ໄຟຟ້າລາວຢໍ້າຄືນ ການສະໜອງໄຟຟ້າໃຫ້ທ່າຂີ້ເຫລັກແມ່ນເປັນໄປຕາມສັນຍາ ບໍ່ເກີນ 13 MW ແລະ ຈະບໍ່ສະໜອງໃຫ້ແກ່ແກ້ງຄໍເຊັນເຕີເດັດຂາດ
ວັນທີ 9 ກຸມພາ 2024 ນີ້ ລັດວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງການ ເພີ່ມຕື່ມວ່າ: ເພື່ອຈັດຕັ້ງປະຕິບັດສັນຍາໃນການສະໜອງພະລັງງານໄຟຟ້າໃຫ້ກັບເມືອງທ່າຂີ້ເຫຼັກ ສ.ມຽນມາ ລັດວິສາຫະກິດໄຟຟ້າລາວ ໄດ້ປະສານສົມທົບຮ່ວມກັບ ບໍລິສັດເອກະຊົນທີ່ໄດ້ຮັບການອະນຸຍາດຈາກ ສ.ມຽນມາ ທີ່ເປັນຄູ່ຮ່ວມສັນຍາໃນການຊື້ຂາຍພະລັງງານໄຟຟ້າ ໄດ້ຮ່ວມກັນລົງເກັບກຳຂໍ້ມູນເບື້ອງຕົ້ນຂອງການຊົມໃຊ້ພະລັງງານໃນເຂດເມືອງທ່າຂີ້ເຫຼັກ ສ.ມຽນມາ. ຜ່ານການລົງເກັບກຳຂໍ້ມູນເຫັນວ່າ ພາບລວມຂອງການສະໜອງພະລັງງານໄຟຟ້າໃຫ້ກັບເຂດດັ່ງກ່າວ ແມ່ນການສະໜອງພະລັງງານໄຟຟ້າດ້ວຍລະບົບແຮງດັນ…










