4 ວິທີພັດທະນາຕົນເອງແບບໂດດຂັ້ນ

ຄິດຈະກ້າວໜ້າຕ້ອງຢ່າຢຸດພັດທະນາຕົນເອງ ຢ່າໄປຮຽກຮ້ອງຄວາມກ້າວໜ້າຈາກໃຜ ເພາະທ່ານເຮັດມັນໄດ້ດ້ວຍໂຕທ່ານເອງ. ຖ້າທ່ານເປັນຄົນໜຶ່ງທີ່ກະຫາຍຢາກພັດທະນາຕົນເອງ ບໍ່ແມ່ນໃນແບບທຳມະດາໆ, ແຕ່ຢາກພັດທະນາຕົນເອງແບບໂດດຂັ້ນ ພວກເຮົາຂໍແນະນຳເຄັດລັບການພັດທະນາຕົນເອງ 4 + 1 ທີ່ສາມາດເລີ່ມຕົ້ນໄດ້ເລີຍ ດັ່ງນີ້ :
- ກຸນແຈສຳຄັນແມ່ນຄູຝຶກ : ຫາຄູຝຶກ ຫລື Mentor ຂອງທ່ານໃຫ້ພົບ ອາດຈະເປັນຫົວໜ້າຂອງທ່ານ, ລຸ້ນອ້າຍລຸ້ນເອື້ອຍຢູ່ບ່ອນເຮັດວຽກ ຫລື ຄົນທີ່ປະສົບຄວາມສຳເລັດໃນວົງການຂອງທ່ານ. ເປັນຫຍັງຈຶ່ງຕ້ອງມີຄູຝຶກ ? ເພາະເຮົາບໍ່ສາມາດເບິ່ງເຫັນຕົນເອງໄດ້ຄົບທຸກດ້ານ ຫລື ຫລາຍຄົນປະຕິເສດທີ່ຈະເບິ່ງເຫັນ ຫລື ຍອມຮັບຕົນເອງ. ສະນັ້ນ, ຄູຝຶກຈຶ່ງເຂົ້າມາເຮັດໜ້າທີ່ເປັນແວ່ນແຍງສະທ້ອນໂຕຕົນຂອງເຮົາ ລວມເຖິງດຶງສັກກະຍະພາບຂອງເຮົາທີ່ເຊື່ອງຢູ່ອອກມາ. ຈື່ໄວ້ວ່າ ມັນຈະບໍ່ມີປະໂຫຍດໃນການຫາຄູຝຶກ ຖ້າທ່ານບໍ່ຢາກຈະພັດທະນາຕົນເອງ ຫລື ຢາກປ່ຽນແປງຕົນເອງແທ້ໆ. ດັ່ງນັ້ນ, ກ່ອນຈະໄປຫາຄູຝຶກ ຢ່າລືມກວດເຊັກແຮງບັນດານໃຈ ຫລື ເປົ້າໝາຍໃນການພັດທະນາຕົນເອງຂອງທ່ານສາກ່ອນວ່າຈະແຈ້ງຫລືບໍ່.
- ເອົາໂຕເອງໄປຢູ່ໃນວັນ-ເວລາ-ສະຖານທີ່ໆຄູຝຶກຂອງທ່ານຢູ່ໂດຍໄວ : ຄຳຖາມຕໍ່ມາ ແລ້ວຈະຫາຄູຝຶກໄດ້ແນວໃດ ? ເຊິ່ງຄູຝຶກສ່ວນຫລາຍມັກເປັນຄົນທີ່ປະສົບຄວາມສຳເລັດ ເຊິ່ງແນ່ນອນວ່າເຂົາອາດຈະຫຍຸ້ງວຽກ ຫລື ບໍ່ມີເວລາ ແລະ ໜ້າທີ່ຂອງທ່ານແມ່ນ ສ້າງຄວາມພ້ອມ ເຊັ່ນ : ນັດໝາຍ ແລະ ຈັດເວລາໄປຫາເຂົາ , ເຮັດໂຕໃຫ້ພ້ອມສະເໝີໃນການຕິດຕໍ່ກັບຄູຝຶກ ເພາະບໍ່ມີທາງທີ່ເຂົາຈະແລ່ນເຂົ້າຫາເຮົາເອງ. ເມື່ອລູກສິດພ້ອມ ອາຈານ ຫລື ຄູຝຶກ ຈະປະກົດ. ການໄດ້ຢູ່ໃກ້ໆຄົນເກັ່ງໆຈະເປັນການເຊື່ອມຊຶມ-ຖອດຖອນແນວຄິດ, ວິທີການໄດ້ວ່ອງໄວທີ່ສຸດ ເພາະເລື່ອງເຫລົ່ານີ້ສາມາດຕິດຕໍ່ກັນໄດ້ງ່າຍ ຖ້າໄດ້ຢູ່ຮ່ວມກັນໃນບັນຍາກາດດຽວກັນ. ໝາຍເຫດ : ສຳລັບຄູຝຶກທີ່ອາດຈະບໍ່ສາມາດໄປພົບໄດ້ແທ້ໆ ກໍສາມາດຕິດຕາມຜ່ານຜົນງານຂອງເຂົາໄດ້ ເຊັ່ນ : ໜັງສື, ຄລິບວີດີໂອ, podcast ແລະອື່ນໆ ຈາກນັ້ນກໍຄ່ອຍໆຖອດຖອນແນວຄິດ ແລ້ວລອງເອົາໄປປະຕິບັດຕາມ.
