິ້ງທຽນ, ມີຂັນໝາກມາຫາ ມີຂັນຢາມາສູ່ພ້ອມທັງເຫລົ້າຢາປາແປ້ງນີ້ແຫລະ, ພາກັນມາຄູ້ເຂົ່າຫາ ຄູ້ຂາໄຫວ້ ທັງດ່ອມຫົວເຂົ້າ ຍາງດ່ອມຫົວເຂົ້າລົກ ມາຂໍມັກລູກເມຍ ມັກພໍ່ແມ່, ຂໍເປັນລູກເປັນເຕົ້າຂອງພໍ່ແມ່ນີ້ແຫລະ! ຈິ່ງໄດ້ມີຂັນເຜິ້ງຂັນທຽນ ແລະ ດອກໄມ້ຍົກຂຶ້ນໄວ້ເທິງຫົວເທິງເກົ້າ ຂໍກ່າວໂອມເອົາລູກເຕົ້າ ທິດາຂອງພໍ່ແມ່ນີ້ແຫລະ ຊື່ນາງ…ຂໍພໍ່ແມ່ຈົ່ງໄດ້ເມດຕາປານີ ໂຜດຜາຍໃຫ້ໄດ້ຕາມຄວາມມຸ່ງມາດປາຖະໜາແດ່ທ້ອນ!”. ຝ່າຍຜູ້ສາວ ຕອບຄືນວ່າ: ເອີ! ຄັນຖ້າຝ່າຍລູກເຕົ້າ ບໍ່ມີຕິດີຮ້າຍ, ບໍ່ຕິທຸກຍາກ ບໍ່ຕິພໍ່ແມ່ແນວໃດແລ້ວ ພໍ່ແມ່ກໍ່ບໍ່ມີຫຍັງດອກ. ລູກເຕົ້າໄດເບິ່ງຄັກແລ້ວບໍ?, ພໍ່ແມ່ກໍມີພຽງສ່ຳເຫັນນີ້ແຫລະ, ໃຫ້ລູກເຕົ້າເບິ່ງ ແລະ ຄິດຄັກໆໃດ໋!. ຝ່າຍຜູ້ບ່າວ ຕອບວ່າ: ເອີ! ຝ່າຍລູກນີ້ໄດ້ເບິ່ງຄັກແລ້ວ, ບໍ່ມີຄວາມຕ້ອງຕິຫຍັງ ມີແຕ່ຄວາມພໍອົກພໍໃຈຢ່າງລົ້ນເຫລືອແລ້ວພໍ່ແມ່ເອີຍ!. ຝ່າຍຜູ້ສາວ ຕອບ ແລະ ຖາມຄືນວ່າ: ເອີ! ຖ້າຝ່າຍລູກເຕົ້າຫາກບໍ່ມີຄວາມຕິ ຕຽນຫຍັງ ມີແຕ່ຄວາມດີອົກດີໃຈແທ້ ພໍ່ແມ່ກໍມີແຕ່ຄວາມດີອົກດີໃຈເປັນຢ່າງຍິ່ງ ຄືກັນຫັ້ນແຫລະ!. ຝ່າຍຜູ້ບ່າວ ຕອບວ່າ: ເຊີນທ້ອນຕົກລົງຮັບເອົາຂັນກ່າວຂັນໂອມ, ຕົກລົງຕາມຈຸດປະສົງຂອງລູກເຕົ້າສາ!​. ພ້ອມ ນັ້ນພໍ່ແມ່ຜູ້ສາວ ກໍຍໍມືຮັບເອົາຂັນກ່າວຂັນໂອມ. ຈາກນັ້ນກໍເອົາຄຳໝາກ ກອກຢາຢູ່ໃນຂັນນັ້ນ ຢາຍໃຫ້ກັນຄ້ຽວ ແລະ ສູບທັງເວົ້າວ່າ: “ດູດຢາຫອມປາກ, ຄ້ຽວໝາກຫອມຄໍນໍ”. ຕາມປະເພນີແລ້ວ ຜູ້ໃດກໍຕ້ອງໄດ້ຄ້ຽວໝາກ, ສູບຢາ ແລະ ດື່ມເຫລົ້າ. ສະເພາະພໍ່ແມ່ຍິງ ຜູ້ທີ່ບໍ່ເຄີຍດື່ມເຫລົ້າສູບຢາມາກ່ອນນັ້ນ ກໍຕ້ອງໄດ້ຄ້ຽວໄດ້ສູບ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ພິທີການຂໍສາວ ທັງມີຄວາມໝາຍວ່າ ເພື່ອເປັນຮີດເປັນຄອງ ໃຫ້ຄ້ຳໃຫ້ມູນຍົງໆຍິ່ງໆ.

