ຈີນເຕືອນປະເທດໃດຊ່ວຍອາເມລິກາກົດດັນ-ຫລຸດການຄ້າກັບຈີນ ຈະຕອບໂຕ້ກັບຢ່າງເດັດຂາດ ແລະ ເທົ່າທຽມ

ຈີນ ປະກາດເຕືອນປະເທດຕ່າງໆບໍ່ໃຫ້ເຮັດຂໍ້ຕົກລົງທາງເສດຖະກິດກັບອາເມລິກາທີ່ອາດສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຈີນ ໂດຍເນັ້ນວ່າ: ປະເທດໃດຊ່ວຍອາເມລິກາກົດດັນ ຫລື ຫລຸດປະລິມານການຄ້າກັບຈີນ ເຮັດໃຫ້ຈີນເສຍປຽບ ຈີນຈະຕອບໂຕ້ກັບຢ່າງເດັດຂາດ ແລະ ເທົ່າທຽມ.
ທ່າທີດັ່ງກ່າວຂອງຈີນມີຂຶ້ນຫລັງ Bloomberg ລາຍງານວ່າ: ລັດຖະບານ ໂດນັລ ທຣໍາ ກໍາລັງກຽມກົດດັນປະເທດຕ່າງໆ ທີ່ຕ້ອງການຂໍຫລຸດ ຫລື ຍົກເວັ້ນພາສີຈາກອາເມລິກາໃຫ້ຫລຸດການຄ້າກັບຈີນ ແລະ ອາດເຖິງຂັ້ນໃຊ້ມາດຕະການລົງໂທດທາງການເງິນ ພາຍຫລັງທ່ານ ທຣໍາ ໄດ້ເລື່ອນການເກັບພາສີຕໍ່ປະເທດອື່ນໆອອກໄປ 90 ວັນ ຍົກເວັ້ນຈີນທີ່ຖືກຕັ້ງເປົ້າເກັບພາສີໜັກທີ່ສຸດ ໂດຍຂຶ້ນພາສີນໍາເຂົ້າສິນຄ້າຈີນເປັນ 145%, ຂະນະທີ່ຈີນຕອບໂຕ້ດ້ວຍການຂຶ້ນພາສີສິນຄ້າອາເມລິກາ 125% ແຕ່ຍັງບໍ່ເພີ່ມເກີນກວ່ານັ້ນ.
ໂຄສົກກະຊວງການຄ້າຈີນກ່າວວ່າ: ອາເມລິກາໃຊ້ພາສີເປັນເຄື່ອງມືບີບບັງຄັບພັນທະມິດ ໂດຍອ້າງຫລັກການ “ຄວາມເທົ່າທຽມ”, ແຕ່ໃນຄວາມເປັນຈິງຄືການບີບບັງຄັບໃຫ້ທຸກຝ່າຍເຈລະຈາພາສີຕາມອາເມລິກາຕ້ອງການ ໂດຍຈີນຢືນຢັນວ່າມີຄວາມມຸ້ງໝັ້ນ ແລະ ປະສິດທິພາບໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ພ້ອມຮ່ວມມືກັບທຸກປະເທດທີ່ມີຈຸດຢືນດຽວກັນ.
ນັກວິເຄາະເຊື່ອວ່າ: ຫລາຍປະເທດໂດຍສະເພາະອາຊີຕາເວັນອອກສຽງໃຕ້ອາໄສຈີນສູງ ໃນດ້ານການລົງທຶນ, ອຸດສາຫະກໍາ, ເຕັກໂນໂລຊີ ແລະ ການບໍລິໂພກ ເຊິ່ງບໍ່ອາດຈະເຫັນພ້ອມຕໍ່ຂໍ້ຮຽກຮ້ອງຂອງອາເມລິກາ. ອີກທັງໃນທາງບຸກ ຈີນກຽມຈັດກອງປະຊຸມບໍ່ເປັນທາງການໃນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເພື່ອຫາລືເຖິງກໍລະນີທີ່ອາເມລິກາກໍາລັງກັ່ນແກ້ງ ແລະ ທໍາລາຍບັນຍາກາດການພັດທະນາ ແລະ ສັນຕິພາບໂລກ ດ້ວຍການໃຊ້ນະໂຍບາຍພາສີເປັນອາວຸດ.
ໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ ທີ່ຫາກໍສໍາເລັດພາລະກິດເດີນທາງຢ້ຽມຢາມ 3 ປະເທດພັນທະມິດໃນອາຊຽນ ເພື່ອສົ່ງເສີມການຮ່ວມມື, ພ້ອມຮຽກຮ້ອງໃຫ້ປະເທດພັນທະມິດຕໍ່ຕ້ານການກັ່ນແກ້ງແບບຝ່າຍດຽວ ໄດ້ເນັ້ນອີກວ່າ: “ຈະບໍ່ມີຜູ້ຊະນະໃນສົງຄາມການຄ້າ ແລະ ສົງຄາມພາສີ”.
ອ້າງອີງ:
- https://www.reuters.com/world/china-opposes-any-deals-between-us-other-nations-its-expense-2025-04-21/
- https://www.cnbc.com/2025/04/21/china-to-retaliate-against-nations-that-work-with-us-to-isolate-beijing.html
- https://edition.cnn.com/2025/04/20/business/china-warns-countries-us-trade-war-intl-hnk/index.html