- ປ່ຽນຕົນເອງທັນທີ ບໍ່ມີຂໍ້ອ້າງ : ການເຮັດຕາມຄູຝຶກແນະນຳ ເປັນທາງລັດງ່າຍທີ່ສຸດໃນການພັດທະນາຕົນເອງ ເພາະເຂົາຈະເບິ່ງອອກວ່າ ບ່ອນໃດທີ່ເຮົາຕ້ອງພັດທະນາຕື່ມ ພຽງແຕ່ເຮົາເຮັດຕາມທີ່ຄູຝຶກບອກຢ່າງເຊື່ອໝັ້ນເທົ່ານັ້ນ ແຕ່ຖ້າເຮົາບໍ່ຍອມປ່ຽນຕາມທີ່ຄູຝຶກບອກ ສາເຫດອາດມາຈາກ :
- ເຮົາຍັງບໍ່ຢາກປ່ຽນແທ້ໆ (ໃຫ້ກັບໄປຫາຂໍ້ 0).
- ເຮົາຍັງບໍ່ໄດ້ວາງໃຈໃນໂຕຄູຝຶກ.
- ເຮົາຍັງບໍ່ເຊື່ອວ່າຕົນເອງປ່ຽນແປງໄດ້.
ເຊິ່ງຄາຢູ່ສາເຫດໃດ ໃຫ້ແກ້ຢູ່ສາເຫດນັ້ນ ບໍ່ດັ່ງນັ້ນກໍຈະບໍ່ສາມາດເຮັດຕາມທີ່ຄູຝຶກບອກໄດ້ ສົ່ງຜົນໃຫ້ຄວາມສຳເລັດມາເຖິງເຮົາຊ້າຂຶ້ນຕື່ມອີກ.
- ສື່ສານຄວາມຄືບໜ້າຕະຫລອດເສັ້ນທາງ : ປັບແຜນໃຫ້ໄວໃນລະຫ່ວາງການລົງມືເຮັດຕາມທີ່ລົມກັບຄູຝຶກ ອາດມີບັນຫາໃນການລົງມືເຮັດຈາກການພົບພໍ້ອຸປະສັກ ຫລື ຄວາມບໍ່ໄດ້ດັ່ງໃຈ ໃຫ້ສື່ສານປຶກສາຫາລືກັບຄູຝຶກຢ່າງຈະແຈ້ງລະຫ່ວາງທາງ, ຢ່າພຽງແຕ່ຮູ້ສຶກເກງໃຈ, ບໍ່ກ້າເວົ້າ ຫລື ຮູ້ສຶກວ່າຮູ້ຢູ່ແລ້ວ ບໍ່ດັ່ງນັ້ນຄວາມກ້າວໜ້າໃນການພັດທະນາຕົນເອງກໍຈະຊ້າລົງໄປຕື່ມ, ຈົ່ງຮັກສາເປົ້າໝາຍໃຫ້ຄົງທີ່ ແຕ່ປັບປ່ຽນແຜນຕາມທີ່ລົມກັບຄູຝຶກ ແລ້ວລົງມືເຮັດຕາມຈົນກ່ວາຈະບັນລຸເປົ້າໝາຍ ແລະ ເມື່ອໃດທີ່ເຮົາຮູ້ສຶກທໍ້ຖອຍ, ບໍ່ກ້າວໜ້າ ໃຫ້ກັບໄປປຶກສາກັບຄູຝຶກ. ການໄດ້ຮັບກຳລັງໃຈ ຫລື ຄຳແນະນຳເປັນຢາຊູກຳລັງຢ່າງດີ ບໍ່ໃຫ້ເຮົາທໍ້ຖອຍໄດ້ງ່າຍ.
- ຕັ້ງເປົ້າໃຫ້ສຳເລັດຕາມຕົ້ນແບບ : ເປັນການຕອບແທນບຸນຄຸນທີ່ດີທີ່ສຸດເມື່ອສຳເລັດຕາມເປົ້າໝາຍທີ່ເຮົາວາງໄວ້ແລ້ວ, ສິ່ງທີ່ຄູຝຶກທຸກຄົນຢາກເຫັນ ບໍ່ແມ່ນແຕ່ການກັບໄປຕອບແທນບຸນຄຸນດ້ວຍສິ່ງຂອງ ຫລື ລາງວັນຕ່າງໆ, ແຕ່ມັນແມ່ນການອອກໄປເປັນຕົ້ນແບບໃນການເປັນຄູຝຶກໃຫ້ກັບຄົນຮຸ່ນຫລັງ ຫລື ຄົນທີ່ຢາກປະສົບຄວາມສຳເລັດແບບເຮົາ ສິ່ງນີ້ເປັນການຕອບແທນທີ່ດີທີ່ສຸດ ເພາະສະແດງວ່າສິ່ງທີ່ຄູຝຶກໄດ້ສອນໃຫ້ແກ່ເຮົາເປັນສິ່ງທີ່ເຮັດໄດ້ຜົນຢ່າງໝັ້ນຍືນແທ້ໆ ບໍ່ແມ່ນແຕ່ຄວາມໂຊກດີ ຫລື ພຽງແຕ່ໃຜບາງຄົນເຮັດໄດ້ ຈົ່ງເປັນຄວາມພາກພູມໃຈໃຫ້ແກ່ຄູຝຶກ ໂດຍການສົ່ງຕໍ່ຄວາມເປັນຄູຝຶກ ບໍ່ແມ່ນສຳເລັດພຽງເພື່ອລ້ຽງຕົນເອງເທົ່ານັ້ນ.