ພ້ອມນັ້ນເພິ່ນກໍເຫຍັ້ນເຫລົ້າຢາຍກັນໄປນຳ, ເຫຍັ້ນທັງເຫລົ້າຝ່າຍຊາຍ ແລະ ເຫລົ້າ ຝ່າຍຍິງສົມທົບກັນ. ຈາກນັ້ນ ກໍປຶກສາຫາລືກັນຢ່າງລະອຽດກ່ຽວກັບຄ່າດອງ, ຄ່າສິນສອດ ແລະ ອື່ນໆໄປນຳ ໂດຍຝ່າຍຊາຍເປັນຜູ້ຖາມກ່ອນວ່າ: ຈັ່ງໃດນໍ! ເລື່ອງຄ່າຫົວ ຄ່າແກ່ວຄ່າດອງເດ, ພໍ່ແມ່ຊິວ່າແນວໃດ? ຂໍພໍ່ແມ່ຢ່າໄດ້ຄາດຄ່າຫລາຍ ຢາຍຄ່າກວ້າງທ້ອນ! ລູກເຕົ້າ ບໍ່ມີຫລາຍ. ຝ່າຍຍິງ ກໍຕອບວ່າ: ເອີ! ພໍສົມມາພາຄວນນີ້ລະ!. ສ່ວນຮູບແບບທີ 2 ນັ້ນ ບາງເທື່ອເພິ່ນກໍເວົ້າຄຳຜະຫຍາຕ່ອຍກັນ ເພື່ອຄວາມເບີກບານມ່ວນຊື່ນ ທັງເປັນການທັກທາຍປາໄສຕໍ່ກັນຢ່າງເປັນກັນເອງ ເຊັ່ນວ່າ  ຝ່າຍຍິງ(ເຈົ້າສາວ) ຖາມຝ່າຍຊາຍ (ເຈົ້າບ່າວ) ກ່ອນວ່າ: ໄປຈັ່ງໃດນໍ ຄືມາຫລາຍຜູ້ຫລາຍຄົນແທ້! ຝ່າຍຊາຍ(ເຈົ້າບ່າວ)ຕອບຄືນວ່າ: “ດຽວນີ້ ແຫລະ ພວກລູກນີ້ໄດ້ຍ້າຍຈາກບ້ານກ້ຳ ຝ່າຍທາງໄກ ໃຈຜູກພັນພຽນຮັກຂອດພະໄທມານ້ອມ ຍ້ອນມີໃຈປະສົງຊົ້ງຈຶ່ງລົງເຮືອນມາຮອດພີ້ນີ້ແຫລະ ໃຈປະສົງໜ່ວຍແກ້ວໃນຖ້ຳຊິກົ່ນຫາພໍ່ເອີຍ!. ຝ່າຍຍິງ ຖາມຄືນອີກວ່າ: “ໂອນໍ! ຄຳວ່າໃຈປະສົງຊົ້ງ ຟັງເບິ່ງຊົງຄືຊິເວົ້າລໍ້ຫລ່າຍເດນໍ ຢ້ານແຕ່ເວົ້າຫລອກລໍ້ລວງຫລິ້ນລາຍພາງບໍ່ຮູ້, ຢ້ານແຕ່ມາລວງລໍ້ ສະເໝີປ່າລວງຫາດ ເຮັດວາດປາຮາກກ້ວຍ ລອງຫລິ້ນຫາດຊາຍບໍ່ເປັນໃດ໋. ຝ່າຍຊາຍຕອບວ່າ: ລູກນີ້ ບໍ່ຊ່າງເວົ້າລໍ້ຫລ່າຍລວງພາງພໍ່ເອີຍ! ທາງໃຈມີຄວາມຈິງ ກໍຈຶ່ງມາເຖິງພີ້ ຊາຕາ ມາຕົກນີ້ ຈຳໜີຊິຂໍຢູ່ຫັ້ນແລ້ວ ຂໍເປັນລູກເຕົ້າ ເປັນເຂີຍຮ່ວມເຮືອນພໍ່ເອີຍ! ຫລືວ່າບໍ່ຊອບດ້ວຍ ໂດຍເຈຕະ ນາໝາຍບໍ່ນໍ ພໍ່ຈຶ່ງມີວາຈາກ່າວບົນບັງບ້ຽວ”. ຝ່າຍຍິງ ຖາມຄືນວ່າ: ພໍ່ນີ້ບໍ່ເຊື່ອໄດ້ ໂດຍງ່າຍດອກວາຈາ ບາງເທື່ອວາຈາໄຂໃຫ້ອຸ່ນທວງຄືຊິໄດ້ ບາດວ່າເມືອເຮືອນແລ້ວ ເລີຍເຫີຍເຫີນຫ່າງ ເຮັດໃຫ້ເສຍປຽບໜ້າ ທາງພີ້ຝ່າຍສາວກໍມີ”. ອີກອັນໜຶ່ງ “ພໍ່ຢ້ານແຕ່ກ້ຽງປາກບັ້ງ ທາງນອກເປັນກະດັນ ທາງໃນເປັນເກສອນ ດອກກະເດົາບານຊ້ອນບໍ່ຮູ້!. ຝ່າຍຊາຍ ຕອບວ່າ: “ໂອນໍ! ລູກບໍ່ເຄີຍກ້ຽງປາກບັ້ງ ຂັງສົ່ງຂອງຂົມດອກ ພໍ່ເອີຍ! ມີແຕ່ແນວຫວານໆຢູ່ໃນຄືອ້ອຍ!. ຝ່າຍຍິງ ຖາມຄືນວ່າ: ເອີ! ຖ້າລູກຫາກບໍ່ຫລ່າຍລໍ້ ເວົ້າແຕ່ຄວາມຈິງ ບໍ່ເຄີຍວາຈາຕົ້ວະ ຫລອກລວງລົມຫລິ້ນ ບໍ່ຕິຮູບຮ່າງຮ້າຍ ເນື້ອກ່ຳດຳໝອງ ບໍ່ຕິຄອງຄົນທຸກເຜົ່າພົງວົງເຊື້ອບໍ່ຕິດີຕິຮ້າຍຝ່າຍເຮົາຈັກຢ່າງ ລະຫວ່າງສາວອ່ອນຫລ້າ ທິດານ້ອຍພໍ່ບໍ່ຂີນ ດອກນາ! ອັນວ່າໃຕ້ໂລກນີ້ ເຮົາເລົ່າເລີງເຫັນຊື່ວ່າບູຮານຮຽງຫ່ອນຊິຂີນຂວງໄດ້!.

ຫລັງຈາກຕົກລົງກັນແລ້ວ ຈຶ່ງກ້າວສູ່ການປຶກສາຫາລືກຳນົດມື້ແຕ່ງດອງຢ່າງ. ເວລາປຶກສາຫາລືນັ້ນ ເພິ່ນຍັງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຝ່າຍ ເປັນຕົ້ນເລື່ອງເຄື່ອງບ່ອນຢູ່ບ່ອນນອນ, ອາຫານການກິນ, ເຄື່ອງດື່ມຢ່າງລະອຽດ ແລະເປັນເອກະພາບກັນວ່າ ຝ່າຍໃດຈະຮັບຜິດຊອບຫຍັງແດ່ ໂດຍການເຮັດບົດບັນທຶກຄັກແນ່ ເພື່ອໃຫ້ຖືກຕ້ອງຕາມກົດໝາຍບ້ານເມືອງວາງອອກ.

ການແຕ່ງດອງ ມີຄວາມສຳຄັນທີ່ສຸດໃນຊີວິດຂອງຄົນລາວ

ປັດຈຸບັນ ກ່ອນຈະແຕ່ງດອງ ຕ້ອງໄປຈົດທະບຽນສົມລົດກັບອົງປົກຄອງບ້ານຈຶ່ງຖືວ່າຖືກຕ້ອງຕາມກົດ  ໝາຍບ້ານເມືອງຢ່າງແທ້ຈິງ. ຫລັງຈາກສູ່ຂໍ (ກ່າວໂອມ) ຮຽບຮ້ອຍ ຫລື ຈົດທະບຽນສົມລົດກັບອົງການປົກຄອງແລ້ວ ທັງສອງຝ່າຍກໍຕ້ອງຫ້າງຫາກະກຽມຕາມຖານະຂອງຕົນກ່ອນ ຈະເຮັດມື້ແຕ່ງດອງ 5 ຫລື 3 ມື້ ທັງສອງຝ່າຍ ໄດ້ໄປບອກເລົ່າຍາດຕິພີ່ນ້ອງ ໝູ່ຄູ່ມິດສະຫາຍຜູ້ຢູ່ໃກ້ ແລະ ໄກມາຮ່ວມດອງຂອງຄູ່ສົມລົດໃໝ່ ເພື່ອເປັນສິລິມຸງຄຸນ ແລະ ສັກຂີພະຍານ.

