ການກຳນົດຄ່າດອງ ຫຼື ຄ່າສິນສອດ ເປັນຮີດຄອງແຕ່ບໍ່ມີຜົນບັງຄັບທາງກົດໝາຍ

ການກຳນົດຄ່າດອງ ຫຼື ຄ່າສິນສອດ ເປັນຮີດຄອງແຕ່ບໍ່ມີຜົນບັງຄັບທາງກົດໝາຍ

ໂດຍ: ຄຳພຸດ ເທບພະນົມ ເມື່ອເວົ້າເຖິງປະເພນີ ການແຕ່ງດອງ ມັກໄດ້ຍິນຄຳວ່າ “ຄ່າດອງ ຫຼື “ສິນສອດ” ຄຽງຄູ່ກັນສະເໝີ ຜ່ານມາມັກປາກົດໃຫ້ເຫັນການຄາດຄ່າດອງລະດັບຮ້ອຍລ້ານພັນລ້ານ, ຫຼາຍຄູ່ຕ້ອງແຍກທາງກັນຍ້ອນບໍ່ມີຄ່າດອງມາແຕ່ງ, ບາງຄູ່ຕ້ອງຂ້າຕົວຕາຍກາຍເປັນບັນຫາຂອງສັງຄົມແຕ່ຫຼາຍໆຄູ່ກໍສົມຫວັງຍ້ອນ ຄ່າດອງພຽງພໍແຕ່ກໍເຮັດ ໃຫ້ຫຼາຍຄົນສົງໄສພ້ອມທັງຕັ້ງຄຳຖາມໃນໃຈວ່າຄ່າດອງໝາຍເຖິງຫຍັງ, ເປັນຫຍັງຈຶ່ງຕ້ອງມີ, ມີມາແຕ່ສະໄໝໃດ? ປະເທດອື່ນໆຄືກັບ ບ້ານເຮົາບໍ່ ?…

ປະຢັດເວລາ ຄຸນຄ່າຂອງຊີວິດ

ປະຢັດເວລາ ຄຸນຄ່າຂອງຊີວິດ

ຫລາຍທ່ານ ມີຫລາຍວິທີການປະຢັດໂດຍສະເພາະເງິນຄໍາ…ຖືວ່າເປັນເລື່ອງດີ, ແຕ່ຖ້າປະຢັດ“ເວລາ” ຄືໃຊ້ເວລາໃຫ້ເປັນປະໂຫຍດສູງສຸດ ໝາກຜົນຕາມມາມີຢ່າງຫລວງຫລາຍ ວ່າກັນງ່າຍໆຄືບໍ່ປະຖິ້ມ ບໍ່ປ່ອຍຖິ້ມເວລາເສຍໄປລ້າໆແຕ່ລະມື້. ເວົ້າເລື່ອງນີ້ກໍເລີຍຄິດເຫັນຄໍາສຸພາສິດ, ຄະຕິພົດ…ເຊັ່ນ “ນໍ້າໄຫລບໍ່ຖ້າປາ ເວລາບໍ່ຖ້າຄົນ”, “ເວລາເປັນເງິນເປັນຄໍາ”, “ເວລາເປັນຂອງມີຄ່າ” ດັ່ງນີ້ເປັນຕົ້ນ. ແຕ່ລະມື້ທຸກຄົນມີເວລາເທົ່າກັນ, ແຕ່ຫລາຍເທື່ອມັກໄດ້ຍິນວ່າ “ບໍ່ມີເວລາ…” ພໍເຂົ້າໃຈໄດ້ ເຊິ່ງອາດຈະໝາຍເຖິງຄວາມຮຽກຮ້ອງຕ້ອງການນັ້ນມີຫລາຍອັນ, ແນ່ນອນ…

