“ຍຸນ ຈີອາ” ຕິກຕັອກເກີ (TikToker) ສາວອາຍຸ 20 ກວ່າປີ ຖືກພົບເປັນສົບໃນປ່າ ຫລັງຈົບໄລຟ໌ສົດພຽງ 30 ນາທີ

ຂ່າວໜ້າຕົກໃຈໃນສັງຄົມເກົາຫລີໃຕ້ — ເມື່ອວັນທີ 11 ກັນຍາ 2025, ເຈົ້າໜ້າທີ່ຕຳຫລວດໃນເຂດ ມູຈູ (Muju County) ແຂວງ ຊໍລລາເໜືອ (Jeollabuk-do) ພົບສົບຍິງສາວໃນສະພາບຖືກທຳຮ້າຍຮ່າງກາຍ ແລະ ຮັດຄໍ ຢູ່ພາຍໃນປ່າບໍລິເວນຕີນພູ ຢາຊານ (Yasan).

ພາຍຫລັງໄດ້ຮັບຢືນຢັນວ່າເປັນ “ຍຸນ ຈີອາ (Yoon Jia)” ອິນຟລູເອນເຊີສາວອາຍຸ 20 ກວ່າປີ ທີ່ມີຜູ້ຕິດຕາມຫລາຍກວ່າ 300,000 ຄົນ ໃນ TikTok ແລະ ແພລດຟອມເກົາຫລີຊື່ “AfreecaTV”.

ຈາກລາຍງານຂອງສື່ເກົາຫລີ Daum ແລະ Nate News ລະບຸວ່າ: ເຫດການເກີດຂຶ້ນພາຍໃນປະມານ 30 ນາທີ ຫລັງຈາກທີ່ນາງຈົບການໄລຟ໌ສົດ ໂດຍມີກ້ອງບັນທຶກພາບໄວ້ຂະນະທີ່ລາວໂອ້ລົມກັບຜູ້ຊົມຕາມປົກກະຕິ ກ່ອນຈະຂາດການຕິດຕໍ່ຢ່າງກະທັນຫັນ.

ຕຳຫລວດໃຊ້ເວລາພຽງ 12 ຊົ່ວໂມງໃນການຕິດຕາມຈັບກຸມຜູ້ຕ້ອງສົງໄສຄືຊາຍອາຍຸ 50 ປີ ນາມສະກຸນ Choi ຊຶ່ງເຄີຍເປັນ “ແຟນຄລັບລະດັບ VIP” ຂອງນາງໃນແພລດຟອມ AfreecaTV ໂດຍເຄີຍບໍລິຈາກເງິນ ແລະ ສົ່ງຂອງຂວັນໃຫ້ລວມມູນຄ່າຫລາຍລ້ານວອນ.

ສຳນັກຂ່າວ Chosun English ລາຍງານວ່າ: Choi ເຄີຍສະແດງຕົວວ່າເປັນນັກທຸລະກິດໄອທີ ແຕ່ຄວາມເປັນຈິງມີບັນຫາໜີ້ສິນຈຳນວນຫລາຍ, ໂດຍລາວໄດ້ຮັບສາລະພາບວ່າ “ມີປາກສຽງກັບ ຍຸນ ຈີອາ ເລື່ອງສ່ວນຕົວ” ກ່ອນຈະບັນດານໂທສະ ຈົນລົງມືຮັດຄໍນາງ, ແລ້ວພະຍາຍາມອຳພາງສົບດ້ວຍການນຳໃສ່ກະເປົາເດີນທາງ ແລະ ຂັບລົດໄປຖິ້ມໃນປ່າ.

ຕາມລາຍງານຂອງລາຍການໂທລະພາບ “궁금한 이야기 Y (Curious Story Y)” ເຫດການນີ້ເກີດຈາກຄວາມສຳພັນທີ່ບິດເບືອນລະຫວ່າງ “ຜູ້ໃຫ້ເງິນສະໜັບສະໜູນ” ກັບ “ຜູ້ສ້າງຄອນເທັນ” ທີ່ເລີ່ມຈາກຄວາມຊື່ນຊົມ, ກາຍເປັນຄວາມໝົກໝຸ້ນ ແລະ ຄວບຄຸມ ຈົນນຳໄປສູ່ໂສກນາດຕະກຳ.