ເມື່ອເຖິງກຳນົດມື້ແຕ່ງດອງແລ້ວ ເພິ່ນແບ່ງເປັນ 2 ມື້ຄື ມື້ທຳອິດ (ເອີ້ນວ່າ ມື້ຕັ້ງ ຫລື ມື້ອຸ່ນດອງ) ເປັນມື້ຫ້າງຫາກະກຽມທຸກສິ່ງຢ່າງໃຫ້ພຽງພໍເຊັ່ນ: ສະຖານທີ່, ເຄື່ອງຮັບໃຊ້ຕ່າງໆ, ຄົນຮັບແຂກ ແລະ ຄົວກິນ, ອາຫານການກິນ ແລະ   ອື່ນໆ. ຕອນຄ່ຳຂອງຄືນນັ້ນມີແຂກຄົນຈຳນວນໜຶ່ງມາຮ່ວມອຸ່ນດອງ ແລະ ມີການຄົບງັນກັນຢ່າງເບີກບານມ່ວນຊື່ນ ບາງເທື່ອມີໝໍຂັບໝໍລຳມາລຳຕໍ່ແຍກັນລະຫວ່າງບ່າວ ແລະ ສາວ. ສ່ວນ ຜູ້ເຖົ້າຜູ້ແກ່ ເປັນຕົ້ນ ຜູ້ຍິງພາກັນເຮັດພາຂວັນ. ຄ່ຳຄືນອຸ່ນດອງນີ້ ອາດຈະຊອດແຈ້ງກໍມີ. ການອຸ່ນດອງນີ້ອຸ່ນຢູ່ເຮືອນເຈົ້າສາວ ຫລາຍກວ່າ, ສ່ວນຝ່າຍເຈົ້າບ່າວ ກໍອຸນເລັກໆໜ້ອຍໆພໍໄດ້ຮີດໄດ້ຄອງ. ພໍຮຸ່ງເຊົ້າມາຕົກເປັນມື້ທີສອງ ເຊິ່ງເປັນມື້ຜູກແຂນ ລະຫວ່າງຄູ່ສົມລົດ (ເອີ້ນວ່າ ມື້ດອງ) ສຳລັບການສູ່ຂວັນຜູກແຂນກໍມາສູ່ຂວັນຢູ່ເຮືອນເຈົ້າສາວ ເຊິ່ງເອີ້ນວ່າ: ສູ່ຂວັນໃຫຍ່. ແຕ່ຢູ່ເຮືອນເຈົ້າບ່າວນັ້ນ ກໍສູ່ຂວັນຄືກັນເອີ້ນວ່າ:ສູ່ ຂວັນນ້ອຍ. ເວລາຊິສູ່ຂວັນໃຫຍ່ນັ້ນ ບໍ່ໃຫ້ກາຍຂອບເຂດ 12 ໂມງທ່ຽງລົງມາ (ລະຫວ່າງ 11:00 ໂມງຫາ 12:00 ໂມງກົງ) ຄັນກາຍ 12:00 ໂມງບໍ່ໄດ້ເດັດຂາດ. ຖ້າຕອນບ່າຍກໍບໍ່ໃຫ້ກາຍ 17:00 ໂມງ ລະ ຫວ່າງ 16:00 ໂມງຫາ 17:00 ໂມງ ຖ້າຕາເວັນຕົກດິນແລ້ວບໍ່ໄດ້ເດັດຂາດ.

ການແຕ່ງດອງ ແມ່ນປະເພນີຊີວິດຂັ້ນຕອນທີສາມຂອງຄົນເຮົາເຊິ່ງຖັດຈາກການເກີດ, ການບວດຮຽນຂຽນອ່ານ, ປະເພນີແຕ່ງດອງສະໄໝບູຮານມີ 2 ແບບຄື ຊາຍໄປສູ່ເຮືອນພໍ່ເຖົ້າແມ່ເຖົ້າເອີ້ນວ່າ: “ອະວະ ຫະມຸງຄຸນ” ຫລື ເອີ້ນວ່າ “ເຂີຍສູ່” ແລະ ຍິງໄປຢູ່ເຮືອນພໍ່ປູ່ແມ່ຍ່າ ເອີ້ນວ່າ:”ວິວາຫະມຸງຄຸນ”. ການແຕ່ງ ດອງມີຄວາມສຳຄັນທີ່ສຸດໃນຊີວິດ ດັ່ງຄຳສຸພາສິດທີ່ວ່າ: “ປຸກເຮືອນຜິດ ຄິດຈົນເຮືອນເພ, ຕັດຜົມຜິດ ຄິດຈົນຜົມປົ່ງ ແລະ ເອົາຜົວເອົາເມຍຜິດ ຄິດຈົນຮອດມື້ຕາຍ”. ສະນັ້ນ ຈິ່ງຄັດເລືອກຄູ່ຄອງທີ່ເໝາະສົມໂດຍ ການສືບຮູ້ເຖິງປະຫວັດຄວາມເປັນມາ, ເຊື້ອຊາດວົງຕະກູນ, ສຸຂະພາບຮ່າງກາຍ ແລະ ຈິດໃຈເຊິ່ງກັນ ແລະ ກັນຢ່າງລະອຽດຖີ່ຖ້ວນ ດັ່ງຄຳກອນເວົ້າໄວ້ວ່າ: “ເບິ່ງຊ້າງ ໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງພຶດຕິກຳ ເບິ່ງພໍ່ ເບິ່ງແມ່”.