ໜ້າເປັນຫ່ວງ ຈຳນວນຜູ້ຕິດໂຄວິດ-19 ຢູ່ໃນໄລຍະຂາຂຶ້ນ

ໜ້າເປັນຫ່ວງ ຈຳນວນຜູ້ຕິດໂຄວິດ-19 ຢູ່ໃນໄລຍະຂາຂຶ້ນ

ປັດຈຸບັນຜູ້ຕິດເຊື້ອ ບໍ່ມີທ່າອ່ຽງຫລຸດລົງ ເຊິ່ງຫລ້າສຸດມື້ນີ້ທະລຸກວ່າ 700 ຄົນ ຈາກນີ້ຈຶ່ງຕັ້ງບັນຫາການຫັນປ່ຽນສູ່ການດໍາລົງຊີວິດປົກກະຕິແບບໃໝ່ ແລະ ພາຍຫລັງຜ່ອນຜັນບັນດາມາດຕະການປ້ອງກັນ…ໂດຍຈາກນີ້ໄປບຸນສິນກິນທານນັບມື້ຫລາຍ, ເດືອນກຸມພາຜ່ານມາສັງເກດເຫັນກິດຈະກໍາທີ່ເຕົ້າໂຮມຄົນມີຫລາຍ ຂຶ້ນ ເປັນຕົ້ນ: ດອງ, ບຸນປະເພນີ, ການຊຸມແຊວ ແລະ ບໍລິການກິນດື່ມ ຄຶກຄື້ນຄືນ. ແນ່ນອນເປັນເລື່ອງປະຕິເສດບໍ່ໄດ້ເພາະຫລາຍທ່ານບອກວ່າ ອົດບໍ່ລົນທົນບໍ່ໄດ້ອີກແລ້ວ ຂໍຈຶກຈັກກ່ອນກໍວ່າກັນໄປ,…

ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ

ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ

ຄົນເຮົາບໍ່ວ່າໃຜກໍມັກຈະວິຈານມັກຕຳໜິຄວາມຂາດຕົກບົກພ່ອງຂອງຄົນອື່ນສະເໝີ ແລະ ຖືເປັນເລື່ອງທຳມະຊາດຂອງຄົນເຮົາທີ່ມັກຕຳໜິວິຈານຄົນອື່ນຫລາຍກວ່າຕຳໜິວິຈານຕົນເອງ. ລອງສັງ ເກດເບິ່ງວ່າ ເມື່ອຕຳໜິວິຈານຄົນອື່ນ ຫລາຍກວ່າຕຳນິວິຈານຕົນເອງ ສິ່ງທີ່ຕາມມາກໍຈະເກີດການລະແວງສົງໄສ, ຂາດຄວາມສາມັກຄີ ຂາດຄວາມເຊື່ອໝັ້ນກັນ ບໍ່ວ່າຈະຢູ່ສະຖາບັນຄອບຄົວ ຫລື ຕາມສຳນັກງານທັງໃນພາກລັດ ແລະ ເອກະຊົນ ເປັນຫຍັງຈຶ່ງເປັນແນວນີ້? ມີຫລາຍທັດສະນະບອກວ່າ: ກ່ອນອື່ນ ຕ້ອງເບິ່ງຕົນເອງ ຫລື…

ຢາກມີຄວາມສຸກ ຢ່າປຽບທຽບກັບຄົນອື່ນ

ຢາກມີຄວາມສຸກ ຢ່າປຽບທຽບກັບຄົນອື່ນ

“ຢາກມີຄວາມສຸກ ຢ່າປຽບທຽບກັບຄົນອື່ນ” ເຊື່ອວ່າຫລາຍຄົນອາດຈະຄຸ້ນດີກັບປະໂຫຍກນີ້, ແຕ່ເຄີຍສົງໄສບໍ່ວ່າ ເມື່ອປຽບທຽບກັບຄົນອື່ນຈຶ່ງບໍ່ມີຄວາມສຸກ? ຂະນະດຽວກັນຖ້າເຮົາຢຸດປຽບທຽບກັບຄົນອື່ນ ເຮົາຈະມີຄວາມສຸກຂຶ້ນແທ້ບໍ່? ບາງເທື່ອການປຽບທຽບກັບຄົນອື່ນກໍບໍ່ໜ້າສົ່ງຜົນບໍ່ດີມາໃຫ້ເຮົາສະເໝີໄປ ໝາຍຄວາມວ່າການປຽບທຽບຄົນອື່ນເພື່ອໃຫ້ຮູ້ວ່າເຮົາຍັງຂາດສິ່ງໃດ ແລະ ມີຂໍ້ເສຍຫຍັງແນ່, ບ່ອນໃດຄວນປັບປຸງ ເຊິ່ງການປຽບທຽບໃນມຸມນີ້ຈະເຮັດໃຫ້ເຮົາເກີດແຮງບັນດານໃຈ ຄິດທີ່ຈະປ່ຽນແປງໂຕເອງໃຫ້ດີກວ່າເກົ່າໄດ້. ຫລາຍເທື່ອເຮົາອາດຈະມັກປຽບທຽບກັບຄົນອື່ນ ເຊິ່ງເປັນສິ່ງຫລີກບໍ່ໄດ້ ທັງໆທີ່ໃນໃຈແລ້ວບໍ່ຢາກປຽບ ທຽບ, ແຕ່ຄວາມຄິດທີ່ເຂົ້າມາໃນຫົວມັນເຮັດໃຫ້ເຮົາຕ້ອງຄິດວ່າຖ້າເຮົາເປັນຄືຄົນນີ້, ຄົນນັ້ນ…

ການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ (ໂອກາດວັນສ້າງຕັ້ງພັກຄົບຮອບ 67 ປີ 22 ມີນາ 1955-22 ມີນາ 2022)

ການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ (ໂອກາດວັນສ້າງຕັ້ງພັກຄົບຮອບ 67 ປີ 22 ມີນາ 1955-22 ມີນາ 2022)

ທ້າຍສະຕະວັດທີ XIX, ພວກລ່າເມືອງຂຶ້ນໄດ້ເຂົ້າມາຢຶດຄອງປະເທດລາວ, ຫວຽດນາມ, ກໍາປູເຈຍ ເປັນ ຫົວເມືອງຂຶ້ນຂອງພວກເຂົາ ແລະ ພາຍໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງປະຊາຊົນອິນດູຈີນໄດ້ຖືກກົດຂີ່ຂູດຮີດຢ່າງໜ່ກໜ່ວງ; ດ້ວຍຈິດໃຈຮັກຊາດ, ບໍ່ຍອມເປັນຂ້ອຍຂ້າ, ປະຊາຊົນລາວບັນດາເຜົ່າຢູ່ຫລາຍບໍລິເວນໂດຍພາຍໃຕ້ການເປັນຄັນທຸງຂອງບັນພະບູລຸດທີ່ຮັກຊາດໄດ້ລຸກຮືຂຶ້ນຕໍ່ສູ້ຢ່າງເດັດດ່ຽວພິລະ ອາດຫານ, ແຕ່ຂະບວນຕໍ່ສູ້ເຫລົ່ານັ້ນລ້ວນແຕ່ຖືກປາບປາມຢ່າງໂຫດຮ້າຍປ່າເຖື່ອນ. ວັນທີ 3 ກຸມພາ 1930, ພັກກອມມູນິດອິນດູຈີນໄດ້ສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນໍາໂດຍກົງຮອບດ້ານຂອງປະທານໂຮ່ຈີມິງ. ນັບແຕ່ໄດ້ສ້າງຕັ້ງຂຶ້ນ,ພັກກອມມູນິດອິນດູຈີນ…

ຢຸດໃຊ້ແຮງງານເດັກຍິງເສີບສິ່ງມຶນເມົາໃນພາເຂົ້າສາມັກຄີ

ຢຸດໃຊ້ແຮງງານເດັກຍິງເສີບສິ່ງມຶນເມົາໃນພາເຂົ້າສາມັກຄີ

ເຊື່ອວ່າຫລາຍໆຄົນລວມເຖິງຕົວຂ້າພະເຈົ້າມັກຈະໄດ້ເຫັນພຶດຕິກຳຂອງຜູ້ປົກຄອງ, ຫົວໜ່ວຍແຮງງານ ແລະ ສະຖານທີ່ບໍລິການບາງແຫ່ງ ຍັງມີການໃຊ້ແຮງງານເດັກ ໂດຍສະເພາະໄວ​ໜຸ່ມຍິງສາວ ເຂົ້າໃນການໃຫ້ບໍລິການເສີບສິ່ງມຶນເມົາໃນວົງພາເຂົ້າສາມັກຄີ, ການສັງສັນຄຳນັບຮັບຕ້ອນພາກສ່ວນໃດໜຶ່ງທີ່ລົງຢ້ຽມຢາມຂົງເຂດກຸ່ມບ້ານທີ່ຫ່າງໄກສອກຫລີກ ສິ່ງນີ້ທ່ານຄິດວ່າມັນເປັນການໃຊ້ແຮງງານເດັກແບບເໝາະສົມບໍ? ຄັ້ງໜຶ່ງຂ້າພະເຈົ້າມີໂອກາດໄດ້ຮ່ວມເຮັດວຽກນຳໂຄງການໜຶ່ງ ແລະ ຕ້ອງໄດ້ມີການລົງຕິດຕາມວຽກງານ ແລະ ໃກ້ຊິດຕິດແທດກັບຊຸມຊົນເຂດພື້ນທີ່ຮັບຜິດຊອບ, ມີໂອກາດຮ່ວມພາເຂົ້າສາມັກຄີເພື່ອຕ້ອນຮັບ ໃນພາເຂົ້າສາມັກຄີຂ້າພະເຈົ້າເຫັນວ່າມີການໃຊ້ແຮງງານໄວ​ໜຸ່ມ​ຍິງສາ​ວມາຊ່ວຍເສີບອາຫານແລະສິ່ງມຶນເມົາ ໂຊກດີທີ່ທີມງານສາມາດແກ້ໄຂສະຖານະການໄດ້ແບບນຸ້ມນວນໂດຍການເວົ້າຂຶ້ນມາວ່າ: ຂອບໃຈຫຼາຍທີ່ໄດ້ມີການຕ້ອນຮັບເປັນຢ່າງດີ ລວມເຖິງອາຫານທ່ຽງໃນມື້ນີ້ແມ່ນແຊບຫລາຍ ເພື່ອບໍ່ເປັນການລົບກວນຊົ່ວໂມງຮຽນຂອງ​ໄວ​ໜຸ່ມ​ຍິງສາວທີມງານພວກເຮົາສະດວກທີ່ຈະຫ້າງຫາກະກຽມອາຫານ…

