ສົ່ງເສີມສີມືແມ່ ຕິດພັນກັບມູນເຊື້ອດຸໝັ່ນຂອງແມ່ຍິງລາວ

ສົ່ງເສີມສີມືແມ່ ຕິດພັນກັບມູນເຊື້ອດຸໝັ່ນຂອງແມ່ຍິງລາວ

ໂດຍ: ທິດກໍ່າ ກ່ອນອື່ນຕ້ອງຂໍຊົມເຊີຍສະຫະພັນແມ່ຍິງນະຄອນຫລວງວຽງຈັນທີ່ໄດ້ຈັດງານ “ສືບສານຕຳນານສີມືແມ່” ໃນລະຫວ່າງວັນທີ 4 ຫາວັນທີ 8 ມີນາ 2022 ຢ່າງສຸດອົກສຸດໃຈ. ການຈັດງານຄັ້ງນີ້ ບໍ່ພຽງແຕ່ເປັນກິດຈະກຳເພື່ອຕ້ອນຮັບສະເຫລີມສະຫລອງວັນແມ່ຍິງສາກົນຄົບຮອບ 112 ປີເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມມູນເຊື້ອດຸໝັ່ນສືບສານຕຳນານສີມືແມ່ດ້ວຍຜະລິດຕະພັນທີ່ເປັນຜົນງານດ້ານຫັດຖະກຳອັນໂດດເດັ່ນປານີດຂອງແມ່ຍິງລາວໃນທົ່ວປະເທດ ໂດຍສະເພາະແມ່ນແມ່ຍິງໃນຂອບເຂດນະຄອນຫລວງວຽງຈັນ. ບັນດາຜະລິດຕະພັນທີ່ໄດ້ນຳເອົາມາວາງສະແດງ ແລະ ຈຳໜ່າຍກໍມີຫລາຍປະເພດດ້ວຍກັນ…

ການຕອບບຸນແທນຄຸນພໍ່ແມ່ ສິ່ງທີ່ລູກທັງຫລາຍຕ້ອງເຮັດ

ການຕອບບຸນແທນຄຸນພໍ່ແມ່ ສິ່ງທີ່ລູກທັງຫລາຍຕ້ອງເຮັດ

ນັກປາດໃນສະໄໝບູຮານ ພັນລະນາເຖິງບຸນຄຸນພໍ່ແມ່ວ່າ “ຫາກຈະເອົາແຜ່ນຟ້າມາເປັນເຈ້ຍ ເອົາ ພູພະສຸເມນ ມາເປັນປາກກາ ເອົານ້ຳໃນມະຫາສະໝຸດ ມາເປັນນ້ຳເມິກ ຈົດຈາລຶກ ພັນລະນາບຸນຄຸນພໍ່ແມ່ໄປຈົນກວ່າໝົດເຈ້ຍ ແລະ ນ້ຳເມິກກໍບໍ່ສາມາດພັນລະນາໄດ້ຄົບຖ້ວນ”. ອາຈານ ທ່ານໜຶ່ງ ເທສະໜາວ່າ:ລູກທຸກ ຄົນຕ້ອງມີໜ້າທີ່ປະຕິບັດຕໍ່ພໍ່ແມ່ ຄືທ່ານລ້ຽງເຮົາມາ ເຮົາຕ້ອງລ້ຽງເພິ່ນຕອບແທນ ໝາຍຄວາມວ່າ ພໍ່ແມ່…

