ສົ່ງເສີມສີມືແມ່ ຕິດພັນກັບມູນເຊື້ອດຸໝັ່ນຂອງແມ່ຍິງລາວ

ໂດຍ: ທິດກໍ່າ
ກ່ອນອື່ນຕ້ອງຂໍຊົມເຊີຍສະຫະພັນແມ່ຍິງນະຄອນຫລວງວຽງຈັນທີ່ໄດ້ຈັດງານ “ສືບສານຕຳນານສີມືແມ່” ໃນລະຫວ່າງວັນທີ 4 ຫາວັນທີ 8 ມີນາ 2022 ຢ່າງສຸດອົກສຸດໃຈ. ການຈັດງານຄັ້ງນີ້ ບໍ່ພຽງແຕ່ເປັນກິດຈະກຳເພື່ອຕ້ອນຮັບສະເຫລີມສະຫລອງວັນແມ່ຍິງສາກົນຄົບຮອບ 112 ປີເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມມູນເຊື້ອດຸໝັ່ນສືບສານຕຳນານສີມືແມ່ດ້ວຍຜະລິດຕະພັນທີ່ເປັນຜົນງານດ້ານຫັດຖະກຳອັນໂດດເດັ່ນປານີດຂອງແມ່ຍິງລາວໃນທົ່ວປະເທດ ໂດຍສະເພາະແມ່ນແມ່ຍິງໃນຂອບເຂດນະຄອນຫລວງວຽງຈັນ. ບັນດາຜະລິດຕະພັນທີ່ໄດ້ນຳເອົາມາວາງສະແດງ ແລະ ຈຳໜ່າຍກໍມີຫລາຍປະເພດດ້ວຍກັນ ເປັນຕົ້ນປະເພດອາຫານ, ເຄື່ອງຫັດຖະກຳຈັກສານ, ຜະລິດຕະພັນປັ້ນຫລໍ່, ແກະສະຫລັກ ແລະ ຜົນງານຈາກການຕຳຫູກທໍໄໝ. ນອກຈາກນັ້ນ ໃນງານກໍມີການສະແດງສິລະປະວັນນະຄະດີຂອງເຫລົ່າແມ່ຍິງ ອັນໄດ້ສາງບັນຍາກາດໃນງານຢ່າງຄຶກຄັກ ແລະ ມ່ວນຊື່ນ.
ດັ່ງທີ່ຮູ້ກັນມາແລ້ວວ່າ, ຈຸດພິເສດຂອງແມ່ຍິງລາວເປັນຄົນທີ່ມີມູນເຊື້ອດຸໝັ່ນ, ຫ້າວຫັນ ແລະ ອົດທົນ. ສິ່ງທີ່ສະແດງໃຫ້ເຫັນເອກະລັກສະເພາະ ກໍຄືການນຸ່ງຖື, ການອອກແຮງງານເຊັ່ນ: ນຸ່ງສິ້ນ, ເສື້ອຜ້າໄໝບ່ຽງແພ, ຕໍ່າຫູກທໍໄໝ, ການເຮັດວຽກເຮືອນການຊານ, ການລ້ຽງລູກລ້ຽງເຕົ້າ ກ້າວໄປຮອດການຈັກສານ, ຄວັດແກະສະຫລັກ, ເຮັດໄຮ່ໄຖນາ, ຄ້າຂາຍ ແລະ ອື່ນໆ. ເວົ້າໂດຍລວມແລ້ວ ແມ່ຍິງລາວສາມາດເຮັດໄດ້ທຸກຢ່າງເພື່ອປະກອບສ່ວນເຂົ້າໃນພາລະກິດສ້າງຄອບຄົວ, ສັງຄົມ ແລະ ປະເທດຊາດ ບໍ່ວ່າໃນຍຸກສົງຄາມ ກໍຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດ.
ໃນເງື່ອນໄຂທີ່ປະເທດຊາດບ້ານເມືອງຂອງພວກເຮົາພວມກ້າວສູ່ຍຸກແຫ່ງການສ້າງສາພັດທະນາຄືທຸກວັນນີ້ ແມ່ຍິງລາວຍິ່ງມີບົດບາດສຳຄັນຕໍ່ພາລະກິດອັນຍິ່ງໃຫຍ່ຂອງຊາດ ໂດຍສະເພາະອີງໃສ່ຄວາມຮຽກຮ້ອງຕ້ອງການໃນການປະຕິບັດມະຕິຄຳສັ່ງຕ່າງໆ ກໍຄືແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ ເປັນຕົ້ນບັນດາວຽກຈຸດສຸມຜະລິດສິນຄ້າເພື່ອສົ່ງອອກ, ການປະຕິບັດ 2 ວາລະແຫ່ງຊາດ ຕະຫລອດເຖິງມະຕິຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022, ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ຂອງລັດຖະບານວາງອອກ ແມ່ຍິງລາວຍິ່ງມີບາດບາດສຳຄັນຕໍ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.
ເພາະສະນັ້ນ, ການຈັດງານສືບສານຕຳນານສີມືແມ່ຍິງໃນຄັ້ງນີ້ ຖືເປັນການສົ່ງເສີມມູນເຊື້ອສີໄມ້ລາຍມືຂອງແມ່ຍິງລາວກ້າວສູ່ການຜະລິດເປັນສິນຄ້າທີ່ຫລາກຫລາຍ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ ທັງຫລຸດຜ່ອນການນຳເຂົ້າສິນຄ້າຈາກພາຍນອກອັນທີ່ບໍ່ຈຳເປັນ.