ປະເພນີ ການແຕ່ງດອງ

ປະເພນີ ການແຕ່ງດອງ

ປັດຈຸບັນນີ້ ກ່ອນຈະແຕ່ງດອງ ຕ້ອງໄປຈົດທະບຽນສົມລົດກັບອົງປົກຄອງບ້ານຂອງຕົນຈິ່ງຖືວ່າການແຕ່ງ ດອງນັ້ນຖືກຕ້ອງຕາມກົດໝາຍບ້ານເມືອງຢ່າງແທ້ຈິງ. ຫລັງຈາກສູ່ຂໍ (ກ່າວໂອມ) ເປັນທີ່ຮຽບຮ້ອຍ ຫລື ຈົດທະບຽນສົມລົດກັບອົງການປົກຄອງແລ້ວ ທັງສອງຝ່າຍກໍ່ຕ້ອງຫ້າງຫາກະກຽມຕາມຖານະຂອງຕົນກ່ອນ ຈະເຮັດມື້ແຕ່ງດອງປະມານ 5 ຫຼື 3 ວັນ ທັງສອງຝ່າຍກໍໄປບອກເລົ່າຍາດຕິພີ່ນ້ອງ ໝູ່ຄູ່ມິດສະຫາຍຜູ້ຢູ່ໃກ້ ແລະ ໄກມາຮ່ວມດອງຂອງຄູ່ສົມລົດໃໝ່ ເພື່ອເປັນສິລິມຸງຄຸນ…

ຄວາມສຸກສ້າງໄດ້ຈາກເຮົາເອງ

ຄວາມສຸກສ້າງໄດ້ຈາກເຮົາເອງ

ແນ່ນອນ ທຸກຄົນ ລ້ວນແຕ່ປາຖະໜາຢາກມີຊີວິດຄອບຄົວທີ່ມີຄວາມສຸກຍາວນານ, ແຕ່ຕ້ອງເຂົ້າໃຈຄຳວ່າ: ຄວາມສຸກທີ່ຍາວນານນັ້ນເປັນແນວໃດ? ຄວາມສຸກມີ 2 ປະເພດຄືຄວາມສຸກທາງກາຍ ແລະ ຈິດໃຈ ໂດຍຄວາມສຸກທາງກາຍນັ້ນສ່ວນຫລາຍເປັນການເສບຄວາມສຸກເພື່ອຕອບສະໜອງຄວາມຕ້ອງການທາງຮ່າງກາຍ ແລະ ປະສາດສຳພັດຕ່າງໆ,ເປັນ ຄວາມສຸກສ່ວນໂຕທີ່ເກີດຂຶ້ນໄດ້ບໍ່ດົນເທົ່າໃດຈາກການມີສິ່ງກະຕຸ້ນເຊັ່ນການຊີມອາຫານ, ເບິ່ງຮູບເງົາ, ຟັງເພງ ຫລື ອື່ນໆ. ຂະນະທີ່ຄວາມສຸກທາງຈິດໃຈຄືການມີຊັບສົມບັດ, ອຳນາດ,…

ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ

ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ

ບໍ່ວ່າຈະເປັນດ້ານການເມືອງ, ການຕ່າງປະເທດ, ການສຶກສາ, ເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາລ້ວນແຕ່ຂະຫຍາຍຕົວເຂົ້າສູ່ລວງເລິກນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ. ນີ້ເປັນສ່ອງແສງໃຫ້ເຫັນເຖິງການພົວພັນຮ່ວມມືແບບພິ ເສດຂອງຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ມາຮອດປັດຈຸບັນ, ບັນດາວິສາຫະກິດຫວຽດນາມ ໄດ້ລົງທຶນຫລາຍໂຄງການ ແລະ…