ທົ່ວສັງຄົມ ຕ້ອງຮ່ວມກັນບຸກທະລຸແກ້ໄຂບັນຫາຢາເສບຕິດ

ທົ່ວສັງຄົມ ຕ້ອງຮ່ວມກັນບຸກທະລຸແກ້ໄຂບັນຫາຢາເສບຕິດ

ປີ 2022 ເປັນປີທີ່ທົ່ວສັງຄົມສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຊິ່ງຜ່ານມາກໍເຫັນເປັນຮູບປະທໍາ ແລະ ປະສົບຜົນສໍາເລັດຫລາຍກວ່າເກົ່າ. ແນວໃດກໍດີການທີ່ຈະໃຫ້ບັນຫາການເສບ ການຊື້ຂາຍຢາເສບຕິດທຸກປະເພດນັ້ນຖືກຈຳກັດຢ່າງສິ້ນເຊີງ ຫລື ຖືກຕີຖອຍເທື່ອລະກ້າວມັນບໍ່ແມ່ນເລື່ອງງ່າຍພໍປານໃດ, ແຕ່ກໍເຊື່ອໝັ້ນເຫງົ້າພະລັງຂອງສັງຄົມໂດຍສະເພາະຄວາມເດັດດ່ຽວເດັດຂາດຂອງເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ຕໍ່ການແກ້ໄຂບັນຫານີ້. ພາຍຫລັງລັດຖະບານວາງ…

ອາຊີບ ແລະ ທຸລະກິດ ທີ່ລັດຖະບານສະຫງວນໄວ້ໃຫ້ສະເພາະ “ຄົນລາວ” ເທົ່ານັ້ນ

ອາຊີບ ແລະ ທຸລະກິດ ທີ່ລັດຖະບານສະຫງວນໄວ້ໃຫ້ສະເພາະ “ຄົນລາວ” ເທົ່ານັ້ນ

ອີງຕາມ: ແຈ້ງການ ບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ (ສະບັບປັບປຸງ / ຄໍ 02-2015) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1328/ອຄ.ທຄວ ລົງວັນທີ 13 ກໍລະກົດ 2015. ເພື່ອຮັກສາບາງປະເພດທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນ ສຳລັບປະຊາຊົນລາວບັນດາເຜົ່າ…

ການຈາກລາຄືຊ່ວງເວລາທີ່ເຮັດໃຫ້ເຮົາໄດ້ເຕີບໃຫຍ່

ຫຼາຍຄົນບອກວ່າ ໃຫຍ່ແລ້ວຕ້ອງຮຽນຮູ້ທີ່ຈະຈາກລາໃຫ້ໄດ້ ໂດຍເປັນການຈາກລາໃນແບບທີ່ບໍ່ເຫຼືອພື້ນທີ່ໃຫ້ກັບຄໍາວ່າ “ແລ້ວເຮົາຈະມາພົບກັນໃໝ່” ການຈາກລາທີ່ເໝືອນເປັນການຈາກລາຄັ້ງສຸດທ້າຍໃນຊີວິດ, ທຸກຄົນຄົງຮູ້ດີວ່າການຈາກລາເປັນເລື່ອງທີ່ຍອມຮັບ ແລະ ທຳໃຈໄດ້ຍາກ ຍິ່ງເຮົາຕິດຢູ່ໃນຄວາມສໍາພັນທີ່ສົ່ງຜົນຕໍ່ຄວາມຮູ້ສຶກຫຼາຍເທົ່າໃດ ຍິ່ງຈະທຳຮ້າຍຕົວເອງຫຼາຍເທົ່ານັ້ນ ແລະສົ່ງຜົນຕໍ່ສຸຂະພາບຈິດອີກດ້ວຍ. ໂດຍທົ່ວໄປຄົນສ່ວນຫຼາຍບໍ່ກ້າທີ່ຈະອອກຈາກຄວາມສໍາພັນເຫຼົ່ານີ້ ເພາະເປັນສິ່ງທີ່ທໍາໃຈໄດ້ຍາກ ແຕ່ເຊື່ອບໍ່ວ່າຖ້າເຮົາອອກຈາກຄວາມສໍາພັນທີ່ບໍ່ດີເຫຼົ່ານັ້ນໄດ້ ເຮົາຈະພົບກັບໂລກໃໝ່ທີ່ດີກວ່າເກົ່າ. Henry Wadsworth Longfellow (ນັກກະວີຄົນອາເມຣິກາ) ໄດ້ກ່າວໄວ້ວ່າ…

ຍົກສູງບົດບາດແມ່ຍິງລາວໄປຄຽງຄູ່ກັບການສ້າງສາພັດທະນາປະເທດຊາດ

ຍົກສູງບົດບາດແມ່ຍິງລາວໄປຄຽງຄູ່ກັບການສ້າງສາພັດທະນາປະເທດຊາດ

ໂດຍ: ທິດກໍ່າ ນັບແຕ່ປະເທດຊາດຂອງພວກເຮົາໄດ້ປ່ຽນແປງການປົກຄອງຈາກລະບອບລາຊາທິປະໄຕມາເປັນລະ ບອບປະຊາທິປະໄຕປະຊາຊົນໃນປີ 1975 ເປັນຕົ້ນມາ, ພັກ ແລະ ລັດຖະບານເຮົາຍາມໃດກໍຍົກສູງບົດ ບາດແມ່ຍິງລາວໃຫ້ສູງເດັ່ນ ແລະ ກ້າວໄປບົນເສັ້ນທາງແຫ່ງຍຸກສະໄໝເລື້ອຍໆ ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງນັ້ນກໍຄືການສ້າງເງື່ອນໄຂໃຫ້ແມ່ຍິງລາວກ້າວເຂົ້າມາຢູ່ໃນພາລະກິດສ້າງສາພັດທະນາປະເທດຊາດ ຄຽງຄູ່ກັບເພດຊາຍໃນທຸກຂົງເຂດວຽກງານ. ເວົ້າໄດ້ວ່າແມ່ຍິງລາວໃນຍຸກນີ້ ແຕກຕ່າງກັບຍຸກການປົກຄອງໃນລະບອບລາຊາທິປະໄຕຢ່າງສິ້ນເຊີງ. ໃນຍຸກປັດຈຸບັນ, ພວກເຮົາໄດ້ເຫັນຢ່າງຈະແຈ້ງວ່າແມ່ຍິງລາວກາຍເປັນກຳລັງແຮງອັນມະຫາສານທີ່ເຮັດວຽກຄຽງບ່າຄຽງໄຫລ່ເທົ່າທຽມກັບເພດຊາຍ ເພື່ອປະກອບສ່ວນເຮັດລ້ອນໜ້າທີ່ທີ່ພັກ-ລັດຖະບານ ກໍຄືຊາດ…

ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ

ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ

ໂດຍ: ທິດກໍ່າ ມາຮອດປັດຈຸບັນ, ເຫັນວ່າການສ້າງສາພັດທະນາປະເທດຊາດບ້ານເມືອງຂອງພວກເຮົາແມ່ນນັບມື້ເດີນໜ້າ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ. ອັນທີ່ໂດດເດັ່ນອີກຢ່າງໜຶ່ງກໍແມ່ນການກໍ່ສ້າງຖະໜົນຫົນທາງ ເຊິ່ງເປັນພື້ນຖານໂຄງລ່າງທີ່ໝັ້ນຄົງແໜ້ນແກ່ນໃຫ້ແກ່ເສດຖະກິດ-ສັງຄົມຂອງປະເທດ ສະເພາະໃນໄລຍະ 5 ປີຜ່ານມາ ໄດ້ສຳເລັດການກໍ່ສ້າງເສັ້ນທາງຫລາຍເສັ້ນ ເປັນຕົ້ນເສັ້ນທາງດ່ວນວຽງຈັນ-ວັງວຽງ, ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ. ສະເພາະຢູ່ນະຄອນຫລວງວຽງຈັນ ໂດຍອີງໃສ່ໂຄງການພັດທະນາເຂດເສດຖະກິດພິເສດໄຊເສດຖາ, ເຂດເສດຖະກິດສະເພາະບຶງທາດຫລວງ, ຖະໜົນຫົນທາງສາຍຕ່າງໆທີ່ມາດຕະຖານ ເຊິ່ງໃນບາງເສັ້ນໄດ້ປູຢາງຂົ້ວ ແລະ…

