ກຸ່ມຮາມັດປ່ອຍຕົວປະກັນທັງໝົດ ແລກກັບຜູ້ຕ້ອງຫາຊາວປາແລັສຕິນ ຕາມແຜນສັນຕິພາບໄລຍະທໍາອິດ

               ກຸ່ມຮາມັດເລີ່ມທະຍອຍປ່ອຍຕົວປະກັນທັງໝົດ ແລກປ່ຽນກັບຜູ້ຕ້ອງຫາຊາວປາແລັສຕິນທີ່ຖືກກັກຂັງໂດຍທາງການອິດສະລາແອນ ຕາມແຜນສັນຕິພາບໄລຍະທໍາອິດຂອງທ່ານ ໂດນັລ ທຣໍາ ໂດຍລົດຂອງຄະນະກໍາມະການກາຊາດສາກົນ (ICRC) ຈະເປັນຜູ້ຮັບຕົວປະກັນ ກ່ອນຈະສົ່ງມອບໃຫ້ໜ່ວຍກອງທັບປ້ອງກັນອິດສະລາແອນ (IDF) ທີ່ໄດ້ຮັບມອບໝາຍພິເສດ.

                ຫລັງຈາກນັ້ນໜ່ວຍນີ້ຈະນໍາເອົາຕົວປະກັນໄປຖານທັບຣີອິມ (Re’im Military Base) ໃນຕອນໃຕ້ຂອງອິດສະລາແອນ. ຂະນະທີ່ຄອບຄົວຂອງຕົວປະກັນຈະລໍຖ້າຮັບຢູ່ຈຸດນັດຮັບ ຈາກນັ້ນພວກເຂົາຈະເດີນທາງດ້ວຍເຮລິກົບແຕໄປໂຮງໝໍເພື່ອຮັບການປິ່ນປົວຕໍ່ໄປ. ໃນກໍລະນີທີ່ຕ້ອງການປິ່ນປົວຢ່າງຮີບດ່ວນ ການອົບພະຍົບຈະໄປໂຮງພະຍາຍາມໂດຍບໍ່ແວ່ພັກຢູ່ຈຸດຮັບ.

                ເບື້ອງຕົ້ນ, ກອງກໍາລັງ IDF ຢືນຢັນວ່າ: ຕົວປະກັນກຸ່ມທໍາອິດ 7 ຄົນ ໄດ້ເດີນທາງອອກຈາກເຂດກາຊາຂ້າມມາຊາຍແດນດ້ານອະທິປະໄຕຂອງອິດສະລາແອນແລ້ວ. ຂະນະທີ່ທ່ານ ທຣໍາ ເດີນທາງເຖິງສະໜາມບິນເບນກູຣຽນໃນອິດສະລາແອນແລ້ວ.

                 ສ່ວນອິດສະລາແອນກຽມພ້ອມສົ່ງຜູ້ຕ້ອງຫາຊາວປາແລັສຕິນກັບໄປເຂດກາຊາ ທ່າມກາງການເຝົ້າຕິດຕາມສະຖານະການຂອງພົນລະເມືອງທັງສອງຝ່າຍ ລວມທັງບັນດາຜູ້ນໍາໂລກທີ່ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍສັນຕິພາບຢູ່ກາຊາ (Gaza Peace Summit) ຢູ່ອີຢິບໃນວັນນີ້.

ອ້າງອີງ: