ທ່ານ ທຣໍາ ຂູ່ເກັບພາສີນໍາເຂົ້າຈາກຈີນເພີ່ມອີກ 100% ເລີ່ມເດືອນພະຈິກນີ້
ປະທານາທິບໍດີ ໂດນັລ ທຣໍາ ແຫ່ງອາເມລິກາ ປະກາດວ່າ: ທ່ານຈະເກັບພາສີນໍາເຂົ້າສິນຄ້າຈາກຈີນເພີ່ມຂຶ້ນ 100% ໂດຍຈະເລີ່ມຕົ້ນໃນເດືອນໜ້າ.
ທ່ານ ທຣໍາ ໂພສຂໍ້ຄວາມລົງໃນໂຊຊຽວມີເດຍວ່າ: “ຈາກຂໍ້ມູນຄວາມຈິງທີ່ວ່າຈີນໃຊ້ທ່າທີທີ່ບໍ່ເຄີຍເກີດຂຶ້ນມາກ່ອນນີ້… ອາເມລິກາຈະເກັບພາສີ 100% ຈາກຈີນສູງກວ່າພາສີໃດໆທີ່ພວກເຂົາກໍາລັງຜະເຊີນ” ໂດຍລະບຸວ່າ: ມາດຕະການໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ພະຈິກ ຫລື ອາດໄວກວ່ານັ້ນ.
ນອກຈາກນີ້, ທ່ານ ທຣໍາ ຍັງໂພສຂໍ້ຄວາມວ່າ: ອາເມລິກາຈະໃຊ້ມາດຕະການຄວບຄຸມການສົ່ງອອກຊອບແວສໍາຄັນຕ່າງໆ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນ ຫລັງຈາກລັດຖະບານຈີນໄດ້ປະກາດເຂັ້ມງວດການສົ່ງອອກແຮ່ແຣເອິດ (Rare Earths) ໃນອາທິດນີ້ ໂດຍອ້າງວ່າຕ້ອງເຮັດເພື່ອປົກປ້ອງຜົນປະໂຫຍດຂອງປະເທດ ສົ່ງຜົນເຮັດໃຫ້ທ່ານ ທຣໍາ ອອກມາເຄື່ອນໄຫວທັນທີ ໂດຍໃນວັນທີ 10 ຕຸລາ ທ່ານ ທຣໍາ ກ່າວວ່າ: ຈີນສະແດງການເປັນ “ສັດຕູທາງການຄ້າ” ແລະ ພະຍາຍາມຈະ “ຄວບຄຸມໂລກ” ໄວ້.
ຂະນະດຽວກັນ, ທ່ານ ທຣໍາ ຍັງຂູ່ວ່າຈະຍົກເລີກການພົບປະກັບປະທານປະເທດ ສີຈິ້ນຜິງ ເຊິ່ງຈະມີຂຶ້ນນອກຮອບກອງປະຊຸມສຸດຍອດການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC) ທີ່ຈະເລີ່ມໃນວັນທີ 31 ຕຸລາ ເຖິງວ່າຕໍ່ມາທ່ານຈະກ່າວວ່າຕົນເອງ “ບໍ່ໄດ້ຍົກເລີກ” ແຕ່ “ບໍ່ແນ່ໃຈວ່າກອງປະຊຸມນັ້ນຈະເກີດຂຶ້ນ ຫລື ບໍ່”.
ທ່າທີຂອງທ່ານ ທຣໍາ ກົດດັນຕະຫລາດຫຸ້ນອາເມລິກາໃຫ້ຫລຸດລົງທັນທີ ໂດຍດັດຊະນີ S&P 500 ປິດລົບ 2.7% ຫລື ຫລຸດແຮງສຸດນັບແຕ່ເດືອນເມສາຜ່ານມາ.
ອ້າງອີງ:

