ທົ່ວສັງຄົມ ຕ້ອງຮ່ວມກັນບຸກທະລຸແກ້ໄຂບັນຫາຢາເສບຕິດ

ປີ 2022 ເປັນປີທີ່ທົ່ວສັງຄົມສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຊິ່ງຜ່ານມາກໍເຫັນເປັນຮູບປະທໍາ ແລະ ປະສົບຜົນສໍາເລັດຫລາຍກວ່າເກົ່າ. ແນວໃດກໍດີການທີ່ຈະໃຫ້ບັນຫາການເສບ ການຊື້ຂາຍຢາເສບຕິດທຸກປະເພດນັ້ນຖືກຈຳກັດຢ່າງສິ້ນເຊີງ ຫລື ຖືກຕີຖອຍເທື່ອລະກ້າວມັນບໍ່ແມ່ນເລື່ອງງ່າຍພໍປານໃດ, ແຕ່ກໍເຊື່ອໝັ້ນເຫງົ້າພະລັງຂອງສັງຄົມໂດຍສະເພາະຄວາມເດັດດ່ຽວເດັດຂາດຂອງເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ຕໍ່ການແກ້ໄຂບັນຫານີ້.

ພາຍຫລັງລັດຖະບານວາງ 2 ວາລະແຫ່ງຊາດດັ່ງກ່າວອອກມາໂດຍສະເພາະວາລະແຫ່ງຊາດການແກ້ໄຂບັນຫາຢາເສບຕິດ, ຄະນະພັກ-ຄະນະບັນຊາທັງສູນກາງ ແລະ ທ້ອງຖິ່ນ, ອົງການປົກຄອງທຸກຂັ້ນໄດ້ເປັນເຈົ້າການເຮັດແທ້ລວມທັງການເປັນຫູເປັນຕາຂອງພົນລະເມືອງຈຶ່ງແກ້ໄຂໄດ້ຢ່າງມີປະສິດທິຜົນ ເຫັນໄດ້ແຕ່ຕົ້ນເດືອນມັງກອນຫາຕົ້ນເດືອນມີນາສາມາດມ້າງ ແລະ ແກ້ໄຂບັນຫາຢາເສບຕິດໄດ້ຢ່າງຕໍ່ເນື່ອງທັງຢຶດຢາເສບຕິດທຸກປະເພດ, ຈັບຜູ້ມີສ່ວນພົວພັນທັງເສບທັງຄ້າ, ອຸປະກອນ ອາວຸດ ລົດລາງພາຫະນະໃນຄະດີ…ດັ່ງທີ່ເປັນຂ່າວມາແລ້ວ. ມີຫລາຍຄຳເຫັນບອກວ່າ: ການແກ້ໄຂບັນຫາຢາເສບຕິດ ອາດຈະປະສົບຄວາມ ຫຍຸ້ງຍາກຫລາຍທັງໆບາງບ່ອນບໍ່ມີການຄ້າລາຍໃຫຍ່, ບໍ່ມີບ່ອນຜະລິດພັດເປັນບ່ອນພັກເປັນຈຸດຫລໍ່ແຫລມ ການຂ້າມລອຍ ແລະ ການຄ້າລາຍຍ່ອຍ, ຢູ່ຫລາຍບ່ອນການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ກໍເກືອບບໍ່ມີທັງປິດອຳການກະທຳຜິດກໍມີ ຫລື ບາງບ່ອນເຈົ້າໜ້າທີ່ບໍ່ທັນເປັນເຈົ້າການ ຫລື ບໍ່ທັນເອົາໃຈໃສ່ເກັບກຳແຕ່ລະກຸ່ມເປົ້າໝາຍບໍ່ວ່າຈະເປັນກຸ່ມຄ້າຂາຍ, ກຸ່ມເສບ, ກຸ່ມທັງຄ້າທັງເສບ, ກຸ່ມຜະລິດ…

ການທີ່ຄະນະພັກ-ຄະນະນຳແຕ່ລະບ່ອນຖືເອົາການສຶກສາອົບຮົມກຸ່ມເປົ້າໝາຍເປັນກົກໄປພ້ອມກັບການປາບປາມທັງມອບຄວາມຮັບຜິດຊອບໃຫ້ ປກສ ກຸ່ມບ້ານສົມທົບກັບອົງການປົກຄອງແຕ່ລະບ້ານສຶກສາອົບ ຮົມກຸ່ມເປົ້າໝາຍ, ເຮັດບົດບັນທຶກກັບບຸກຄົນ ກໍຄືຄອບຄົວ ແລະ ຖ້າພົບເຫັນກໍໃຊ້ມາດຕະການຈັບກຸມນຳມາດຳເນີນຄະດີຕາມກົດໝາຍບ້ານເມືອງ ລວມທັງການສົມທົບກັບອົງການຈັດຕັ້ງມະຫາຊົນ, ເຖົ້າແກ່ແນວໂຮມ, ຄູອາຈານ, ສະຖານການສຶກສາ ນັ້ນຈຶ່ງສາມາດແກ້ໄຂບັນຫາຢາເສບຕິດທີ່ໄດ້ ແລະ ພວມເປັນສິ່ງທ້າທາຍ ເປັນສິ່ງກົດໜ່ວງຖ່ວງດຶງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸ ບັນຢ່າງມີປະສິດທິພາບ ແລະ ປະສິດທິຜົນແທ້.