ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ

ບໍ່ວ່າຈະເປັນດ້ານການເມືອງ, ການຕ່າງປະເທດ, ການສຶກສາ, ເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາລ້ວນແຕ່ຂະຫຍາຍຕົວເຂົ້າສູ່ລວງເລິກນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ. ນີ້ເປັນສ່ອງແສງໃຫ້ເຫັນເຖິງການພົວພັນຮ່ວມມືແບບພິ ເສດຂອງຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ມາຮອດປັດຈຸບັນ, ບັນດາວິສາຫະກິດຫວຽດນາມ ໄດ້ລົງທຶນຫລາຍໂຄງການ ແລະ ມີຈຸດສຸມ, ແຕ່ລະປີ ສສ ຫວຽດນາມມອບທຶນຊ່ວຍເຫລືອລ້າໃຫ້ແກ່ສປປ ລາວ. ສິ່ງທີ່ເປັນສັນຍະລັກແຫ່ງຜົນສຳເລັດດັ່ງກ່າວ ແມ່ນໂຄງການປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່. ດ້ານໂຍທາທິການ ແລະ ຂົນສົ່ງ ກໍໄດ້ຮັບການຊຸກຍູ້ ແລະ ຊອກຫາແຫລ່ງທຶນມາຈັດຕັ້ງປະຕິບັດບັນດາໂຄງການເຊື່ອມຕໍ່ເສັ້ນທາງຄົມມະນາຄົມຂອງສອງປະ ເທດເປັນຕົ້ນ ທາງດ່ວນ ວຽງຈັນ-ປາກຊັນ-ແທັງຖຸ້ຍ-ເຫງະອານ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ມູຢາ-ເຕິນເອິບ-ຫວຸງອາງ, ການກໍ່ສ້າງສະໜາມບິນໜອງຄ້າງ ຄືບໜ້າຢ່າງເພິ່ງພໍໃຈ. ດ້ານພະລັງ ງານໄຟຟ້າ, ໄດ້ສືບຕໍ່ຜັນຂະຫຍາຍບົດບັນທຶກການຊື້-ຂາຍໄຟຟ້າຈາກລາວໄປຫວຽດນາມຄືບໜ້າດີ ເປັນ ຕົ້ນໂຄງການນ້ຳຊຳ 3, ນ້ຳກົງ 2,3, ດາກອີມູນ ແລະ ນ້ຳອາງ.
ຂະນະທີ່ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບການເອົາໃຈ ໃສ່ ແລະ ກຳນົດເປັນບູລິມະສິດຂອງສອງລັດຖະບານ ຊຶ່ງແຕ່ລະປີ ມີນັກສຶກສາລາວ ໄປສຶກສາຄົ້ນຄວ້າຢູ່ ສສ ຫວຽດນາມ ເປັນຈຳນວນຫລາຍ. ນັກສຶກສາຫວຽດນາມ ມາສຶກສາ ແລະ ແລກປ່ຽນບົດຮຽນຢູ່ ສປປ ລາວ ເຊັ່ນກັນ. ການຮວມມືລະຫວ່າງບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ ສືບຕໍ່ໄດ້ຮັບການຊຸກຍູ້ ແລະ ຈັດຕັ້ງປະຕິບັດຕາມແຜນ, ມີປະສິດທິຜົນ ແລະ ແທດຕົວຈິງ ໂດຍຜ່ານການເຄື່ອນໄຫວແລກປ່ຽນຄະນະ, ແລກປ່ຽນບົດຮຽນ ແລະ ຊ່ວຍເຫລືອ, ສະໜັບສະໜູນເຊິ່ງກັນ ແລະ ກັນ ພ້ອມລົງນາມໃນບົດບັນທຶກຮ່ວມມືຕ່າງໆ.
ທັງໝົດນີ້ ຄືໝາກຜົນແຫ່ງການເສີມຂະຫຍາຍສາຍພົວພັນທີ່ໄດ້ຮັບການສ້າງຕັ້ງ ແລະ ຫລໍ່ຫລອມ ໂດຍ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແລະ ກາຍເປັນມໍລະດົກອັນລ້ຳຄ່າຕົກທອດຮອດເຊັ່ນລູກເຊັ່ນຫລານຕໍ່ໄປ.

