ການໃສ່ບາດ ໃຫ້ຄຳນຶງເຖິງ 5 ຂໍ້

ການຕັກບາດ ແມ່ນປະເພນີ ທີ່ຊາວພຸດປະຕິບັດສືບທອດກັນມາແຕ່ສະໄໝພຸດທະການ, ພະພິຂຸສົງ ຈະໂຈມບາດອອກບິນທະບາດເພື່ອຮັບອາຫານ ຫລື ທານອື່ນໆຕາມບ້ານໃນຕອນເຊົ້າ, ສາສະນິກະຊົນ ທີ່ມາໃສ່ບາດ ຈະກຽມເຂົ້າປາອາຫານແຫ້ງມາຖວາຍພະສົງ. ຊາວພຸດ ເຊື່ອກັນວ່າເປັນການສ້າງບຸນກຸສົນ ແລະຖືເປັນການແຜ່ສ່ວນກຸສົນນີ້ ໃຫ້ກັບຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ. ພ້ອມນີ້ອາຫານທີ່ຖວາຍໄປນັ້ນກໍຈະສົ່ງເຖິງຍາດຜູ້ລ່ວງລັບໄປແລ້ວເຊັ່ນກັນ.
ໃນເບື້ອງຂອງພະພິຂຸສົງແລ້ວ, ຈະອອກບິນທະບາດທຸກມື້ຕາມກົດລະບຽບຂອງພະສົງ ທີ່ພະພິຂຸສົງ ບໍ່ສາ ມາດເກັບມ້ຽນອາຫານໄວ້ຂ້າມຄືນໄດ້. ເວລາບິນທະບາດພະສົງຈະໃຊ້ 2 ມືໂຈມບາດເອົາໄວ້ແລ້ວຍ່າງໃນກິລິຍາຄ່ຽມຄົມສັງລວມ, ບໍ່ຮ້ອງຂໍອາຫານຈາກມວນຊົນ, ບໍ່ສະແດງກິລິຍາໃນການຂໍ ຫລື ຢືນລໍຖ້າ (ນອກ ຈາກໄດ້ຮັບນິມົນໃຫ້ລໍຖ້າ), ສ່ວນໃຫຍ່ເວລາທີ່ພະສົງສຳມະເນນ ບິນທະບາດຄື ຕອນເຊົ້າມືດ 5 ໂມງເຊົ້າຫາກ່ອນ 7 ໂມງເຊົ້າ ເຊິ່ງຈະເປັນເວລາສັນ (ກິນ) ອາຫານເຊົ້າ. ເມື່ອມີຄົນທານ (ຕັກບາດ) ພະສົງຕ້ອງຮັບທານທີ່ຄົນຖວາຍໃຫ້ທັງໝົດ ບໍ່ສາມາດເລືອກໄດ້ວ່າຈະຮັບ ຫລື ບໍ່ຮັບ ຫລື ບອກກັບຜູ້ໃຫ້ວ່າຕ້ອງການສິ່ງໃດ.

ສຳລັບເຄື່ອງທີ່ຈະນຳໄປໃສ່ບາດ ຄວນຄຳນຶງເຖິງສິ່ງເຫລົ່ານີ້:

ໜຶ່ງ: ຄວນເປັນອາຫານ ເພື່ອໃຫ້ພະສົງສາມາດສັນໄດ້ເຊັ່ນເຂົ້າໜຶ້ງ (ຄຳວ່າ ບາດ ແປວ່າ ເຂົ້າຕົກ), ອາ ຫານທີ່ປຸງສຸກແລ້ວ, ຈຸດປະສົງການບິນທະບາດ ເພື່ອໄດ້ອາຫານມາລ້ຽງຮ່າງກາຍໃຫ້ມີຊີວິດຢູ່ໄດ້ເພື່ອປະ ຕິບັດທຳເທົ່ານັ້ນ ບໍ່ແມ່ນເພື່ອນຳມາບໍລິໂພກຕາມໃຈ (ກິເຫລດ) ຫລື ຕາມຄວາມປາຖະໜາຂອງຕົນ ຈຶ່ງບໍ່ຄວນໃສ່ບາດຫລາຍຈົນເຫລືອ, ອາຫານກໍຄວນເປັນຈຳພວກທີ່ມີປະໂຫຍດຕໍ່ຮ່າງກາຍ.