ສະພາບອາກາດຮ້ອນຂຶ້ນ ຈົ່ງລະວັງອັກຄີໄພ

ສະພາບອາກາດຮ້ອນຂຶ້ນ ຈົ່ງລະວັງອັກຄີໄພ

ສະບາຍດີ ເພື່ອນຜູ້ອ່ານ, ຊ່ວງໄລຍະອາທິດຜ່ານມານີ້ ສະພາບອາກາດຢູ່ປະເທດເຮົາໂດຍທົ່ວໄປແມ່ນຮ້ອນແຮງຂຶ້ນບາງມື້ຮອດ 25-35 ອົງສາ ອັນເປັນສາເຫດກໍ່ໃຫ້ເກີດອັກຄີໄພໄດ້ງ່າຍ. ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ທຸກຄົນໃນສັງຄົມມີສະຕິໃນການນຳໃຊ້ຟືນໄຟເຂົ້າໃນຊີວິດປະຈຳວັນ ໂດຍສະເພາະຕ້ອງໝັ່ນກວດກາລະບົບສາຍໄຟ ແລະ ອຸປະກອນ ເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ແລະ ຄອບຄົວໃຫ້ດີ. ຖ້າພົບເຫັນສາຍໄຟ, ປັກສຽບໄຟ, ເຄື່ອງໃຊ້ ໄຟຟ້າອື່ນໆມີສະພາບເກົ່າແກ່ຊຸດໂຊມກໍຕ້ອງໃຫ້ປ່ຽນຖ່າຍ ແລະ…

ກະສິກຳ ແລະ ທ່ອງທ່ຽວ ຄືກຸນແຈສູ່ ຄວາມຮັ່ງມີຮ່ວມກັນ ແລະ ຍືນຍົງ

ກະສິກຳ ແລະ ທ່ອງທ່ຽວ ຄືກຸນແຈສູ່ ຄວາມຮັ່ງມີຮ່ວມກັນ ແລະ ຍືນຍົງ

ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ທີ່ໄດ້ເຜີຍແຜ່ໃນມື້ນີ້, ການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍ່ງ ລະຫວ່າງ ຂະແຫນງກະສິກຳ ແລະ ການທ່ອງທ່ຽວ ຈະປະກອບສ່ວນໃຫ້ແກ່ການຟື້ນໂຕ ແລະ ການຂະຫຍາຍຕົວຢ່າງສົມດຸນ ໃນສາທາລະນະ ລັດປະຊາທິປະໄຕ ປະຊາຊົນ (ສປປ ລາວ). ທ່ານ ນາງ…

ຄວາມເຫລື້ອມໃສຂອງປະເພນີບຸນຜ້າປ່າ ຢາກໄດ້ບຸນ ຈຶ່ງເອົາຜ້າດີມາເຮັດ

ຄວາມເຫລື້ອມໃສຂອງປະເພນີບຸນຜ້າປ່າ ຢາກໄດ້ບຸນ ຈຶ່ງເອົາຜ້າດີມາເຮັດ

ບຸນຜ້າປ່າ ແມ່ນວິທີເຮັດບຸນອີກຢ່າງໜຶ່ງຂອງຊາວພຸດລາວເຮົາ, ບຸນນີ້ບໍ່ໄດ້ກໍານົດເວລາແນ່ນອນ ໝາຍວ່າເຮັດຍາມໃດກໍໄດ້ ແຕ່ເພິ່ນນິຍົມເຮັດໃນຍາມບຸນກະຖິນ ແລະ ກໍເຮັດພ້ອມກັນກັບບຸນກະຖິນ ຫລື ລາງເທື່ອເພິ່ນ ກໍເຮັດແຕ່ບຸນຜ້າປ່າ. ຄໍາວ່າ: ຜ້າປ່າ ໄດ້ແກ່ຜ້າ ທີ່ບໍ່ມີເຈົ້າຂອງຫວງແຫນ, ຕົກຢູ່ຕາມປ່າດົງພົງໄພ, ປ່າຊ້າ, ຖະໜົນຫົນທາງ ຫລື ຫ້ອຍແຂວນຢູ່ຕາມງ່າໄມ້. ການຖວາຍຜ້າປ່າ…