ສອງ: ຊີ້ນທີ່ຫ້າມຕາມສາສະໜາພຸດ ຮຽກວ່າ “ມັງສັງ” ໄດ້ແກ່ມະນຸດ, ຊ້າງ, ມ້າ, ໝາ, ງູ, ສິງ, ເສືອ ແລະ ໝີ.

ສາມ: ຊີ້ນທີ່ໄດ້ຈາກການທີ່ບຸກຄົນນັ້ນຕັ້ງໃຈ ຈະຂ້າສັດ ໂດຍຈຸດປະສົງຫລັກຄືເພື່ອຈະເອົາຊີ້ນມາຖວາຍ ພະພິຂຸສົງໂດຍສະເພາະ ແລະ ພະພິຂຸສົງຮູ້ວ່າ ຊີ້ນນັ້ນມາຈາກການຂ້າ ເພື່ອຈະນຳມາຖວາຍຕົນໂດຍສະ ເພາະ, ຂໍ້ນີ້ເປັນພຸດທະບັນຍັດຫລັງຈາກພະເທວະທັດສະເໜີ ໃຫ້ພະພຸດທະເຈົ້າ ຫ້າມບໍ່ໃຫ້ພະພິຂຸສົງ ສັນຊີ້ນຕະຫລອດຊີວິດ ແຕ່ພະພຸດທະເຈົ້າບໍ່ອະນຸຍາດ ໃຫ້ເປັນໄປຕາມສັດທາຂອງແຕ່ລະຄົນ ແລະ ບໍ່ຫ້າມພະພິຂຸສົງສັນຊີ້ນໃນ 3 ກໍລະນີຄືບໍ່ຮູ້ວ່າເຂົາເຈົ້າຂ້າ, ບໍ່ເຫັນເຂົາເຈົ້າຂ້າ, ບໍ່ໄດ້ຍິນວ່າເຂົາເຈົ້າຂ້າເພື່ອເຮົາ.

ສີ່: ພືດພັນທັນຍາຫານທີ່ມີແກ່ນ ຫລື ໃນ, ບໍ່ສາມາດນຳໄປຕັກບາດໄດ້ເພາະຖືວ່າແກ່ນຂອງພືດນັ້ນຍັງສາ ມາດໃຫ້ກຳເນີດຊີວິດໄດ້ຢູ່, ຖ້າຈະຖວາຍຕ້ອງເອົາແກ່ນອອກກ່ອນ. ຂໍ້ນີ້ມາຈາກພຸດທະບັນຍັດທີ່ຫ້າມບໍ່ໃຫ້ພະພິຂຸສົງແຕ່ງຢູ່ຄົວກິນເພາະການແຕ່ງກິນນັ້ນຈະຕ້ອງມີການຂ້າ, ການພາກຂອງສີຂຽວ ຫລື ຕົ້ນໄມ້, ໃບຫຍ້າທີ່ມີຮາກຕິດຢູ່ພື້ນດິນ, ຖ້າພະສົງເຮັດໃຫ້ຫລຸດອອກຈາກລຳຕົ້ນ ຫລື ເຮັດໃຫ້ພົ້ນຈາກພື້ນດິນເປັນອາ ບັດ.

ຫ້າ: ນອກນີ້ ກໍມີເຂົ້າສານ, ແປ້ງ, ຜັກ, ປາ, ຊີ້ນ ເພາະຕາມຫລັກສາສະໜາ ບໍ່ອະນຸຍາດໃຫ້ພະພິຂຸສົງແຕ່ງກິນ.

ແນວໃດກໍຕາມໃນບຸນວັດ, ສາສະນິກະຊົນ ຈະຕັກບາດຖວາຍວັດຖຸດິບເຫລົ່ານີ້ກໍຍ້ອນມີແນວໂຮມ ຫລື ຜູ້ສັດທາແຕ່ງກິນ.